ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສານ ອິິນໂດເນເຊຍ ຕັດສິນ ເຫັນພ້ອມ ກັບຜົນການ​ປ່ອນບັດ ການເລືອກຕັ້ງ ປະທານາທິບໍດີ (ວີດີໂອ)


ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ຂອງອິນໂດເນເຊຍ ທ່ານ Joko Widodo (ຊ້າຍ) ແລະຄູ່ຮ່ວມງານ ທ່ານ Jusuf Kalla ໂບກມືແກ່ບັນດານັກຂ່າວ.
ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ຂອງອິນໂດເນເຊຍ ທ່ານ Joko Widodo (ຊ້າຍ) ແລະຄູ່ຮ່ວມງານ ທ່ານ Jusuf Kalla ໂບກມືແກ່ບັນດານັກຂ່າວ.

ສານລັດຖະທຳ​ມະນູນອິນ​ໂດ​ເນ​ເຊຍ ​ໄດ້​ຕັດສິນ​ເຫັນພ້ອມ
ກັບຜົນ​ການ​ເລືອກ​ຕັ້ງປະ​ທາ​ນາ​ທິບໍດີ​ໃນ​ເດືອນແລ້ວ​ນີ້ ຊຶ່ງ
ເປັນການແຜ້ວທາງ ໃຫ້​ແກ່ຜູ້​ປົກຄອງ​ ນະຄອນ Jakarta
ທ່ານ Joko Widodo ເຂົ້າ​ຮັບ​ຕໍາ​ ແໜ່​ງດັ່ງກ່າວ.

ສ່ວນທ່ານ Prabowo Subianto ທີ່ເສຍ​ໄຊ​ໃນ​ການ​ເລື​ອກ
ຕັ້ງປະທານາທິບໍດີ ​ໄດ້​ກ່າວ​ຫາ​ວ່າ ມີ​ການ​ສໍ້​ໂກງຄະແນນ
ສຽງ​ຢ່າງ​ໃຫຍ່ ໃນ​ການ​ປ່ອນ​ບັດເມື່ອ​ວັນ​ທີ 9 ​ເດືອນ​ກໍ​ລະ
​ກົດ ແລະ​ໄດ້​ຍື່ນ​ຟ້ອງ​ຕໍ່ສານ​ລັດຖະທຳ​ມະນູນ​ອິນ​ໂດ​ເນ​ເຊຍ.
​ແຕ່ໃນ​ວັນ​ພະຫັດ​ວານ​ນີ້ ສານ​ໄດ້​ປະຕິເສດຢ່າງ​ເປັນ​ເອກ​ກະສັນຕໍ່ການ​ກ່າວ​ຫາ​ຂອງ ທ່ານ ການ​ຕັດ​ສີນດັ່ງກ່າວນີ້ ບໍ່​ສາມາດຂໍ​ອຸທອນ​ໄດ້.

ຄະນະ​ກຳມະການ​ເລືອກ​ຕັ້ງ ​ໄດ້​ປະກາດ​ວ່າ ທ່ານ Widodo ​ເປັນ​ຜູ້​ຊະນະ ໂດຍໄດ້ຮັບ
ຄະແນນສຽງ 53 ​ເປີ​ເຊັນ ຊຶ່ງລື່ນທ່ານ Subianto ຫຼາຍ​ກວ່າ 8 ລ້ານ ສຽງ​. ບັນດາ​ຜູ້​ສັງ​ເກດການ​ທ້ອງຖິ່ນ ແລະສາກົນ ກ່າວ​ວ່າ ບໍ່​ມີ​ຮ່ອງ​ຮອຍ​ທີ່​ສຳຄັນ​ໆ ໃນການເຮັດຜິດກົດ ລະບຽບແລະ​ໄດ້​ຍ້ອງຍໍ​ການ​ປ່ອນບັດຄັ້ງນີ້​ວ່າ ​ເປັນ​ບາດກ້າວ​ທີ່ສຳຄັນອີກອັນນຶ່ງ ​ທີ່ສະ
ແດງໃຫ້ເຫັນເຖິງຄວາມ​ເຂັ້ມ​ແຂງ​ປະຊາທິປະ​ໄຕ ໃນອິນໂດເນເຊຍ.

INDONESIA POLITICS SOTVO
please wait

No media source currently available

0:00 0:00:54 0:00

XS
SM
MD
LG