ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ອອສ​ເຕຣ​ເລຍ ເລີ່ມຕົ້ນ ບຸນ Vivid Sydney ໄລຍະ 14 ມື້ ທີ່​ປະກອບ​ດ້ວຍ ແສງສີ ສຽງດົນຕີ ​ແລະ ​ແນວ​ຄິດ


Australia Light Show
please wait
Embed

No media source currently available

0:00 0:00:56 0:00

ເບິ່ງວີດີໂອ ລາຍງານນີ້

ໂຮງລະຄອນໂອ​ເປ​ລາ ທີ່​ເປັນ​ສັນຍາ​ລັກ ຂອງທ່າ​ເຮືອນະຄອນ
Sydney ​ຂອ​ງປະ​ເທດ​ອອສ​ເຕຣ​ເລຍ ​ໄດ້​ສົ່ງ​ແສງສະຫວ່າງ
ອອກ​ມາ ​ໃນ​ວັນ​ສຸກ​ຜ່ານ​ມາ ດ້ວຍ​ການສະ​ແດ​ງ​ແສງ​ສີ​ຢ່າງຫຼູຫຼາ
ຊຶ່ງ​ເປັນ​ສັນຍານ ​ຂອງ​ການ​ເລີ່​ມຕົ້ນ ບຸນສະ​ແດງ​ດົນ​ຕີ ​ແລະ​ແສງ​ສີ
​ໄລຍະ​ສອງ​ອາທິດ.

ການ​ສະ​ແດງ​ແສງ​ສີ ​ເກືອບ 30 ນາທີ ປະກອບ​ດ້ວຍ ຮູ​ມຮ່າງ ​ແລະ ຮູບ​ພາບ​ສາມ​ມິດ​ຕິຕ່າງໆ ​ທີ່​ເຄື່ອນຍ້າຍ ​ເຊິ່ງ​ໄດ້​ຖືກສາຍ​ເປັນ​ວີ​ດີ​ໂອ ໃສ່ດ້ານ​ຂ້າງ​ຂອງ​ຫລັງຄາ ຂອງ​ໂຮງ​ລະຄອນ ໂອ​ເປ​ລາ ​ແລະ ​ເທິງ​ທ້ອງ​ຟ້າເໜືອທ່າ​ເຮືອ​ Sydney.

ການ​ສະ​ແດງ​ແສງ​ສີ​ໃນ​ຄັ້ງນີ້ ເປັນ​ຂີດໝາຍ ຂອງ​ການ​ເລີ່​ມຕົ້ນ ການ​ສະ​ເຫຼີມສະຫຼອງ
ບຸນ Vivid Sydney ​ໄລຍະ 18 ມື້ ທີ່​ປະກອບ​ດ້ວຍ “​ແສງສີ ສຽງດົນຕີ ​ແລະ ​ແນວ​ຄິດ.”

ໃນ​ຕະຫລອດ​ລາຍ​ການ​ຂອງ​ບຸນດັ່ງກ່າວ ສະຖານ​ທີ່​ຕ່າງໆ ​ໃນ​ນະຄອນ Sydney ລວມທັງ
​ອາຄານ​ຕ່າງໆ ​ໃນ​ບໍລິ​ເວນ​ຕົວ​ເມືອງ ຈະ​ໄດ້​ຖືກ​ເປີດໃຫ້ສະຫວ່າງຂຶ້ນ ດ້ວຍ​ການ​ສາຍແສງ​
ສີແບບ​ດຽວ​ກັນກັບ​ທີ່ກ່າວ​ມານັ້ນ. ​ແລະ​ຍັງ​ຈະ​ມີ​ການ​ຕິດຕັ້ງສະຖານ​ທີ່ພິ​ເສດ​ຕ່າງໆ ບ່ອນ
​ທີ່​ບັນດາ​ຜູ້​ຊົ​ມ ສາມາດສຳ​ພັດ​ ​ແລະ​ຫຼິ້ນກັບ​ການສະ​ແດງ​ແສງ​ສີ​ພິ​ເສດ​ດັ່ງກ່າວ.

ບຸນ Vivid Sydney ຍັງ​ປະກອບ​ດ້ວຍ ການສະ​ແດງ​ດົນຕີຫຼາຍຢ່າງ ພ້ອມ​ກັນ​ກັບ​ການ​
ປະຖະກະຖາ ​ແລະ ການ​ປະຊຸມ​ຕ່າງໆ ທີ່​ມີ​ນັກ​ປະຖະກາ​ຖາ ຫຼາຍໆຄົນ ​ໃນ​ດ້ານ​ສິນລະປະ
ດ້ານ​ບັນ​ເທີ​ງ ​ແລະ ດ້ານ​ອອກ​ແບບ ມາ​ຮ່ວມ ​ຈາກ​ທົ່ວ​ໂລກ.

Sydney Harbor's iconic opera house was lit up late Friday by a spectacular light show signaling the beginning of a two-week music and light festival.

The nearly 30-minute light show featured three-dimensional shapes, images and moving video projected on the sides of the opera house and over Sydney harbor.

The light show marks the beginning of the 14-day Vivid Sydney "light, music and ideas" festival.

Over the course of the festival, various locations in Sydney, including buildings in the downtown area, will be illuminated with similar light projections.There will also be special installations where visitors can interact with special lighting effects.

The festival also features a variety of musical performances as well as lectures and forums featuring a variety of speakers from the world of art, entertainment and design.

XS
SM
MD
LG