ໃນບໍ່ຊ້ານີ້ ເກົາຫລີເໜືອອາດຈະປ່ອຍໃຫ້ ຊາວນາຊາວສວນຂອງຕົນ ເກັບຜົນລະປູກຂອງເຂົາເຈົ້າໄວ້ກິນເອງຫລາຍຂຶ້ນ ໃນຄວາມພະຍາຍາມເພື່ອເພີ່ມທະວີຜົນຜະລິດດ້ານການກະເສດ ຊຶ່ງຈະເປັນການປະຕິຮູບຄັ້ງໃຫຍ່ ພາຍໃຕ້ Kim Jong Un ຜູ້ນໍາຄົນໃໝ່ທີ່ຍັງໜຸ່ມແໜ້ນຂອງປະເທດ ທີ່ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະປັບປຸງເສດຖະກິດທີ່ຊຸດໂຊມຂອງເກົາຫລີເໜືອ ໃຫ້ດີຂຶ້ນນັ້ນ.
ການປະຕິຮູບ ດ້ານການກະເສດ ຢູ່ເກົາຫລີເໜືອ

໑
ແມ່ຍິງເກົາຫລີເໜືອຄົນນຶ່ງ ຂີ່ລົດຖີບ ຢູ່ສະຫະກອນກະເສດ Migok ໃນເມືອງ Sariwon, ແຂວງ Hwanghae ເໜືອ, ປະເທດເກົາຫລີເໜືອ. ປ້າຍທາງຊ້າຍມືອ່ານວ່າ "ຕໍ່ສູ້ເພື່ອການເກັບກ່ຽວ" ສ່ວນທາງຂວາມືອ່ານວ່າ "ຈົ່ງປະຕິບັດຄວາມຮັກຊາດ ພາຍໃຕ້ການນຊພາຂອງ ກິມ ຈົງ ອິລ."

໒
ນາງ O Yong Ae ຊາວນາ ນັ່ງຢູ່ເຮືອນຂອງລາວ ໃນເກົາຫລີເໜືອ. ຊາວນາຈະສາມາດເກັບຜົນລະປູກຂອງຕົນ ໄວ້ກິນເອງ ໄດ້ຫລາຍຂຶ້ນ ພາຍໃຕ້ການປ່ຽນແປງທີ່ມີການສະເໜີຂຶ້ນມາ ທີ່ແນໃສ່ ເພື່ອເພີ່ມທະວີຜົນຜະລິດຂອງ ພວກສະຫະກອນກະເສດ ຂອງປະເທດ.

໓
ກອງເຂົ້າສາລີຢູ່ແຄມທາງສາຍນຶ່ງ ໃນລະຫວ່າງລະດູເກັບກ່ຽວເຂົ້າສາລີ ຍາມໃບໄມ້ຫລົ່ນ ຢູ່ຟາມແຫ່ງນຶ່ງໃນ ເມືອງເກຊອນ, ເກົາຫລີເໜືອ.

໔
ທົ່ງຜົນລະປູກຂອງສະຫະກອນກະເສດແຫ່ງນຶ່ງ ໃນເມືອງ Sariwon, ແຂວງ Hwanghae ເໜືອ, ປະເທດເກົາຫລີເໜືອ.