ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

Costa Rica ຊະນະ Uruguay ຢ່າງ​ບໍ່​ຄາດ​ຝັນ​ ໃນ​ການ​ແຂ່ງຂັນ​ World Cup (ສະໄລດ໌/ວີດີໂອ)


WORLD CUP WRAP REAX VOSOTS Edl
please wait

No media source currently available

0:00 0:00:27 0:00

ບັນດາຜູ້ສະໜັບສະໜຸນທີມ Costa Rica ພາກັນສະແດງ ຄວາມດີອົກດີໃຈ ທີ່ທີມຂອງຕົນ ຊະນະ Uraguay.

ຜົນ​ການ​ແຂ່ງຂັນ​ເຕະບານ​ໂລກ ສຳ​ຫລັບ​ວັນ​ເສົາ​ວານ​ນີ້
ປະກົດ​ວ່າ ໃນການ​ແຂ່ງຂັນ​ຂອງສາຍ D ນັ້ນ ທີ​ມ Costa
Rica ​ຊຶ່ງ​ນຳຫຼັງ ທີ​ມ Uruguay ຢູ່​ນັ້ນ ໄດ້ກ້າວຂຶ້ນມາ​ ຍາ​ດ
ເອົາ​ໄຊຊະນະ 3-1 ​ຢ່າງ​ບໍ່​ຄາດ​ຝັນ​ ໃນ​ການ​ແຂ່ງຂັນ​ເຕະບານ​
ໂລກ World Cup ຢູ່ ປະ​ເທດ Brazil.

ທີ​ມ Uraguay ​ໄດ້ລົງ​ແຂ່ງ ​ໂດຍ​ປາດ​ສະ​ຈາກນັກ​ເຕະ​ຊື່ດັງ
ກອງ​ໜ້າ ຂອງ​ຕົນ ທ້າວ Luis Suarez ​ທີ່​ໄດ້​ຖືກ​ສັ່ງ​ໃຫ້​ພັກ
ຍ້ອນ​ກຳລັງ​ຟື້ນ​ຟູຈາກ​ການຜ່າຕັດ​ຫົວ​ເຂົ່າ.

​ໃນການ​ແຂ່ງຂັນຂອງ​ອີກຄູ່ໜຶ່ງ​ ​ຂອງສາຍ D ມື້ວານ​ນີ້ ທ້າວ
Mario Balotelli ກອງ​ໜ້າຂອງອີ​ຕາ​ລີ ​ໄດ້​ໃຊ້​ຫົວ​ຕຳ​ບານ​ເຂົ້າ​ໂກລທີ​ສອງ ຊຶ່ງ​ເຮັດ​ໃຫ້
ອີ​ຕາ​ລີ ຊະນະ ອັງກິດ 2-1.
ນັກເຕະທີມ Colombia ທ້າວ Teofilo Gutierrez (9) ທຳຄະແນນລູກທີ 2 ກັບຄູ່ແຂ່ງທີມ Greece ໃນສາຍ C ຢູ່ທີ່ສະໜາມ Mineirao ໃນເມືອງ Belo Horizonte ປະເທດ Brazil.
ນັກເຕະທີມ Colombia ທ້າວ Teofilo Gutierrez (9) ທຳຄະແນນລູກທີ 2 ກັບຄູ່ແຂ່ງທີມ Greece ໃນສາຍ C ຢູ່ທີ່ສະໜາມ Mineirao ໃນເມືອງ Belo Horizonte ປະເທດ Brazil.

Claudio Marchisio ​ເປັນ​ຜູ້​ທຳປະຕູ​ລູກ​ທຳອິດ​ ໃຫ້​ອີ​ຕາ​ລີ
ດ້ວຍ​ການ​ເຕ​ະລະຍະໄກ ຜ່ານ​ກຸ່ມນັກ​ເຕະບານ​ ຂອງ​ທັງ​ສອງ
​ຝ່າຍ ​ໃນ​ເວລາ 35 ນາທີ​ ຂອງ​ເຄິ່ງ​ເວລາທຳ​ອິດ. ​ແຕ່ທ້າວ
Daniel Sturridge ຂອງທີ​ມ ອັງກິດ​ໄດ້ເຕະ​ເຂົ້າ​ໂກລ ທຳ​ຄະ​
ແນນສະ​ເໝີກັນໃນ 2 ນາທີ​ຕໍ່​ມາ.

ກ່ອນ​ໜ້າ​ນັ້ນ ​ທີ​ມ Columbia ບຸກໜັກ​ຈົນ ທີ​ມ Greece ຕ້ານ
ທານ​ບໍ່ໄຫວ ແລະຍາດ​ເອົາ​ໄຊ​ຊະນະ​ໄປ​ໄດ້ 3-0 ໃນ​ສາຍ C ​
ໃນ​ການເປີດ​ເກ​ມ​ແຂ່ງຂັນ​ ຂອງ​ມື້ທີ​ສາມ​ຂອງ World Cup.

ຊາວ Columbia ຢູ່​ໃນ​ສະໜາມ​ແຂ່ງທີ່​ເມືອງ Belo Horizonte
​ພາກັນ​ຮ້ອງ​ໂຮກະໂດດໂລດ​ເຕັ້ນ ​ຢ່າງ​ດີ​ອົກ​ດີ​ໃຈ ຫຼັງຈາກ​ທີ່
Pablo Armero ​ໄດ້ສົ່ງ​ທີ​ມລາວນຳ​ໜ້າໄປ​ກ່ອນ ​ດ້ວຍ​ການເຕ​ະ​ເຂົ້າ​ໂກລ​ເບື້ອງ​ຊ້າຍສຸດ ​
ໃນ​ 5 ນາທີ​ທຳ​ອິດຂອງ​ການ​ແຂ່ງຂັນ. ທີມ Greece ​ໄດ້​ສ້າງ​ໂອກາດທີ່ຈະ​ທຳ​ຄະ​ແນນ
ຫຼາຍໆ​ຄັ້ງ ​ແຕ່​ບໍ່ສາມາດສວຍ​ໂອກາດ​ເຫຼົ່ານັ້ນ​ໄດ້​ເລີຍ.

​ໃນ​ການ​ແຂ່ງຂັນ​ຄູ່​ສຸດ​ທ້າຍ​ຂອງ​ມື້ວານ​ນີ້ ທີ​ມ Ivory Coast ທຳ​ຄະ​ແນນ​ໄດ້ 2 ​ປະຕູ
ຢ່າງ​ໄວວາ ​ໃນ​ເຄິ່ງ​ເວລາທີ 2 ​ແລ້ວ ​ໂດຍ​ໄດ້ຊະ​ນະ ຢີ່ປຸ່ນ 2-1.

​ໃນ​ການ​ແຂ່ງຂັນ​ຂອງ​ສາຍ B ມື້ວັນ​ສຸກຜ່ານມາ​ ​ທິມເນ​ເທີ​ແລນໄດ້ແກ້ແຄ້ນທີ​ມສະ​ເປ​ນ
ຢ່າງ​ເຈັບແສບ ​ໂດຍ​ເອົາຊະນະ​ທິມເນ​ເທີ​ແລນ ຊຶ່ງ​ເປັນ​ຜູ້​ປ້ອງ​ກັນ​ແຊ້ມ ​ແລະ​ທີມອັນດັບ
ນຶ່ງຂອງ​ໂລກ ດ້ວຍຄະແນນ 5 ປະຕູຕໍ່ 1 ຊຶ່ງ​ເປັນ​ການ​ແກ້ແຄ້ນ​ກັນ​ຄືນຂອງ​ເກ​ມຊິງ​
ຊະນະ​ເລີດ World Cup ປີ 2010 ຊຶ່ງ​ທີ​ມສະ​ເປນ ຊະນະ ​ທີ​ມ​ເນ​ເທີ​ແລນ 1-0.

ຊົມວິວນະຄອນ Rio de Jeinero ຈາກຈອມພູ Sugarloaf Mountain:
World Cup Fans Gather on Top of Sugarloaf Mountain
please wait

No media source currently available

0:00 0:01:30 0:00




XS
SM
MD
LG