ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

Lauren Bacall ນັກ​ສະ​ແດງ​ ອາ​ເມຣິກັນ ​ທີ່ມີຊື່ສຽງ ໂດ່ງດັງ ເສຍ​ຊີວິດ​ແລ້ວ (ສະໄລດ໌/ວີດີໂອ)


Humphrey Bogart ພ້ອມດ້ວຍພັນລະຍາ Lauren Bacall ໄດ້ໄປຮ່ວມ ພິທີເປີດໂຕຮູບເງົາ Hollywood 'The Desperate Hours' ຮອບປະຖົມມະເລີກ ເມື່ອວັນທີ 12 ຕຸລາ 1955.
Humphrey Bogart ພ້ອມດ້ວຍພັນລະຍາ Lauren Bacall ໄດ້ໄປຮ່ວມ ພິທີເປີດໂຕຮູບເງົາ Hollywood 'The Desperate Hours' ຮອບປະຖົມມະເລີກ ເມື່ອວັນທີ 12 ຕຸລາ 1955.

Lauren Bacall ນັກ​ສະ​ແດງ​ອາ​ເມຣິກັນ​ທີ່ມີຊື່ສຽງໂດ່ງດັງ
ເປັນທີ່ກ່າວຂານ ຊຶ່ງຄັ້ງນຶ່ງ ເຄີຍ​ເປັນ​ນາງແບບ​ ທີ່ໄດ້ກາຍ
ເປັນ​ດາຣາຮູບເງົາ ໃນເວລາຂ້າມ​ຄືນ ​ທີ່ໄດ້​ສະ​ແດງ​ຄູ່​ກັບ
​ພະ​ເອກ​ຊື່​ດັງ Humphrey Bogart ນັ້ນ ​ໄດ້​ເສຍ​ຊີວິດ​ແລ້ວ
ຮວມອາຍຸ​ໄດ້ 89 ປີ.

ຄອບຄົວ​ຂອງ​ນາງ ກ່າວ​ວ່າ ​Lauren Bacall ເສຍ​ຊີວິດ ​
ຫຼັງຈາກ​ໄດ້​ເປັນລົມສາລະບາດ ຫຼື stroke ຮ້າຍແຮງ ຢູ່​ທີ່​
ເຮືອນ​ຂອງ​ນາງ​ເອງ ໃນນະຄອນ New York ​ເມື່ອ​ຕອນ​ເຊົ້າ
ຂອງ​ວັນ​ອັງຄານວານ​ນີ້.

​Lauren Bacall ໄດ້​ສ້າງ​ຄວາມ​ຫລົງ​ໄຫລ ​ໃຫ້​ແກ່​ພວກ​ຜູ້​ຊົມ ​ເມື່ອຕອນ​ທີ່​ນາງ​ໄດ້​ເຂົ້າ
​ມາ​ເປັນ​ນັກສະ​ແດງ​ຮູບເງົາ​ໃນຊຸມປີ 1940 ດ້ວຍ ນ້ຳສຽງ​ທີ່​ແຫບ​ແຫ້ງ​ອັນ​ເປັນ​ທີ່​ໂດດ
​ເດັ່ນ ແລະຮູບຊົງ​ທີ່​ຮ້ອນ​ແຮງຫຼາຍ. ລາວ​ມີອາຍຸ​ພຽງ 20 ປີ​ເທົ່າ​ນັ້ນ ​ໃນ​ເວລາ ​ທີ່​ລາວ
​ໄດ້​ສະ​ແດງ​ຄູ່​ກັບ Humphrey Bogart ​ໃນ​ຮູບເງົາເລື້ອ​ງ To Have and Have Not.
ຄວາມ​ຮັກ​ຂອງ​ພວກ​ເຂົາທັງ​ສອງ ຢູ່​ໃນ​ເລື້ອງ​ນັ້ນ ​ໄດ້​ອອກ​ຈາກ​ຮູບເງົາ​ມາ​ເປັນ​ເລື້ອງ
​ຊີວິດ​ຈິງ ​ເຖິງ​ແມ່ນ​ວ່າ ພະ​ເອກ​ມີ​ອາຍຸ​ 25 ປີ​ແກ່​ກວ່າ​ນາງ​ເອງກໍ​ຕາມ ​ແລະ ​ໄດ້​ແຕ່ງງານ
ກັນໃນ​ເວລາ​ນັ້ນ.

​Lauren Bacall ແລະ Humphrey Bogart ​ໄດ້​ແຕ່ງງານ​ກັນ​ໃນ​ປີ​ຕໍ່​ມາ ​ແລະ​ທັງ​ສອງ​
ໄດ້​ສະ​ແດ​ງຮ່ວມ​ກັນ​ໃນ​ຮູບເງົາຫຼາຍ​ເລື້ອງ ລວມມີ The Big Sleep, Dark Passage
and Key Largo. ນາງ​ໄດ້​ມີ​ບົດບາດ​ໃນຮູບເງົາອື່ນໆອີກ ຫຼາຍກວ່າ 30 ​ເລື້ອງ​ ລວມທັງ
How to Marry a Millionaire ທີ່​ມີ​ນາງ Marilyn Monroe ສະ​ແດງ​ນຳ​ດ້ວຍ.

​ໃນ​ປີ 1999 ສະ​ຖາ​ບັນຮູບເງົາອາ​ເມຣິກັນ ​ໄດ້​ຈັດ​ຊື່​ ​Lauren Bacall ໃຫ້​ຢູ່​ອັນ​ດັບທີ 20
​ຂອງບັນດານັກສະແດງຍິງ ທີ່ດີເດັ່ນສຸດຍອດ ຕະ ຫຼອດເວລາ 25 ຄົນ.

LAUREN BACALL OBIT VO
please wait
Embed

No media source currently available

0:00 0:01:18 0:00

XS
SM
MD
LG