ໃນບໍ່ຊ້ານີ້ ເກົາຫລີເໜືອອາດຈະປ່ອຍໃຫ້ ຊາວນາຊາວສວນຂອງຕົນ ເກັບຜົນລະປູກຂອງເຂົາເຈົ້າໄວ້ກິນເອງຫລາຍຂຶ້ນ ໃນຄວາມພະຍາຍາມເພື່ອເພີ່ມທະວີຜົນຜະລິດດ້ານການກະເສດ ຊຶ່ງຈະເປັນການປະຕິຮູບຄັ້ງໃຫຍ່ ພາຍໃຕ້ Kim Jong Un ຜູ້ນໍາຄົນໃໝ່ທີ່ຍັງໜຸ່ມແໜ້ນຂອງປະເທດ ທີ່ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະປັບປຸງເສດຖະກິດທີ່ຊຸດໂຊມຂອງເກົາຫລີເໜືອ ໃຫ້ດີຂຶ້ນນັ້ນ.
ການປະຕິຮູບ ດ້ານການກະເສດ ຢູ່ເກົາຫລີເໜືອ
໕
ມື້ລາງຜູ້ນໍາເກົາຫລີເໜືອ Kim Jong Il ກວດກາເບິ່ງເຂດກະເສດ Hoesang ໃນເມືອງ Hamhung ໃນແຂວງ Hamgyong ໃຕ້, ເກົາຫລີເໜືອ. (ຮູບທີ່ບໍ່ມີວັນທີນີ້ ຖືກນໍາອອກມາເປີດເຜີຍ ຫລັງຈາກທ່ານ ກິມ ຈົງ ອິລ ເສຍຊີວິດໄປ ບໍ່ດົນ, ເດືອນທັນວາ 2011)
໖
ພວກກະເສດຕະກອນ ພາກັນເກັບກ່ຽວຜົນລະປູກຂອງເຂົາເຈົ້າ ໃນແຂວງ Hwanghae ເໜືອ, ເກົາຫລີເໜືອ.
໗
ຖ້ວຍໝາກສາລີຕົ້ມ ແລະໝາກຄາຍ ຫລື peaches ເອົາມາວາງໄວ້ເປັນອາຫານກິນຫລີ້ນ ຢູ່ສະຫະກອນກະເສດ Tongbong ໃນເຂດ Hamju County, ເຂວງ Hamgyong, ເກົາຫລີເໜືອ.