ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ນັກຂຽນທີ່ຖືກຂັງຄຸກໃນ ຫວຽດນາມ ໄດ້ຮັບລາງວັນລະດັບສາກົນ


ແຟ້ມພາບ - ນັກຂ່າວ ແລະ ນັກຂຽນບລັອກຊາວຫວຽດນາມ ນາງ ຟາມ ດວນ ຈຣາງ (Pham Doan Trang) ຖືກເຫັນຢູ່ໃນວີດີໂອທີ່ບໍ່ໄດ້ລະບຸວັນທີ. (ວີໂອເອ ພາສາຫວຽດນາມ)
ແຟ້ມພາບ - ນັກຂ່າວ ແລະ ນັກຂຽນບລັອກຊາວຫວຽດນາມ ນາງ ຟາມ ດວນ ຈຣາງ (Pham Doan Trang) ຖືກເຫັນຢູ່ໃນວີດີໂອທີ່ບໍ່ໄດ້ລະບຸວັນທີ. (ວີໂອເອ ພາສາຫວຽດນາມ)

ນັກ​ຂຽນ ​ແລະ ນັກ​ຂ່າວຊາວ​ຫວຽດນາມ ​ທີ່ໄດ້​ຮັບ​ໂທດ​ຂັງ​ຄຸກ 9 ປີ ​ຍ້ອນຜົນງານຂອງນາງ ​ໄດ້​ຮັບ​ລາງວັນ ​ດ້ານວັນນະຄະດີ​ສາກົນ.

ກຸ່ມ ສິດທິມະນຸດ PEN America ໄດ້ປະກາດວ່າ ທ່ານ ຟາມ ດວນ ຈຣາງ(Pham Doan Trang) ຈະໄດ້ຮັບລາງວັນ PEN/Barbey Freedom to Write ປະຈຳປີ 2024. ໃນແຕ່ລະປີ ການໃຫ້ກຽດນີ້ ຈະຖືກມອບໃຫ້ ແກ່ນັກຂຽນທີ່ຖືກຂັງຄຸກຈາກຜົນງານຂອງພວກເຂົາ.

ນາງ ຈຣາງ (Trang) ເປັນ​ທີ່​ຮູ້​ຈັກ​ຢູ່ໃນ​ຫວຽດ​ນາມ​ ຈາກ​ບັນ​ດາ blog ແລະ​ໜັງສື​ກ່ຽວ​ກັບ​ສິດ​ເສລີພາບ​ຂອງ​ພົນ​ລະ​ເມືອງ. ນາງໄດ້ເລີ່ມຕົ້ນ blog ໃນປີ 2006 ເພື່ອເປັນການສ້າງພື້ນທີ່ສໍາລັບການອະພິປາຍຢ່າງອິດສະຫຼະ. ນັບ​ຕັ້ງແຕ່​ນັ້ນ​ມາ, ນັກ​ຂຽນຄົນດັ່ງກ່າວ ​ໄດ້​ເລີ່ມຂຽນວາ​ລະ​ສານ​ອອນ​ລາຍນ໌, ເປີດ​ສຳ​ນັກ​ພິມ​, ແລະຂຽນ​ໜັງສື​ກ່ຽວ​ກັບ​ການ​ເມືອງ, ສິດ​ທິ​ມະ​ນຸດ, ລະ​ບົບ​ກົດ​ໝາຍ​ຂອງຫວຽດ​ນາມ.

ໜັງສືຂອງນາງ ລວມມີການຕໍ່ຕ້ານທີ່ບໍ່ຮຸນແຮງ, ການເມືອງເພື່ອປະຊາຊົນທົ່ວໄປ, ປື້ມຄູ່ມືສໍາລັບນັກຕໍ່ສູ້ເພື່ອເສລີພາບ, ແລະການເມືອງຂອງລັດແຫ່ງຕໍາຫຼວດ.

ບົດ​ຂຽນ​ດັ່ງກ່າວ ໄດ້​ເຮັດໃຫ້ ນາງ ຈຣາງ ໄດ້ຮັບຄວາມສົນໃຈຈາກ​ອຳນາດ​ການ​ປົກຄອງ​ຫວຽດນາມ. ໜັງສືຂອງນາງ ໄດ້ຖືກຍຶດ ແລະຜູ້ທີ່ຊື້ ຫຼືເປັນເຈົ້າຂອງໜັງສື ກໍມີຄວາມສ່ຽງຕໍ່ການຖືກຕັ້ງຂໍ້ຫາເຜີຍແຜ່ການໂຄສະນາຊວນເຊື່ອເພື່ອຕໍ່ຕ້ານລັດ, ອີງຕາມກຸ່ມ PEN.

​ໃນ​ປີ 2020, ຫວຽດນາມ​ໄດ້​ຈັບ​ຕົວ​ນາງ ຈຣາງ ດ້ວຍ​ຂໍ້​ກ່າວ​ຫາ ​ເຜີຍ​ແຜ່ “ໂຄສະນາ​ຊວນເຊື່ອ ເພື່ອຕໍ່ຕ້ານ​ລັດ”, ​ແລະ​ໃນ​ການ​ດຳ​ເນີນ​ຄະດີ​ໃນ​ປີ 2021, ສານ​ໄດ້​ຕັດສິນ​ລົງ​ໂທດ​ໃຫ້​ຂັງຄຸກນາງ ເປັນເວລາ 9 ປີ.

ນັກຂຽນທ່ານນີ້ ກໍາລັງຮັບໂທດຂອງນາງຢູ່ໃນຄຸກ ທີ່ຢູ່ຫ່າງໄກຈາກບ້ານເກີດຂອງນາງ ປະມານ 900 ໄມ, ຊຶ່ງຫມາຍຄວາມວ່າ ຄອບຄົວ ສາມາດໄປຢ້ຽມຢາມໄດ້ ເປັນບາງຄັ້ງຄາວເທົ່ານັ້ນ.

“ທ່ານ​ນາງ ຈຣາງ ​ໄດ້​ກະຕຸ້ນ​ປະຊາຊົນຊາວ​ຫວຽດນາມ ຜ່ານ​ບັນດາ​ບົດ​ຂຽນ​ຂອງນາງ ກ່ຽວ​ກັບ​ປະຊາທິປະ​ໄຕ, ສິດທິ​ມະນຸດ, ການ​ເສື່ອມ​ໂຊມ​ດ້ານ​ສິ່ງ​ແວດ​ລ້ອມ, ​ແລະ ​ການເສີມ​ຂະຫຍາຍ​ສິດ​ອຳນາດ​ຂອງ​ແມ່ຍິງ. ລັດຖະບານຫວຽດນາມ ໄດ້ຂົ່ມເຫັງ ແລະຈໍາຄຸກ ນາງ ຈຣາງ ໃນຄວາມພະຍາຍາມທີ່ຈະເຮັດໃຫ້ສຽງຂອງນາງມິດລົງ, "ທ່ານນາງ ຊູຊານ ນອສເຊລ (Suzanne Nossel), ຫົວໜ້າອົງການ PEN America ກ່າວໃນຖະແຫຼງການສະບັບນຶ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG