ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ລັດຖະບານ​ລາວ​ ຈະ​ຍົກ​ເລີກ​​ສຳ​ປະທານ​ທີ່​ດິນ​ ທີ່ບໍ່ປະຕິບັດຕາມສັນຍາ ໂດຍສະເພາະແມ່ນສໍາປະທານຂອງບັນດາບໍລິສັດຈີນ


ໂຄງການຂຸດຄົ້ນແຮ່ທາດແຫ່ງນຶ່ງໃນລາວ
ໂຄງການຂຸດຄົ້ນແຮ່ທາດແຫ່ງນຶ່ງໃນລາວ

ທາງການລາວ ຈະຍົກເລີກສໍາປະທານທີ່ດິນ ທັງຂອງບັນດານັກທຸລະກິດລາວ ແລະ ຕ່າງຊາດ ທີ່ບໍ່ປະຕິບັດຕາມສັນຍາ ໂດຍສະເພາະແມ່ນສໍາປະທານຂອງບັນດາບໍລິສັດຈີນ ທີ່ຖືຄອງທີ່ດິນໄວ້ ເພື່ອການເກງກຳໄລນັ້ນ.

ເຈົ້າໜ້າທີ່ຄະນະກວດກາພັກ-ລັດ ເປີດເຜີຍວ່າ ການອະນຸຍາດໃຫ້ສໍາປະທານທີ່ດິນແກ່ເອກະຊົນລາວ ແລະ ຊາວຕ່າງຊາດ ທີ່ຂາດການປະສານງານກັນ ລະຫວ່າງ ຂັ້ນສູນກາງກັບທ້ອງຖິ່ນ ໄດ້ສ້າງບັນຫາຫຍຸ້ງຍາກໃຫ້ກັບການພັດທະນາທາງດ້ານເສດຖະກິດໃນລາວ ຫຼາຍຂຶ້ນນັບມື້ ເພາະວ່າ ມີການອະນຸຍາດສຳປະທານທີ່ບໍ່ໄດ້ປະສານງານກັນໄປ 2,325 ໂຄງການ ໃນພື້ນທີ່ສຳປະທານລວມກວ້າງກວ່າ 11 ລ້ານເຮັກຕາ ໂດຍຄິດເປັນເກີນກວ່າ 46% ຂອງເນື້ອທີ່ທັງໝົດໃນລາວ ແລະສ່ວນຫຼາຍກໍຍັງເປັນການອະນຸຍາດທີ່ບໍ່ຖຶກຕ້ອງຕາມລະບຽບກົດຫມາຍອີກດ້ວຍ ຈຶ່ງເຮັດໃຫ້ຈະຕ້ອງດຳເນີນການກວດກາສຳປະທານທີ່ດິນໃນທົ່ວປະເທດອີກເທື່ອນຶ່ງໃໝ່ ເພື່ອດຳເນີນມາດຕະການຍົກເລີກສຳປະທານທີ່ຜິດກົດໝາຍຕໍ່ໄປ.

ກ່ອນໜ້ານີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງໄປເຖິງພາກສ່ວນທີ່ກ່ຽວຂ້ອງເພື່ອໃຫ້ດຳເນີນການກວດກາສຳປະທານທີ່ດິນທຸກໂຄງການໃນທົ່ວປະເທດ ໂດຍໃນປີ 2023 ທີ່ຜ່ານມາ ກໍກວດກາໄດ້ພຽງ 460 ໂຄງການ ແລະ ມີການຍົກເລີກສຳປະທານທີ່ດິນໄດ້ພຽງແຕ່ 101 ໂຄງການເທົ່ານັ້ນ ຈາກທັງໝົດ 2,325 ໂຄງການ ຊຶ່ງໃນນີ້ຫຼາຍກວ່າ 1,700 ໂຄງການເປັນສຳປະທານທີ່ດິນຂອງບັນດາບໍລິສັດຈາກຈີນ ແລະເກີນກວ່າ 1,300 ໂຄງການ ເປັນການອະນຸຍາດໂດຍອຳນາດການປົກຄອງທ້ອງຖິ່ນ ຈຶ່ງເຮັດໃຫ້ການກວດກາໂດຍອຳນາດຈາກຂັ້ນສູນກາງ ສາມາດຈັດຕັ້ງປະຕິບັດໄດ້ຢາງຈຳກັດ ເພາະວ່າ ບໍ່ໄດ້ຮັບການຮ່ວມມືຈາກອຳນາດການປົກຄອງທ້ອງຖິ່ນຢ່າງເທົ່າທີ່ຄວນ ຫາກແຕ່ການກວດກາສຳປະທານທີ່ດິນ ກໍຍັງຈະດຳເນີນການຕໍ່ໄປ ດັ່ງທີ່ ທ່ານສອນໄຊ ໄດ້ຖະແຫລງຢືນຢັນວ່າ:

“ການແກ້​ໄຂ​ບັນຫາຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ ແລະ ການ​ເງິນ​ນີ້, ກະແມ່ນທຸກ​ພາກສ່ວນຈະ​ຕ້ອງເປັນຄູ່​ຮ່ວມ​ຍຸທະສາດທຸລະກິດສິຍືນຍົງນີ້ ກະແມ່ນເບື້ອງລັດເຮົາ ກໍຕ້ອງໄດ້ເບິ່ງສະໜັບສະໜູນ ດັດສົມ ຜູ້ທີເຮັດແທ້ຈິງ ກໍແມ່ນສົ່ງເສີມຜູ້ທີ່ເຮັດແທ້ທຳຈິງ ກໍແມ່ນສົ່ງເສີມຜູ້ໃດຈັບຈອງຊື່ໆ ບໍ່ເຮັດ ກໍຕ້ອງໄດ້ແກ້ໄຂ ຜ່ານມານີ້ ກະມີຫຼາຍສັນຍາສຳປະທານຕ່າງໆນີ້ ເຊັນໄປແລ້ວ ແຕ່ວ່າ ບໍ່ໄດ້ເຮັດ ກະມີຫຼາຍ ແຕ່ຜູ້ທີ່ຢາກເຮັດ ຜັດບໍ່ມີດິນສິພັດທະນາ ຊຶ່ງພາກລັດເຮົາຈະໄດ້ພ້ອມກັນກວດກາ ຫັນກຽວເຂົ້າຕື່ມ.”

ສ່ວນທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນ ທຳມະຊາດແລະສິ່ງແວດລ້ອມ ​ກໍໄດ້​ອອກ​ຖະ​ແຫຼ​ງການ​ຢືນຢັນ​ວ່າ ໃນປັດຈຸບັນ​ນີ້ ມີ​ປະຊາຊົນລາວ ຫຼາຍກວ່າ 628,000 ຄອບຄົວ​ທີ່​ຄອບຄອງທີ່​ດິນຢູ່​ໃນ​ເຂດ​ປ່າ​ສະຫງວນ​ຂອງ​ລັດ ຈຶ່ງບໍ່ມີສິດໃນທີ່ດິນ ແລະ ຈະຕ້ອງຖືກຍົກຍ້າຍອອກຈາກທີ່ດິນດັ່ງກ່າວ ໄປຢູ່ເຂດຈັດສັນໃໝ່ໃນໄລຍະຕໍ່ໄປ ແຕ່ວ່າຍັງບໍ່ສາມາດກຳນົດການຍົກຍ້າຍທີ່ຊັດເຈນໄດ້ໃນເວລານີ້ ເນື່ອງຈາກລັດຖະບານ ຍັງບໍ່ມີງົບປະມານ ຈຶ່ງຕ້ອງຄອຍຖ້າການຊ່ວຍເຫຼືອຈາກຕ່າງປະເທດເປັນດ້ານຫລັກ ສ່ວນການອອກໃບຕາດິນໃຫ້ກັບປະຊາຊົນ ກໍປະຕິບັດໄດ້ພຽງ 10 ເປີເຊັນຂອງແຜນການປີ 2023 ທີ່ຜ່ານມາ ຊຶ່ງເຮັດໃຫ້ຈະຕ້ອງເພີ້ມການອອກໃບຕາດິນໃຫ້ໄດ້ຫລາຍຂຶ້ນໃນປີ 2024 ໂດຍຈະດຳເນີນການຄຽງຄູ່ກັບການກວດກາເພື່ອຍົກເລີກສຳປະທານທີ່ດິນທີ່ບໍ່ປະຕິບັດຕາມສັນຍາດ້ວຍ ດັ່ງ​ທີ່​ທ່ານ​ນາງ ບຸນ​ຄຳ ຢືນຢັນ​ວ່າ:

“ໃນ​ການ​ຈັດຕັ້ງປະ​ຕິ​ບັດ​ຕົວ​ຈິງ​ນີ້ເນາະ ໃນ​ກົດ​ຫມາຍ​ວ່າ​ດ້ວຍ​ທີ່​ດິນ​ຂອງ​ພວກເຮົາ ກະໄດ້ມີການກໍາ​ນົດ​ທີ່ກ່ຽວ​ຂ້ອງກັບ​ການ​ນໍາ​ໃຊ້​ທີ່​ດິນ​ ອັນທີ 1 ນີ້ແມ່ນ​ກົດ​ຫມາຍ​ກຳນົດວ່າ​ ຖ້າເຈົ້າບໍ່ພັດທະນາ ຫຼືບໍ່ເສຍພາສີ ຈະ​ມີ​ການ​ແຈ້ງ​ເຕຶອນ ຫຼັງ​ຈາກ​ນັ້ນ​ ຈະ​ກ້າວໄປເຖິງການ​ເສຍ​ສິດນໍາ​ໃຊ້​ທີ່​ດິນ ອັນ​ທີ​ 2 ມານີ້ຢູ່ໃນອາກອນທີ່ດິນນັ້ນ ພວກເຮົາຈະກຳນົດການຈ່າຍເພີ້ມ ຖ້າວ່າ ດິນເປົ່າວ່າງ ແລະບໍ່ທຳການຜະລິດ ຫົວໜ່ວຍຈະຄູນຂຶ້ນ ອັນນີ້ ກໍຈະເປັນການຜັກດັນໃຫ້ຜູ້ທີ່ມີດິນກະສິກຳໄດ້ທຳການຜະລິດ.”

ຍິ່ງໄປກວ່ານັ້ນ ການອະນຸຍາດ​ໃຫ້​ສຳ​ປະທານ​ທີ່​ດິນ​ຈຳນວນ​ຫຼາຍ ຍັງເຮັດໃຫ້ເກີດການຂັດແຍ້ງໃນສັງຄົມລາວ ຢ່າງກວ້າງຂວາງອີກດ້ວຍ ເພາະພະນັກງານລັດ ໃຊ້ອຳນາດໜ້າທີ່ຍາດແຍ່ງເອົາທີ່ດິນຂອງປະຊາຊົນນຳໄປສົ່ງມອບໃຫ້ກັບນັກທຸລະກິດ ໂດຍໄດ້ຮັບຜົນປະໂຫຍດຕອບແທນເປັນການສ່ວນຕົວເປັນສຳຄັນ ສ່ວນປະຊາຊົນຜູ້ທີ່ຖືກຍາດແຍ່ງເອົາທີ່ດິນກັບໄດ້ຮັບຄ່າຊົດເຊຍໃນອັດຕາທີ່ຕ່ຳຫຼາຍ ເມື່ອສົມທຽບກັບລາຄາທີ່ດິນຕົວຈິງ ໂດຍເຖິງແມ່ນວ່າ ປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈະໄດ້ຮ້ອງຮຽນຕໍ່ຄະນະປະຈຳສະພາແຫ່ງຊາດ ເປັນຈຳນວນຫຼາຍກໍຕາມ ແຕ່ຄະນະປະຈຳສະພາແຫ່ງຊາດ ກໍສາມາດດຳເນີນມາດຕະການໄດ້ພຽງການສະເໜີຕໍ່ຄະນະກວດກາພັກ-ລັດ ເພື່ອໃຫ້ດຳເນີນການກວດສອບຕາມການຮ້ອງຂໍດັ່ງກ່າວເທົ່ານັ້ນ ຊຶ່ງການຈັດຕັ້ງປະຕິບັດຕົວຈິງ ກໍຍັງບໍ່ມີປະສິດທິພາບ ເພາະການຍ່ອນຍານໃຫນການບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງ ໂດຍສະເພາະແມ່ນກົດໝາຍວ່າ ດ້ວຍ ອົງການກວດກາແຮງລັດ ສະບັບປັບປຸງໃນປີ 2022 ຊຶ່ງເມື່ອບ9ມີການບັງຄັບໃຊ້ກົດໝາຍ ຈຶ່ງເປັນການປ່ອຍໃຫ້ຄົນທຳຄວາມຜິດສາມາດລອຍນວນຢູ່ຕໍ່ໄປ ທັງຍັງຖືຄອງທີ່ດິນທີ່ຜິດກົດໝາຍຕໍ່ໄປໄດ້ອີກດ້ວຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG