ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຫົວໜ້າ ດ້ານມະນຸດສະທຳ ສປຊ ເຕືອນເຖິງ ໄພອືດຫິວ ໃນ ເຢເມນ


ເດັກນ້ອຍຜູ້ຊາຍຄົນນຶ່ງ ຂາດອາຫານ ນັ່ງຢູ່ສູນກາງປິ່ນປົວ ໃນນະຄອນ Sanaa ປະເທດ Yemen.
ເດັກນ້ອຍຜູ້ຊາຍຄົນນຶ່ງ ຂາດອາຫານ ນັ່ງຢູ່ສູນກາງປິ່ນປົວ ໃນນະຄອນ Sanaa ປະເທດ Yemen.

ຫົວໜ້າດ້ານ​ມະນຸດສະທຳ​ອົງການ​ສະຫະປະຊາ​ຊາ​ດ ໄດ້​ເຕືອນໃນ​ວັນ​ຈັນ​ວານ​ນີ້​ວ່າ “ຍັງອີກ​ບາດກ້າວ​ນຶ່ງ ກ່ອນ​ທີ່​ຈະເກີດ​ໄພ​ອຶດ​ຫິວ."

ທ່ານ Stephen O’Brien ​ໄດ້​ກ່າວ​ຕໍ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ວ່າ ຊາວ​ເຢ​ເມນຫລາຍກວ່າ 21 ລ້ານ​ຄົນ ຊຶ່ງ​ປະ​ກອບ​ເປັນ 80 ​ເປີ​ເຊັນ​ຂອງ​ຈຳນວນ​ປະຊາກອນ ກຳ ລັງ​ຢູ່​ໃນ​ຄວາມ​ຕ້ອງການ​ໆ​ຊ່ວຍ​ເຫລືອດ້ານ​ມະນຸດສະ​ທຳ​ແນວ​ໃດ​ແນວ​ນຶ່ງ.

ທ່ານ O’Brien ​ໄດ້​ລາຍ​ງານ​ທາງ​ໂທລະສັບ​ຈາກ​ Bahrain ບ່ອນ​ທີ​ທ່ານ​ໄດ້ໄປ​ເຖິງ ເພື່ອ​ຢ້ຽມຢາມ​ເປັນ​ເວລາ 10 ວັນທີ່​ຈະ​ຮວມ​ທັງປະ​ເທດ Kuwait, Qatar ​ແລະ ສະຫະລັດ​ອາ ຣັບ Emirates. ທ່ານ​ໄດ້​ເດີນທາງ​ໄປ Yemen ​ໃນ​ຕົ້ນ​ເດືອນ​ແລ້ວ​ນີ້.

ເດັກນ້ອຍແມ່ຍິງຄົນນຶ່ງຂາດອາຫານ ຮ້ອງໃຫ້ໃນຂະນະທີ່ຊັງນໍ້າໜັກ.
ເດັກນ້ອຍແມ່ຍິງຄົນນຶ່ງຂາດອາຫານ ຮ້ອງໃຫ້ໃນຂະນະທີ່ຊັງນໍ້າໜັກ.

ທ່ານ O’Brien ກ່າວ​ວ່າ “ຫລາຍ​ກວ່າ 2 ລ້ານ​ຄົນ​ພາກັນ​ຂາດ​ອາຫານຢູ່​ໃນ​ທົ່ວ​ປະ​ເທດ ຮວມທັງ​ເດັກນ້ອຍ 370,000 ພັນຄົນ ​ທີ່​ຂາດ​ອາຫານ​ຢ່າງ​ຮ້າຍ​ແຮງ. ນັ້ນແມ່ນ​ເພີ້​ມຂຶ້ນ 65 ​ເປີ​ເຊັນ​ ປຽບທຽບໃສ່​ປີ​ກາຍນີ້​ກ່ອນ​ບັນຫາຂັດ​ແຍ້​ງ​ໄດ້ເກີດ​ຂຶ້ນ.

ລາ​ຄາ​ອາຫານໄດ້ສູງຂຶ້ນ​ 20 ​ເປີ​ເຊັນ​ນັບ​ແຕ່​ການສູ້ລົບ​ໄດ້​ເລີ້ມ​ເລີ້ມ​ຂຶ້ນ​ປີ​ກາຍ​ນີ້ ​ແລະ Saudi ​ໄດ້​ວາງມາດ​ການກີດ​ກັ້ນ​ທີ່ເຮັດ ​ບໍ່ໃຫ້ສົ່ງ​ອາຫານໄປ​ໃຫ້​ປະ​ເທດ ​ກ່ອນ​ເກີດການ​ຂັດ​ແຍ້​ງ ທີ່​ນຳ​ເຂົ້າ​ອານ​ຫານ​ເຖິງ 90 ​ເປີ​ເຊັນ​ນັ້ນ.

ຄົນພາກັນຢຶນຢູ່ໃກ້ຊາກສົບ ທີ່ຖືກສັງຫານຈາກການຖີ້ມລະເບີດຂອງ ຊາອຸດີ ອາຣາເບຍ.
ຄົນພາກັນຢຶນຢູ່ໃກ້ຊາກສົບ ທີ່ຖືກສັງຫານຈາກການຖີ້ມລະເບີດຂອງ ຊາອຸດີ ອາຣາເບຍ.

ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ອະຫິວາ ທີ່​ມັກ​ເກີດ​ຈາກນໍ້າ ພະຍາດ​ລົງທ້ອງ ກຳລັງ​ເລີ້ມ​ປາກົດໃຫ້​ເຫັນ ​ໂດຍ​ການ​ຢັ້ງຢືນ 61 ກໍລະນີ ​ໄດ້​ເສຍ​ຊີວິດ ​ແລະ 1,700 ກໍລະນີ ທີ່ສົງ​ໄສ​ຢູ່ໃນ 10 ​ເຂດ​ເມືອງ​.

ຄົນພາກັນເຕົ້າໂຮມກັນຢູ່ຄຸກ ທີ່ຖືກລະເບີດຈາກການໂຈມຕີແນວໂຮມ.
ຄົນພາກັນເຕົ້າໂຮມກັນຢູ່ຄຸກ ທີ່ຖືກລະເບີດຈາກການໂຈມຕີແນວໂຮມ.

ທ່ານ O’Brien ກ່າວ​ວ່າ ສະຫະ​ປະຊາຊາດ ​ແລະ​ບັນດາ​ເພື່ອນ​ຮ່ວມງານ​ໃນ ດ້ານ​ມະນຸດ​ສະ​ທຳກຳລັງຈັດ​ຕັ້ງ 21 ສູນ​ກາງ​ປິ່ີນປົວ​ພະຍາດອະ​ຫິວາ ​ແຕ່​ວ່າ ນັ້ນຍັງ​ພຽງພໍ​ທີ່​ຈະສະກັດ​ກັ້ນການລະບາດ​ຂອງ​ພະຍາດ​ໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

UN Yemen
please wait
Embed

No media source currently available

0:00 0:01:20 0:00

XS
SM
MD
LG