ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ສຫລ ຈຳເປັນບໍ ທີ່ຈະຕ້ອງທົບທວນ ຍຸດທະສາດ ການເຈລະຈາຂອງຕົນ ກ່ຽວກັບ ຕາເວັນອອກກາງ


Does US Need to Rethink its Negotiating Strategy?
please wait

No media source currently available

0:00 0:02:22 0:00

ການ​ເຄື່ອນໄຫວເພື່ອ​ຕອບ​ໂຕ້​ຫວ່າງ​ມໍ່ໆ​ມາ​ນີ້​ ​ຂອງປາແລ​ສ​
ໄຕ​ນ໌ ​ແລະ​ອິສຣາ​ແອ​ລໄດ້​ຕັ້ງຄຳ​ຖາມ​ຂື້ນ​ມາວ່າ ຄວາ​ມກ້າວ
ໜ້າ​ສາ​ມາ​ດ​ເປັນ​ ໄປ​ໄດ້​ບໍໃນ​ປີ​ນີ້ ​ກ່ຽວກັບການເຈລະຈາສັນ
ຕິພາບ ຊຶ່ງສະຫະລັດເປັນຜູ້ ຊ່ວຍໄກ່ເກ່ຍ ​ທີ່ຕົກຢູ່ໃນສະ
ພາບບໍ່ໄປບໍ່ມານັ້ນ. ປາ​ແລສ​ໄຕ​ນ໌ ໄດ້ພະ ຍາຍາມ ແຕ່ບໍ່​
ເປັນ​ຜົນສຳ​ເລັດ ເພື່ອນຳສະເໜີຮ່າງຍັດຕິຕໍ່ສະຫະ​ປະຊາ
​ຊາດ ທີ່​ຈະ​ກຳນົດເສັ້ນ​ຕາຍ​ສາມປີ​ເພື່ອ​ກໍ່​ຕັ້ງລັດ​ປາ​ແລ​ສ​
ໄຕ​ນ໌. ​ຫຼັງຈາກ ນັ້ນແລ້ວ ​ເຂົ​າ​ເຈົ້າກໍເລີ້ມ​ການດຳເນີນຄວາມ
ພະຍາຍາມ ເພື່ອເຂົ້າ​ຮ່ວມ ສານ​ອາຍາ​ນາໆ​ຊາດ ​ເພື່ອຈະ
ສາມາດຟ້ອງຮ້ອງອິສຣາ​ແອ​ລ ໃນຂໍ້ຫາ ກໍ່ອາຊະຍາກຳສົງ
ຄາມ. ການ​ເຄື່ອນ​ໄຫວ​ນີ້ໄດ້​ເຮັດ​ໃຫ້ອິສຣາ​ແອ​ລ ຢຸດໂອນ
​ເງິນລາຍ​ໄດ້​ພາສີ​ປະຈຳ​ເດືອນ ​ໃຫ້​ແກ່​ລັດຖະບານ​ ປາ​ແລ​ສ
​ໄຕ​ນ໌. ດັ່ງ​ນັກ​ຂ່າວວີ​ໂອ​ເອປະ​ຈຳ​ກະ​ຊວງ​ຕ່າງປະ​ເທດສະ
ຫະລັດ Pam Dockins ລາຍ​ງານລາຍງານມານັ້ນ ພວກ
ນັກວິ​ເຄາະ​ບາງຄົນກ່າວ​ວ່າ ສະຫະລັດອາດ​ຕ້ອງການ​ດັດ
ແປງ​ຍຸດ​ທະ​ສາດ ໃນການ​ໄກ່​ເກ່ຍຂອງ​ຕົນ ຊຶ່ງ ກິ່ງ​ສະຫວັນ
ຈະ​ນຳ​ມາສະ​ເໜີ​ທ່ານ.

ທ່ານ​ນາງ Jen Psaki ​ໂຄສົກ​ກະຊວງ​ຕ່າງປະ​ເທດສະຫະລັດ ກ່າວ​ວ່າ “ຍາກ ​ດັ່ງ​ທີ່​ໃນ​ຂະນະ​ທີ່ປາແລສໄຕນ໌ ​ເບິ່ງ​ໄປ​ຫາສານ​ອາຍາ​ນາໆ​ຊາດ ຫລື ICC ​ເພື່ອ​ໃຫ້ການ​ສະໜັບສະໜູນ ​ແລະ​ອິສຣາ​ແອ​ລ ພິຈາລະນາ​ກ່ຽວ ກັບການເຄື່ອນ​ໄຫວ​ໃນ​ຂັ້ນ​ຕໍ່​ໄປຂອງ
ຕົນນັ້ນ ສະຫະລັດ ກ່າວ​ວ່າ ການ​ພົວພັນ​ແບບ​ສ້າງ​ສັນແມ່ນ​ວິທີ​ທາງ​ດຽວ​ທີ່​ຈະກ້າວເດີນ​
ໄປ​ໜ້າ.

ເຫັນ​ຢູ່ນີ້ ທຸກໆຝ່າຍ​ຕ້ອງການຊອກ​ຫາ​ຊ່ອງ​ທາງ ​ປະ ຕິບັດ​ງານ​ແບບສ້າງສັນ​
ແລະ​ຮ່ວມ​ໄມ້​ຮ່ວມມື​ກັນ​ເພື່​ອ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕືງ ປະຕິ​ເສດ​ຕໍ່ການໃຊ້
​ຄວາມຮຸນ​ແຮງ
ແລະ​ຊອກ​ຫາຊ່ອງທາງກ້າວ ເດີນ​ໄປ​ໜ້າ.”

ທ່ານ​ນາງ​ກ່າວ​ວ່າ ລັດຖະມົນ​ຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ໄດ້​ເຮັດ​ວຽກ
​ໜັກ ​ເພື່ອ​ຊຸກຍູ້​ໃຫ້ທັງ​ສອງ​ຝ່າຍກ້າວ​ໄປຂ້າງ​ໜ້າ.

​ທ່ານ Aaron David Miller ນັກວິ​ເຄາະກ່ຽວກັບພາກ​ຕາ​ເວັນ​ອອກ​ກາງ ຈາກສູ​ນກາງ
Woodrow Wilson ກ່າວວ່າ ແຕ່ການດຳເນີນ ຄວາມ​ພະຍາຍາມ​ທາງ​ການ​ທູດສະຫະ
ລັດ ອາດ​ຈະ​ປະສົບກັບອຸບປະ ສັກ​ກີດ​ກັ້ນ ທີ່​ຍາກ​ສຳຫລັບ​ການ​ເຄື່ອນ​ໄຫວໄປໜ້າ.

ທ່ານ Miller ກ່າວ​ວ່າ “ນີ້​ເປັນ​ການ​ຍາກຫລາຍ ​ແລະຄວາມກ້າວໜ້າ ແມ່ນຍາກທີ່
ຈະບັນລຸໄດ້ ​ແລະ​ບັດ​ນີ້​ ທ່ານ​ກຳລັງກ່າວ​ເຖິງໝາກຫົວໃຈ ທີ່ສຳຄັນສຸດ ໃນການ​

ຂັດ​ແຍ້ງລະຫວ່າງອິສຣາ​ແອ​ລ ກັບປາ​ແລ​ສ​ໄຕ​ນ໌ ຄືເລື້ອງນະຄອນ​ເຈຣູຊາ​ແລັມ
ອົບ​ພະ​ຍົບທີ່
ຢູ່​ໃນ​ບ່ອນ​ຄັບ​ແຄບຈຳກັດ.”

ທ່ານກ່າວ​ວ່າ ການ​ນຳພາ​ຂອງທັງ​ສອງ​ຝ່າຍ ​ກໍເປັນ​ພາກສ່ວນນຶ່ງ​ຂອງ​ບັນຫາ.

ທ່ານ Miller ກ່າວ​ຕື່ມວ່າ “ທັງນາ​ຍົກ​ລັດຖະມົນຕີອິສຣາ​ແອລ​ຄົນນີ້ ​ຫລືປະທານາ
ທິບໍດີປາ​ແລ​ສ​ໄຕ​ນ໌ ຫລືປະທານາທິບໍດີອາ​ເມຣິກັນ ຕ່າງ ກໍບໍ່ມີການຕັດສິນໃຈ ຄວາມຊຳນິຊຳນານຫລື​ຄວາມສາມາດ ຫລື​ຢ່າງ ໜ້ອຍ​ເຂົາ​ເຈົ້າ​ຍັງ​ບໍ່​ທັນໄດ້ສະ​
ແດ​ງ
ມັນ​ອອກ​ມາ​ເທື່ອ ທີ່​ຕ້ອງ​ປະ​ຕິ​ບັດ​ໃນ​ສິ່ງ​ທີ່​ຕ້ອງ​ເຮັດການ​ຕັດສິນ​ໃຈ​ທີ່ຈຳ​ເປັນນັ້ນ.”

​ອີງ​ຕາມ ທ່ານ Miller ແລ້ວ ບັນຫາທ້າ​ທາ​ຍອຶ່ນໆ​ຢູ່ໃນ​ຂົງ​ເຂດ​ ​ເຊັ່ນ​ວ່າ ການມີອິດທິພົນ
ເພີ້ມ​ຂື້ນ​ຂອງ​ກຸ່ມລັດ​ອິສລາມ ​ແລະ​ການ​ເຈລະ​ຈາ​ນິວ​ເຄລຍກັບ​ອີຣ່ານນັ້ນ ອາດ​ຈະ​ເຮັດ
ໃຫ້​ລັດຖະບານທ່ານ​ໂອບາ​ມາ ຫຍຸ້ງນຳຢູ່ນັ້ນ.

​ທ່ານ Micheal Rubin ນັກວິເຄາະ ຈາກສະ​ຖາ​ບັນ American Emterprise ກ່າວ​ວ່າ
ແຕ່​ສະຫະລັດບໍ່ມີ​ຄວາມຈຳເປັນ ​ທີ່​ຈະຕ້ອງຊັ່ງຊາ​ຍຸດ​ທະ​ສາດ​ທັງໝົດຂອງຕົນຄືນໃໝ່​
ເພື່ອຮັບມື​ກັບອິສຣາ​ແອ​ລ ​ແລະ​ປາ​ແລ​ສ​ໄຕ​ນ໌.

ທ່ານ Rubin ກ່າວວ່າ “ສິ່ງທີ່ສະຫະລັດ ຈຳເປັນຕ້ອງໄດ້​ເຮັດ​ກໍ​ຄືປະ ຕິເສດບໍ່ຍອມ
ປ່ຽນທິດທາງ ​ແລະ​ຢັນຢັດ​ວ່າ ຂໍ້​ຕົກລົງທີ່​ທັງ​ສອງ​ຝ່າຍ ​ທີ່ໄດ້​ເຫັນພ້ອມນຳ​ກັນໄປ
ແລ້ວນັ້ນ ​ຈະ​ຕ້ອງໄດ້ບັນລຸເປົ້າໝາຍ.”

ທ່ານ​ກ່າວ​ວ່າ ການດຳເນີນຄວາມ​ພະຍາຍາມ ພາຍໃຕ້ການ​ນຳພາ​ຂອງ ສະຫະລັດ ທີ່​ຈະ​
ຕັດ​ທຶນການຊ່ວຍເຫລືອຂອງ​ນາໆ​ຊາດ ອາດ​ຈະ​ບັງ ຄັບ​ໃຫ້​ທັງ​ສອງ​ຝ່າຍ​ ກັບ​ຄືນ​ມາ​ສູ່
ໂຕະເຈລະຈາກັນໃໝ່.

ທ່ານ Rubin ຈາກສະ​ຖາ​ບັນ American Enterprise ກ່າວ​ວ່າ “ຖ້າວ່າ​ເງິນບໍ່​ເປັນ​ທີ່​ສີ້ນສຸດ ຖ້າວ່າບໍ່​ເຄີຍ​ມີການ​ຂັດ​ຂວາງຕໍ່​ການ​ຊ່ວຍ​ເຫລືອ ​ເພື່ອ​ບູລະນະສ້າງສາຄືນ
ໃໝ່ ຫລັງ​ຈາກ​ໄດ້ມີການ​ຕັດສິນ​ໃຈ​ເພື່ອ​ທຳສົງ ຄາມ ​ເພາະສະ​ນັ້ນທັງ​ໝົດ​ມັນຈຶ່ງ
ເປັນການ​ງ່າຍທີ່​ຈະ​ເຮັດ​ສົງຄາມກັນ.”

ບັນດາ​ເຈົ້າ​ໜ້າ​ທີ່ກະຊວງ​ຕ່າງປະ​ເທດສະຫະລັດ ກ່າວ​ວ່າ ອິສຣາ​ແອ​ລ ​ແລະ​ປາ​ແລ​ສ​ໄຕ​ນ໌
ຈຳເປັນຕ້ອງໄດ້​ເລືອກກ່ຽວ​ກັບ​ວ່າ ບາດກ້າວ​ອັນ​ໃດ​ທີ່​ເຂົາ​ເຈົ້າ​ຈະ​ເອົາ ​ແຕ່ສະຫະລັດຍັງ
ສືບຕໍ່ມີ​ຄວາມ​ເຊື່ອ​ວ່າ ກາ​ນສົນທະ ນາຫາລືກັນ​ເປັນ​ວິທີ​ທາງ​ດຽວເທົ່ານັ້ນ ທີ່​ຈະແກ້ໄຂ​ບັນ
​ຫາ​ຕ່າງໆ ​ໃນ​ລະຍະ​ຍາວໄດ້.

XS
SM
MD
LG