ອຜູ້ລອດຊີວິດມາໄດ້ ແລະພີ່ນ້ອງຂອງຜູ້ເສຍຊີວິດ ຮວມກັນຫລາຍຮ້ອຍຄົນ ໄປເຕົ້າໂຮມກັນ ຢູ່ເກາະບາຫລີ ເພື່ອຮ່ວມໃນພິທີຂີດໝາຍ ຄົບຮອບ 10 ປີ ຂອງການວາງລະເບີດ ທີ່ໄດ້ສັງຫານ 202 ຄົນ.
ພິທີລະນຶກເຖິງຜູ້ໄດ້ຮັບເຄາະ ຈາກການວາງລະເບີດ ທີ່ເກາະບາຫລີ

໑
ຊາຍຄົນນຶ່ງວາງດອກໄມ້ລົງ ໃນໜອງນໍ້າສໍາລັບພວກໄດ້ຮັບເຄາະໃນການວາງລະເບີດ ຢູ່ບາຫລີ ເມື່ອປີ 2002 ໃນລະຫວ່າງພິທີຄົບຮອບ 10 ປີ ຂອງເຫດຮ້າຍດັ່ງກ່າວ ທີ່ເມືອງ Jimbaran, ເກາະ Bali, ວັນທີ 12 ຕຸລາ 2012.

໒
ພວກມາຮ່ວມພິທີ ພາກັນຢືນ ຢູ່ໃນຄວາມສະງົບ ເປັນເວລາ ນຶ່ງນາທີ ໃນລະຫວ່າງພິທີຄົບຮອບ 10 ປີ ຂອງເຫດການວາງລະເບີດທີ່ເກາະບາຫລີ ທີ່ເມືອງ Jimbaran, ວັນທີ 12 ຕຸລາ 2012.

໓
ເສື້ອ Jerseys ທີ່ພວກເຄາະຮ້າຍນຸ່ງ ໃນຕອນເກີດເຫດວາງລະເບີດ ເມື່ອປີ 2002 ໄດ້ຖືກນໍາມາວາງສະແດງ ຢູ່ອະນຸສອນສະຖານ ເພື່ອເປັນຂີດໝາຍຄົບຮອບ 10 ປີຂອງການໂຈມຕີໂດຍພວກກໍ່ການຮ້າຍ ທີ່ເມືອງ Jimbaran, ເກາະ Bali, ວັນທີ 12 ຕຸລາ 2012.

໔
ແມ່ຍິງທີ່ໂສກເສົ້າຄົນນຶ່ງ ໄດ້ຮັບການປອບໃຈຈາກຄົນອື່ນໆ ໃນລະຫວ່າງພິທີຄົບຮອບ 10 ປີ ຂອງການວາງ ລະເບີດຢູ່ບາຫລີ ທີ່ສວນວັດທະນະທໍາ Garuda Wisnu Kencana ໃນເມືອງ Jimbaran, ເກາະ Bali, ວັນທີ 12 ຕຸລາ 2012.