ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນາຍົກ ລມຕ Israel ຖະແຫຼງຕໍ່ ລັດຖະສະພາ ສຫລ ຕໍ່ຕ້ານໂຄງການ ອາວຸດນີວເຄລຍອີຣ່ານ


US ISRAEL POLITICS CNPK
please wait

No media source currently available

0:00 0:03:17 0:00

ນາຍົກລັດຖະມົນຕີ Israel ທ່ານ Benjamin Netanyahu
ຄາດ​ວ່າຈະ​ໄດ້​ເນັ້ນຍ້ຳການ​ຄັດຄ້ານ​ຂອງ​ທ່ານອີກ​ຄັ້ງ​ນຶ່ງ ຕໍ່ການ
​ເຈລະຈາ​ທີ່ຍັງ​ສືບ​ຕໍ່ກ່ຽວ​ກັບ​ໂຄງການ​ອາວຸດ​ນິວເຄລຍຂອງ​ອີຣ່ານ
​ໃນ​ຂະນະທີ່​ທ່ານ​ໄດ້​ກ່າວ​ຄຳ​ປາ​ໄສ​ຕໍ່ກອງ​ປະຊຸມ​ຄົບຄະນະ​ຂອງ
​ລັດຖະສະພາສະຫະລັດ ໃນວັນ​ອັງຄານ​ມື້​ນີ້.

ຜູ້ນຳ​ຂອງ Israel ຊຶ່ງ​ໄດ້​ວາດພາບມາເປັນເວລາດົນນານແລ້ວ
ກ່ຽວກັບປະເທດອີຣ່ານທີ່ມີ ອາ​ວຸດ​ນິວ​ເຄລຍນັ້ນ ​ແມ່ນ​ເປັນ
​ໄພ​ຂົ່ມຂູ່​ຕໍ່​ປະ​ເທດ​ຂອງ​ທ່ານ ​ແລະ​ຕຳ​ນິຕິ​ຕຽນ​ໃນ​ອັນ​ທີ່​ທ່ານ
​ເອີ້ນ​ວ່າ ​ໄດ້​ມີ​ການ​ຜ່ອນຜັນຫຼາຍເກີນໄປ ​ໂດຍ​ກຸ່​ມປະ​ເທດ
ມະຫາ​ອຳນາດ​ໃນ​ການ​ໂອ້​ລົມ ເຈລະຈາ​ກັນ​.

​ກ່ອນການກ່າວຄຳປາໄສ​ຕໍ່​ລັດຖະສະພາ​ ຊຶ່ງມີຂຶ້ນໂດຍການ​ເຊື້ອ​ເຊີນທີ່​ບໍ່​ຄອຍ​ຈະ​ມີ​ຂຶ້ນ
ຈາກ​ປະທານສະພາຕ່ຳ ທ່ານ John Boehner ​ແທນ​ທີ່​ຈະ​ແມ່ນຈາກ​ທຳນຽບຂາວ ທ່ານ Netanyahu ​ໄດ້​ບອກ​ກັບ​ກຸ່ມ​ທີ່​ນິຍົມ Israel​ ໃນນະຄອນຫຼວງ​ວໍ​ຊີງ​ຕັນ​ວ່າ ສະຫະລັດແລະ Israel ແມ່ນເຫັນພ້ອມນຳກັນເຖິງ​ຄວາມຈຳ​ເປັນ​ທີ່​ຈະ​ເຮັດ​ໃຫ້​ອີຣ່ານ ບໍ່ມີອາວຸດນິວເຄລຍ
ຢູ່ໃນ ຄວາມ​ຄອບຄອງ​ ແຕ່ບໍ່ແມ່ນກ່ຽວກັບວ່າຈະບັນລຸເປົ້າໝາຍນັ້ນແບບໃດ.

ທ່ານ​ໄດ້​ກ່າວຕໍ່ຄະນະ​ກຳມະການກິດຈະການມວນຊົນ ອາ​ເມຣິກັນ - Israel ວ່າ ການ​ບໍ່​ເຫັນ​ພ້ອມກັບ​ສະຫະລັດ ມີ​ຂຶ້ນ​ຈາກ​ການ​ທີ່​ມີ​ມຸມ​ມອງ​ທີ່​ແຕກ​ຕ່າງ​ກັນ ​ເພາະວ່າ ວໍ​ຊີງ​ຕັນ ​ເປັນ​ຫ່ວງ​ກ່ຽວກັບເລື້ອງຄວາມ​ປອດ​ໄພ ໃນ​ຂະນະ​ທີ່​ທາງ Israel ຕ້ອງ​ເປັນ​ຫ່ວງກ່ຽວກັບການຢູ່
ລອດຂອງຕົນ.

XS
SM
MD
LG