ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສຫລ ແລະ ເທີກີ ລົງນາມ ໃນຂໍ້ຕົກລົງ ໃຫ້ການເຝິກແອບ ພວກຕໍ່ຕ້ານລັດຖະບານຊີເຣຍ


ພວກນັກຕໍ່ສູ້ຈາກກຸ່ມລັດອິສລາມ ທີ່ເປັນເຄືອຂ່າຍ ຂອງພວກຫົວຮຸນແຮງ al-Qaida ກຳລັງເດີນສວນສະໜາມ ໃນເມືອງ Raqqa ປະເທດຊີເຣຍ, ວັນທີ 14 ມັງກອນ 2014.
ພວກນັກຕໍ່ສູ້ຈາກກຸ່ມລັດອິສລາມ ທີ່ເປັນເຄືອຂ່າຍ ຂອງພວກຫົວຮຸນແຮງ al-Qaida ກຳລັງເດີນສວນສະໜາມ ໃນເມືອງ Raqqa ປະເທດຊີເຣຍ, ວັນທີ 14 ມັງກອນ 2014.

ສະຫະລັດ ​ແລະ ​ເທີ​ກີ​ ໄດ້​ລົງນາມໃນຂໍ້ຕົກລົງ ​ເພື່ອ​ໃຫ້ການ
​ເຝິກ​ແອບ ​ແລະປະກອບ​ອາ​ວຸດ ​ໃຫ້ພວກນັກ​ຕໍ່ຕ້ານ​ລັດຖະບານ
ຊີ​ເຣຍນິຍົມ​ແນວທາງປານ​ກາງ ​ຕໍ່ສູ້​ກັບ​ພວກ​ກຸ່ມ​ກໍ່​ການ​ຮ້າຍ​
ລັດ​ອິສລາມ.

ຂໍ້​ຕົກລົງ​ດັ່ງກ່າວໄດ້​ລົງ​ນາມກັນ ​ໃນ​ວັນ​ພະຫັດ​ວານ​ນີ້​ໂດຍ ​
ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະຈຳ​ເທີ​ກີ ທ່ານ John Bass
​ແລະ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເທີ​ກີ​ ທ່ານ Feridun
Sinirlioglu ​ທີ່​ເອີ້ນ​ຂໍ້​ຕົກລົງ​ດັ່ງກ່າວ​ນີ້ວ່າ ເປັນ “​ບາດກ້າວ​
ອັນ​ສຳຄັນ”
​ໃນການເປັນ​ພາຄີ​ລະຫວ່າງທັງ​ສອງ​ປະ​ເທດ.

ກອງທັບ​ສະຫະລັດ ​ໄດ້​ກ່າ​ວວ່າ ຕົນ​ມີ​ແຜນ​ທີ່​ຈະ​ສົ່ງ​ທະຫານ​ອາ​ເມຣິກັນ​ຈຳນວນຫຼາຍກວ່າ
400 ຄົນ ລວມທັງ ໜ່ວຍກຳລັງປະຕິບັດ​ການ​ພິ​ເສດ ​ໄປ​ເຝິກ​ແອບ​ ພວກຕໍ່ຕ້ານ​ລັດຖະບານ
ຊີເຣຍ ຢູ່​ຕາມສະຖານທີ່ ຕ່າງໆນອກປະເທດຊີເຣຍ ອັນເປັນ​ສວນ​ນຶ່ງ​ຂອງ​ການ​ຕໍ່ສູ້​ຕ້ານ
​ພວກ​ລັດ​ອິສລາມ.

ບັນດາ​ເຈົ້າໜ້າທີ່​ສະຫະລັດ ກ່າວ​ວ່າ ພວກ​ເຂົາ​ເຈົ້າວາງ​ແຜນ​ທີ່​ຈະໃຫ້ ການ​ເຝິກ​ແອ​ບ​ ແກ່
ພວກນັກ​ຕໍ່ສູ້​ຊາວ​ຊີ​ເຣຍ ຈາກ​ກອງ​ທັບຊີ​ເຣຍເສ​ລ​ີ ປະມານ 5,000 ຄົນ ​ໃນ​ໄລຍະ 3 ປີ. Saudi Arabia, Qatar ​ແລະ Turkey ​ໄດ້​ສະ​ເໜີ​ຢ່າງ​ເປີດ​ເຜີຍ​ທີ່​ຈະ​ເປັນ​ເຈົ້າພາບ​ສະໜອງ​ສະຖານ​ທີ່​ການ​ເຝິກ​ແອບ.

​ເທີ​ກີ ຊຶ່ງ​ມີ​ເຂດ​ແດນ​ຕິດ​ກັບຊີ​ເຣຍ 750 ໄມລ໌ ກ່າວ​ວ່າ ​ຕົນ​ຫວັງ​ວ່າ ການ​ເຝິກ​ແອບ​ນີ້
ຍັງຈະເປັນການເສີມຄວາມເຂັ້ມແຂງ ໃຫ້ແກ່ພວກຕໍ່ຕ້ານ​ລັດຖະບານ ​ທີ່​ກຳລັງ​ມີຄວາມ
ອ່ອນແອ ​ແລະ ​ແຕກ​ແຍກ​ກັນນັ້ນ ​ໃນ​ການ​ເຮັດ​ສົງຄາມຕ້ານປະທານາທິບໍດີ​ຊີ​ເຣຍ ທ່ານ
Bashar al-Assad ​ທີ່ເທີ​ກີ​ຢາກໃຫ້ໂຄ່ນ​ລົ້ມອອກ​ຈາກ​ຕຳ​ແໜ່​ງນັ້ນ ຍັງ​ເປັນ​ເປົ້າ​ໝາຍ​
ອັນ​ສຳຄັນໃນ​ຊີ​ເຣຍ.

ແຕ່ແນວໃດກໍຕາມ ລັດຖະບານທ່ານໂອບາມາ ໄດ້ພິຈາລະນາເຫັນວ່າ ກຸ່ມລັດອິສລາມ
ແມ່ນເປັນໄພຂົ່ມຂູ່ທີ່ສຳຄັນກວ່າ ຕໍ່ຄວາມໝັ້ນຄົງຂອງຂົງເຂດ.

US TURKEY SYRIA VIDEO
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG