ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ມະຫາອຳນາດ ຂອງໂລກ ເປີດປະຊຸມ ກ່ຽວກັບ ອະນາຄົດ ທາງການເມືອງ ຂອງ ຊີເຣຍ


Will Iran, Russia Participation in Syria Talks Help or Hurt Process?
please wait

No media source currently available

0:00 0:01:49 0:00

ພວກ​ນັກ​ການ​ທູດ​ຈາກ 17 ປະ​ເທດ ບວກ​ກອົງການ​ສະຫະ​ປະ
ຊາ​ຊາດ ​ແລະສະຫະພາບ​ຢູ​ໂຣບ​ ​ໄດ້​ເປີດ​ການ​ເຈລະຈາ​ ທີ່​ນະ
ຄອນວຽນ​ນາ ກ່ຽວ​ກັບ​ອະນາຄົດ ທາງ​ດ້ານ​ການ​ເມືອງ​ຂອງ​ຊີ​
ເຣຍ.

ການ​ປະຊຸມ ຊຶ່ງ​ເປັນ​ເທື່ອ​ທຳ​ອິດ​ໃນ​ທຳນອງ​ນີ້ ​ແມ່ນ​ມີ​ຮວມທັງ​
ຣັດ​ເຊຍແລະ​ອີຣ່ານ​ເຂົ້າຮ່ວມ​ ສອງ​ປະ​ເທດ​ທີ່​ເຄີຍ​ໃຫ້ການ​ສະ
ໜັບສະໜຸນ ​ແກ່​ປະທານາທິບໍດີ Bashar al-Assad ມາ​ເປັນ
​ເວລາ​ດົນ​ນານ​ແລ້ວນັ້ນ.

ທ່ານ Daniel Serwer ອາຈານ​ສອນ​ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ບັນ
ຫາ​ຂັດ​ແຍ້​ງ ຂອງມະຫາວິທະຍາ​ໄລ​ Johns Hopkins ກ່າວ​ວ່າ ຈະ​ບໍ່​ມີ​ການ​ແກ້​ໄຂ​ທາງ
ດ້ານ​ການ​ເມືອງ ​ຕໍ່​ບັນຫາ​ສົງຄາມ​ຢູ່​ໃນ​ຊີ​ເຣຍ ​ໂດຍ​ປ​າສະ​ຈາກ​ອີຣ່ານ. ທ່ານ​ກ່າວຕື່ມ​ວ່າ ​
ແຕ່​ນັ້ນ ​ກໍບໍ່​ໄດ້​ໝາຍ​ຄວາມ​ວ່າ ມັນ​ຈະ​ມີ​ຂຶ້ນກັບ​ອີຣ່ານ​ແຕ່​ຢ່າງ​ໃດ​ເລີຍ.

ແຜນທີ່ຂອງສະຖາບັນສຶກສາສົງຄາມ
ແຜນທີ່ຂອງສະຖາບັນສຶກສາສົງຄາມ

ການ​ເຈລະຈາ​ດັ່ງກ່າວ​ນີ້ ຍັງ​ຮວມທັງ​ຄູ່​ປໍ​ລະ​ປັກ​ຂອງ​ອີຣ່ານ ຄື​ຊາ​ອຸ​ດີ ອາ​ຣາ​ເບຍ ຊຶ່ເປັນ
​ປະ​ເທດ​ທີ່​ມີ​ທ່າ​ທີ​ແບບ​ດຽວ​ກັນ​ກັບ​ສະຫະລັດ​ທີ່​ວ່າ ປະທານາທິບໍດີ Assad ຈະ​ຕ້ອງ​ບໍ່​ມີ
ສ່ວນ​ຮ່ວມ​ໃດໆ ​ໃນ​ການ​ແກ້​ໄຂ​ບັນຫາ​ທາງ​ດ້ານ​ການ​ເມືອງ ​ໄລ​ຍະ​ຍາວ ຕໍ່​ສົງຄາມ​ກາງ
ເມືອງທີ່ດຳເນີນມາ ເປັນເວລາສີ່ປີເຄິ່ງຢູ່ໃນຊີເຣຍ ທີ່ເຮັດໃຫ້ມີຜູ້ເສຍຊີວິດ ຫຼາຍພັນຄົນ ເກີດວິກິດການອົບພະຍົບແລະຊ່ອງຫວ່າງໃນດ້ານຄວາມໝັ້ນຄົງທີ່ອຳນວຍໃຫ້ພວກຫົວ
​ຮຸນ​ແຮງລັດ​ອິສລາມ ສ້າງຕັ້ງທີ່ ໝັ້ນຂອງ​ຕົນ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ​ໄດ້.

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ໃນ​ວັນ​ສຸກ​ມື້ນີ້ຂະນະ
​ທີ່​ທ່ານ​ຈະ​ເຂົ້າຮ່ວມ​ການ​ເຈລະຈາ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຈິບວ່າ​ ຂ້າພະເຈົ້າ
ຫວັງ​ວ່າ​ພວກ​ເຮົາ​ຈະ​ພົບ​ເຫັນ​ຊ່ອງ​ທາງ ​ເພື່ອ​ກ້າວ​ເດີນ​ໄປ​ໜ້າ.​ ມັນຫຍຸ້ງຍາກ​ຫລາຍ.

ສ່ວນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເຢຍຣະມັນທ່ານ Frank-Walter Steinmeier ກ່າວ​
ຕໍ່​ພວກ​ນັກ​ຂາວ​ວ່າ ມັນ​ຈະ​ເປັນ​ໄປ​ບໍ່​ໄດ້ ​ທີ່​ຈະ​ແກ້​ໄຂ​ບັນຫາທັງ​ໝົດ​ ແລະ​ຜົນ​ປະ​ໂຫຍ​ດທີ່​
ເປັນ​ຮູບ​ປະ​ທຳ​ຂອງ​ບັນຫາຂັດ​ແຍ້​ງພາຍ​ໃນ​ເວລາ​ຂ້າມ​ຄືນ​ແຕ່​ທ່ານ​ກໍ​ກ່າວ​ໃນ​ກອງ​ປະຊຸມ​
ໃນ​ວັນ​ສຸກ​ມື້ື້ນີ້ວ່າ ມັນ​ເປັນ​ບາດກ້າວ​ທີ່​ສຳຄັນ.

Uncertainty over Russia, Iran Involvement in Syria
please wait

No media source currently available

0:00 0:01:48 0:00

ສ່ວນ​ລັດຖະມົນຕີການຕ່າງປະ​ເທດ​ຝຣັ່ງ ທ່ານ Laurent Fabius ​ເວົ້າວ່າ ມັນ ​ເປັນ​ບາດ
ກ້າວ ​ຂັ້ນທຳ​ອິດ​ ການ​ຕໍ່ສູ້​ຕ້ານ​ກຸ່ມ​ລັດ​ອິສລາມ ​ແລະ​ ກຸ່ມຫົວ​ຮຸນ​ແຮງ Jabhat al-Nusra ​ໃນ​ຊີ​ເຣຍ ຈະ​ຕ້ອງ​ດຳ​ເນີນ​ໄປ​ ແບບ​ມີ​ປະສິດທິ​ຜົນ​ຫຼາຍຂຶ້ນ ທ່ານ​ກ່າວ​ວ່າ ຫລັງ​ຈາກ​ນັ້ນ ການ​ໂອນ​ອຳນາດ​ທາງ​ດ້ານ​ການ​ເມືອງ​ຕ້ອງ​ໄດ້​ມີ​ການຈັດຕັ້ງ.

ເປັນ​ທີ່​ສັງ​ເກດ​ໄດ້​ວ່າ ບໍ່​ໄດ້​ເຂົ້າຮ່ວມ​ໃນການ​ເຈລະ​ຈາ ກ່ຽວ​ກັບ​ອະນາຄົດ​ທາງ​ດ້ານການ​ເມືອງຊີ​ເຣຍ ​ໃນ​ວັນ​ສຸກ​ມື້ນີ້ ກໍ​ແມ່ນ​ຜູ້ຕາງໜ້າ​ ຂອງ​ລັດຖະບານ​ຊີ​ເຣຍ ​ແລະ​ບັນດາ​ກຸ່ມ​ທີ່
ນິຍົມ​ແນວທາງ​ປານ​ກາງຂອງ​ປະ​ເທດ​ດັ່ງກ່າວ.

VOA60 World - At least eight killed in government air strikes outside Damascus
please wait

No media source currently available

0:00 0:01:00 0:00

XS
SM
MD
LG