ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກມືປືນຜູ້​ຊາຍ ​ລັກ​ພາ​ຕົວ ຄົນງານ​ຊາວ​ເທີ​ກີ 18 ຄົນ ​ໃນ​ນະຄອນຫຼວງ ຂອງອີຣັກ


ກອງກຳລັງຮັກສາຄວາມປອດໄພ ຍາມປະຕູທາງເຂົ້າ ສະໜາມກິລາ ແຫ່ງນຶ່ງ ທີ່ກຳລັງກໍ່ສ້າງຢູ່ນັ້ນ ໂດຍບໍລິສັດກໍ່ສ້າງ ຂອງເທີກີ, ຢູ່ໃນເມືອງ Sadr City ຂອງຊາວຊີໄອ ທີ່ນະຄອນ
ຫຼວງ Baghdad, ອີຣັກ, ທີ 2 ກັນຍາ 2015.
ກອງກຳລັງຮັກສາຄວາມປອດໄພ ຍາມປະຕູທາງເຂົ້າ ສະໜາມກິລາ ແຫ່ງນຶ່ງ ທີ່ກຳລັງກໍ່ສ້າງຢູ່ນັ້ນ ໂດຍບໍລິສັດກໍ່ສ້າງ ຂອງເທີກີ, ຢູ່ໃນເມືອງ Sadr City ຂອງຊາວຊີໄອ ທີ່ນະຄອນ ຫຼວງ Baghdad, ອີຣັກ, ທີ 2 ກັນຍາ 2015.

ພວກມືປືນ​ຜູ້​ຊາຍກຸ່ມນຶ່ງທີ່​ໃສ່ເຄື່ອງ​ແບບ​ທະຫານ ​ໄດ້​ລັກ​ພາ​ຕົວຄົນ ງານ​ຊາວ​ເທີ​ກີ 18 ຄົນ ​ໃນ​ວັນ​ພຸດ​ມື້​ນີ້ ​ໃນ​ນະຄອນຫຼວງຂອງອີຣັກ.

ພວກ​ຄົນງານ​ດັ່ງກ່າວ ​ແມ່ນ​ຖືກ​ວ່າ​ຈ້າງ​ໂດຍ ບໍລິສັດ​ກໍ່ສ້າງ Nurol Insaat ​ເ​ຊິ່ງ​ກຳລັງ​ກໍ່ສ້າງ​ສະໜາມກິລາ​ເຕະບານ​ ຢູ່​ໃນ​ເຂດ​ເມືອງ Habibya ຢູ່​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ ຂອງ​ນະຄອນຫຼວງ​ແບກ​ແດດ ທີ່​ມີ​ຊາວ​ຊີ​ໄອ​ອາ​ໄສ​ຢູ່​ເປັນ​ສ່ວນ​ໃຫຍ່.

ພວກ​ມື​ປືນຈຸ​ດັ່ງກ່າວ ​ໄດ້​ລັກ​ພາ​ຕົວ​ພວກ​ຄົນ​ງານ​ ໃນເວລາປະມານ 3 ​ໂມງ​ເຊົ້າ ຫຼັງຈາກ​ທີ່​ໄດ້​ພັງ​ປະຕູ​ຫຼາຍບານລົງ ​ແລະ ​ໄດ້​ປົດ​ອາວຸດຂອງ​ ​ພວກ​ຄົນ​ຍາມ.

ຍັງບໍ່ມີຮ່ອງຮອຍໃດໆສະແດງໃຫ້ເຫັນວ່າ ພວກ​ມື​ປືນຈຸ​ດັ່ງກ່າວ​ນັ້ນເປັນ​ໃຜ ​ຫຼື ພວກ​ເຂົາ​ມີ​ຈຸດປະສົງ​ຫຍັງ.

ຮອງ​ນາຍົກລັດຖະມົນຕີ ​ເທີ​ກີ ທ່ານ Numan Kurtulmus ກ່າວ​ວ່າ ບັນດາ​ເຈົ້າໜ້າ​ທີ່​ເທີ​ກີ ​ແມ່ນ​ໄດ້​ຕິດ​ຕໍ່​ກັບພວກທີ່ກ່ຽວຂ້ອງ​ໃນ​ອີຣັກແລ້ວ.

​ເມື່ອ​ປີ​ແລ້ວ​ນີ້ ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໄດ້​ຈັບ​ເອົາ ຊາວ​ເທີ​ກີ 49 ຄົນ​ເປັນ​ຕົວ​ປະກັນ ຈາກ​ກົງ​ສຸນ​ຂອງ​ເທີ​ກີ ​ໃນ​ເມືອ​ງ Mosul ​ແລະ ຈັບກຸມ​ຕົວພວກ​ເຂົາ​ໄວ້ ​ເປັນ​ເວລາດົນກວ່າ 3 ​ເດືອນ ກ່ອນ​ທີ່​ຈະ​ປ່ອຍ​ຕົວ​ພວກ​ເຂົາ​ເຈົ້າ. ພວກ​ຕົວ​ປະກັນ​ເຫຼົ່ານັ້ນ ລວມມີ ບັນດານັກ​ການ​ທູດ ທະຫານ ​ແລະ ​ເດັກນ້ອຍຈຳນວນ​ນຶ່ງ.

Iraq Turkey
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG