ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໗ ພຶດສະພາ ໒໐໒໔

ທ່ານ ເຊເລັນສກີ ກ່າວເຕືອນວ່າ ນິວເຄລຍຂອງ ຣັດເຊຍ ເຮັດໃຫ້ເກີດຄວາມສ່ຽງ ຄືກັບເຫດການ ເຊີໂນໂບລ


ແຟ້ມຮູບ-ຮູບພາບໃນປີ 1986 ນີ້ ສະແດງໃຫ້ເຫັນວິວທາງອາກາດຂອງໂຮງໄຟຟ້ານິວເຄລຍເຊີໂນໂບລ ໃນເມືອງເຊີໂນໂບລ, ຢູເຄຣນ, ແລະຄວາມເສຍຫາຍຈາກການລະເບີດ ແລະໄຟໄໝ້ໃນເຕົາປະຕິກອນ 4 ເມື່ອວັນທີ 26 ເມສາ 1986, ເຊິ່ງໄດ້ເຮັດໃຫ້ສານກໍາມັນຕະພາບລັງສີຈໍານວນຫຼາຍ ຖືກສົ່ງໄປໃນຊັ້ນບັນຍາກາດ.
ແຟ້ມຮູບ-ຮູບພາບໃນປີ 1986 ນີ້ ສະແດງໃຫ້ເຫັນວິວທາງອາກາດຂອງໂຮງໄຟຟ້ານິວເຄລຍເຊີໂນໂບລ ໃນເມືອງເຊີໂນໂບລ, ຢູເຄຣນ, ແລະຄວາມເສຍຫາຍຈາກການລະເບີດ ແລະໄຟໄໝ້ໃນເຕົາປະຕິກອນ 4 ເມື່ອວັນທີ 26 ເມສາ 1986, ເຊິ່ງໄດ້ເຮັດໃຫ້ສານກໍາມັນຕະພາບລັງສີຈໍານວນຫຼາຍ ຖືກສົ່ງໄປໃນຊັ້ນບັນຍາກາດ.

ປະທານາທິບໍດີ​ຢູ​ເຄຣນ ທ່ານໂວໂລດິເມຍ ເຊເລັນສກີ ອອກມາກ່າວ​ເຕືອນ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ການ​ຍຶດ​ເອົາ​ໂຮງ​ໄຟຟ້າ​ນິວ​ເຄລຍຂະໜາດ​ໃຫຍ່​ແຫ່ງ​ນຶ່ງ​ໂດຍຣັດ​ເຊຍ ໄດ້ກາຍມາ​ເປັນ​ໄພຂົ່ມຂູ່​ຕໍ່​ໄພພິບັດ​ທາງດ້ານ​ລັງສີ, ​ໃນ​ຂະນະ​ທີ່​ປະ​ເທດແຫ່ງ​ນີ້​ ໄດ້​ລະນຶກ​ເຖິງວັນ​ຄົບຮອບ​ໄພພິບັດ​ນິວ​ເຄລຍ ເຊີໂນໂບລ (Chernobyl) ໃນ ປີ 1986.

ກອງທັບຂອງຣັດ​ເຊຍ ເຂົ້າຍຶດ​ເອົາໂຮງ​ໄຟຟ້າ​ນິວ​ເຄລຍ ຊາໂປຣິສເຊຍ (Zaporizhzhia) ຫຼື ZNPP ທີ່ຕັ້ງຢູ່​ທາງພາກ​ໃຕ້​ຂອງ​ຢູ​ເຄຣນ ​ໃນ​ມື້​ທຳ​ອິດ​ຂອງ​ການ​ບຸກ​ໂຈມ​ຕີ ເມື່ອ​ປີ 2022.

ທັງ​ສອງ​ຝ່າຍ ​ກ່າວ​ຫາເຊິ່ງກັນແລະກັນເລື້ອຍໆ ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທີ່​ເປັນ​ອັນ​ຕະລາຍ​ຢູ່​ບໍລິເວນ​ດັ່ງກ່າວ, ເຊິ່ງ​ເປັນ​ສະຖານ​ທີ່ທາງດ້ານ​ນິວ​ເຄລຍທີ່​ໃຫຍ່​ທີ່​ສຸດ​ຂອງ​ຢູໂຣບ.

ທ່ານ ເຊເລັນສກີ ກ່າວໃນສື່ສັງຄົມອອນລາຍວ່າ “ມາຮອດປັດຈຸບັນ ເປັນເວລາ 785 ມື້ແລ້ວ, ທີ່ຜູ້ກໍ່ການຮ້າຍຣັດເຊຍ ໄດ້ເອົາໂຮງໄຟຟ້ານິວເຄລຍ Zaporizhzhia NPP ເປັນໂຕປະກັນ.”

ທ່ານກ່າວຕື່ມວ່າ "ມັນເປັນຄວາມຮັບຜິດຊອບ ຂອງທົ່ວໂລກ ທີ່ຈະກົດດັນຣັດເຊຍ ເພື່ອຮັບປະກັນວ່າ ZNPP ໄດ້ຮັບການປົດປ່ອຍ ແລະກັບຄືນສູ່ການຄວບຄຸມແບບເຕັມອັດຕາຂອງຢູເຄຣນ, ເຊັ່ນດຽວກັນກັບ ໂຮງງານນິວເຄລຍ ຂອງຢູເຄຣນທັງຫມົດ ໄດ້ຮັບການປົກປ້ອງຈາກການໂຈມຕີຂອງຣັດເຊຍ."

ທ່ານກ່າວວ່າ “ນີ້ແມ່ນວິທີດຽວທີ່ຈະປ້ອງກັນໄພພິບັດທາງລັງສີ ຄັ້ງໃຫມ່, ເຊິ່ງການປະກົດໂຕຂອງຜູ້ເຂົ້າຍຶດຄອງຣັດເຊຍ ຢູ່ທີ່ ZNPP ຍັງຄົງເປັນໄພຂົ່ມຂູ່ຢ່າງຕໍ່ເນື່ອງ.”

ການຮຽກຮ້ອງດັ່ງກ່າວ ມີຂຶ້ນໃນ 38 ປີ ຫຼັງຈາກການພັງທະລາຍລົງຂອງໂຮງໄຟຟ້ານິວເຄລຍເຊີໂນໂບລ ທາງພາກເຫນືອຂອງຢູເຄຣນ ທີ່ເຄີຍເປັນສ່ວນນຶ່ງຂອງສະຫະພາບໂຊວຽດໃນເວລານັ້ນ.

ເຫດການ​ດັ່ງກ່າວ, ຖື​ວ່າ​ເປັນ​ໄພ​ພິບັດ​ທາງນິວ​ເຄລຍທີ່​ຮ້າຍ​ແຮງ​ທີ່​ສຸດຢູ່​ໃນ​ໂລກ, ເຊິ່ງ​ໄດ້​ເຮັດໃຫ້ມີການປົນ​ເປື້ອນລັງສີ​ເປັນວົງ​ກວ້າງຂະໜາດ​ໃຫຍ່​ຢູ່ໃນ​ຢູ​ເຄຣນ, ​ເບ​ລາຣຸສ ​ແລະ ຣັດ​ເຊຍ, ເຊິ່ງບໍລິເວນແຖບຕາເວັນຕົກຂອງຢູໂຣບ ກໍໄດ້ຮັບຜົນກະທົບຈາກລັງສີດັ່ງກ່າວເຊັ່ນກັນ.

Kyiv, Ukraine, April 26, 2024 (AFP) -

Ukrainian President Volodymyr Zelensky warned on Friday that Russia's capture of a major nuclear power plant threatened a radiation catastrophe, as the country marked the anniversary of the 1986 Chernobyl nuclear disaster.

Russian forces seized the Zaporizhzhia nuclear power plant (ZNPP) in southern Ukraine in the first days of its 2022 invasion.

Both sides regularly accuse each other of endangering safety at the site, Europe's largest nuclear facility.

"For 785 days now, Russian terrorists have held the Zaporizhzhia NPP hostage," Zelensky said on social media.

"It is the entire world's responsibility to put pressure on Russia to ensure that ZNPP is liberated and returned to full Ukrainian control, as well as that all Ukrainian nuclear facilities are protected from Russian strikes," he added.

"This is the only way to prevent new radiation disasters, which the Russian occupiers' presence at ZNPP constantly threatens."

The call came 38 years after the meltdown of the Chernobyl nuclear power plant in northern Ukraine, then part of the Soviet Union.

The incident, which is considered the world's worst nuclear disaster, contaminated vast areas of Ukraine, Belarus and Russia. Swathes of western Europe were also exposed to radiation.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG