ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ພະສັນຕະປາປາ ກ່າວວ່າ ຊາວ ຄຣິສຕຽນ ແລະ ມຸສລິມ ແມ່ນອ້າຍນ້ອງກັນ


ພະສັນຕະປາປາFrancis ເດີນທາງຮອດວັດສຳຄັນຂອງ ມຸສລິມ ໃນບ້ານ PK5 ເພື່ອພົບປະກັບສະມາຊິກຂອງ ຊຸມຊົນ ມຸສລິມ ໃນ ນະຄອນຫຼວງ Bangui. 30 ພະຈິກ, 2015..
ພະສັນຕະປາປາFrancis ເດີນທາງຮອດວັດສຳຄັນຂອງ ມຸສລິມ ໃນບ້ານ PK5 ເພື່ອພົບປະກັບສະມາຊິກຂອງ ຊຸມຊົນ ມຸສລິມ ໃນ ນະຄອນຫຼວງ Bangui. 30 ພະຈິກ, 2015..

ພະສັນຕະປາປາ Francis ໄດ້ກ່າວໃນວັນຈັນມື້ນີ້ວ່າຊາວ ຄຣິສ ຕຽນ ແລະ ມຸສລິມ ແມ່ນອ້າຍນ້ອງກັນ ໃນຂະນະທີ່ພະອົງໄດ້ກ່າວ ທີ່ວັດສຳຄັນຂອງມຸສລິມໃນນະຄອນຫຼວງ Bangui, ສະທາລະ ນະລັດ ອາຟຣິກາກາງ.

ພະສັນຕະປາປາໄດ້ກ່າວວ່າ “ພວກເຮົາຕ້ອງກ່າວວ່າ ບໍ່ ຕໍ່ຄວາມ ກຽດຊັງໂດຍພ້ອມພຽງກັນ, ຕໍ່ການແກ້ແຄ້ນ ແລະ ຕໍ່ຄວາມຮຸນ ແຮງ, ໂດຍສະເພາະຄວາມນຮຸນແຮງນັ້ນເຊິ່ງໄດ້ກະທຳໃນນາມ ຂອງສາສະໜາ ຫຼື ພະເຈົ້າເອງ.”

ພະສັນຕະປາປາ ເດີນທາງຮອດເພື່ອນຳໜ້າການຊຸມນຸມ ທີ່ສະໜາມກິລາ Bangui, ສາທາລະນະລັດ ອາຟຣິກາກາງ. 30 ພະຈິກ 2015.
ພະສັນຕະປາປາ ເດີນທາງຮອດເພື່ອນຳໜ້າການຊຸມນຸມ ທີ່ສະໜາມກິລາ Bangui, ສາທາລະນະລັດ ອາຟຣິກາກາງ. 30 ພະຈິກ 2015.

ພະອົງໄດ້ກ່າວວ່າ ການຢ້ຽມຢາມປະເທດ, ເຊິ່ງມີຄວາມຂັດແຍ້ງທາງດ້ານການເມືອງ ແລະ ການປະທະກັນລະຫວ່າງຊາວ ຄຣິສຕຽນ ແລະ ພວກຫົວຮຸນແຮງ ມຸສລິມ, ອາດຈະບໍ່ໄດ້ຮັບ ຜົນສຳເລັດໄດ້ ຖ້າປາສະຈາກການພົບປະກັນກັບຊຸມຊົນມຸສລິມ.

ພະສັນຕະປາປາ Francis ໄດ້ສະເຫຼີມສະຫຼອງການຊຸມນຸມທີ່ສະໜາມກິລາໃນນະຄອນຫຼວງ Bangui ເພື່ອສະຫຼຸບການເດີນທາງຢ້ຽມຢາມສາມປະເທດໃນທະວີບອາຟຣິກາ.

ຂໍ້ຄວາມຂອງພະອົງໃນການຊຸມນຸມວັນອາທິດວານນີ້ແມ່ນມີຄວາມຄ້າຍຄືກັນ ເຊິ່ງໄດ້ຮຽກຮ້ອງ ຝ່າຍທີ່ກຳລັງເຮັດສົງຄາມຕໍ່ສູ້ກັນໃນປະເທດ ໃຫ້ວາງອາວຸດຂອງຕົນລົງ ແລະ ສະໜັບສະໜູນ ຄວາມພະຍາຍາມໃນການສິ້ນຄວາມຂັດແຍ້ງ ການແບ່ງພັກພວກ.

ພະສັນຕະປາປາ Francis ເດີນທາງຮອດເພື່ອເປີດປະຕູສັກສິດ ຂອງໂບດໃຫຍ່ Bangui, ສາທາລະນະລັດ ອາຟຣິກາກາງ. 29 ພະຈິກ 2015.
ພະສັນຕະປາປາ Francis ເດີນທາງຮອດເພື່ອເປີດປະຕູສັກສິດ ຂອງໂບດໃຫຍ່ Bangui, ສາທາລະນະລັດ ອາຟຣິກາກາງ. 29 ພະຈິກ 2015.

ພະອົງໄດ້ກ່າວທີ່ໂບດ Cathedral ແຫ່ງ Bangui ວ່າ “ໃຫ້ໃຊ້ຄວາມຖືກຕ້ອງ​ເປັນສິ່ງປ້ອງ ກັນຕົນເອງ, ດ້ວຍຄວາມຮັກ ແລະ ເມດຕາກະລຸນາ, ຮັບປະກັນສັນຕິພາບໂດຍແທ້ຈິງ.”

ກ່ອນໜ້ານັ້ນ, ພະສັນຕະປາປາ ໄດ້ຮຽກຮ້ອງຄວາມເປັນນໍ້າໜຶ່ງໃຈດຽວກັນ ແລະ ໃຫ້ປະຊາ ຊົນ ເວັ້ນຈາກຄວາມແຕກຕ່າງທາງດ້ານສາສະໜາໃຫ້ຫຼີກຈາກການແບ່ງ ແຍກພວກເຂົາເຈົ້າ ອອກຈາກກັນ. ໃນການກ່າວທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ Bangui, ພະສັນຕະ ປາປາ ໄດ້ກ່າວວ່າ ພະອົງຫວັງວ່າການເລືອກຕັ້ງທີ່ໃກ້ຈະມາເຖິງ ຈະອະນຸຍາດໃຫ້ປະເທດ “ລົງມືດຳເນີນການຢ່າງງຽບສະຫງົບ ກ່ຽວກັບປະຫວັດສາດບັ້ນໃໝ່ຂອງພວກເຂົາເຈົ້າ.”

Pope Africa
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG