ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

Seahawks ກັບ Broncos ປະເຊີນໜ້າກັນ ໃນການແຂ່ງຂັນ Super Bowl (ວີດີໂອ/ສະໄລດ໌)


ຫຼັງຈາກ​ການ​ວິ​ເຄາະມາ​ໄດ້​ສອງ​ອາທິດ ຈຸດ​ແຂງແລະ​ຈຸດ​ອ່ອນ
ຂອງ​ທີ​ມ ກິລາຟຸດບອ​ລ ​ທີ່​ຈະ​ແຂ່ງກັນຍາ​ດ​ເອົາ​ Superbowl
ຊຶ່ງ​ເປັນ​ເກ​ມຊິງ​ແຊມ ປະ​ຈໍາປີ​ຂອງ​ສະມາຄົມ​ຟຸດ​ບອລ​ແຫ່ງ​ຊາດ
​ສະຫະລັດ ຫຼື U.S. National Football Leagues ​ນັ້ນ ເວລາ
​ກໍມາ​ເຖິງ​ແລ້ວ ສໍາລັບ​ການ​ແຂ່ງຂັນ​ກັນ​ໃນ​ສະໜາມ.

​ໃນ​ຕອນ​ແລງ​ວັນ​ອາທິດ​ມື້​ນີ້ ​ເວລາ​ປະ​ມານ 6 ​ໂມງ​ເຄິ່ງ ກໍ​ຄື 6 ​
ໂມງ​ເຄິ່ງ ​ເຊົ້າ​ວັນ​ຈັນຢູ່​ປະ​ເທດ​ລາວ ທີ​ມ Broncos ຈາກ​ເມືອງ
Denver ລັດ ​ໂຄ​ໂລຣາ​ໂດ ກັບ ທີ​ມ Seahawks ຈາກເມືອງ
Seattle ລັດ​ວໍ​ຊິງ​ຕັນ ​ຈະເລີ່​ມການ​ແຂ່ງຂັນ​ກັນ​ ​ໃນ Superbowl
ຄັ້ງ​ທີ່ 48 ຢູ່ທີ່ສະໜາມກິລາ Metlife ທີ່​ເມືອງ East Rutherford ລັດ​ນີວ ເຈີ​ຊີ ​ນອກ​ນະ
ຄອນນີວຢ໊ອກ ​ໂດຍທີ່​ປີ້​ເຂົ້າຊົມແມ່ນໄດ້​ຂາຍ​ໝົດ​ທຸກ​ໃບ. ເກ​ມ ຊຸ​ບ​ເປີໂບລ ​ແມ່ນ​ເປັນ​ງານ​
ແຂ່ງຂັນ​ກິລາທີ່​ໃຫຍ່ທີ່​ສຸດ​ໃນ​ສະຫະລັດ ຄື​ຄາດ​ວ່າຈະ​ມີ​ຄົນ​ຊົມຫຼາຍກວ່າ 110 ລ້ານ​ຄົນໃນ
ສະຫະລັດ ​ແລະ​ອີກຫຼາຍລ້ານ​ຄົນ​ໃນ​ທົ່ວ​ໂລກ ​ແລະ​ຖ່າຍ​ທອດ​ອອກ​ອາກາດ​ໄປ​ຍັງ​ເກືອບ
200 ປະ​ເທດ ແລະ​ດິນ​ແດນ.

Super Bowl Preview
please wait
Embed

No media source currently available

0:00 0:00:23 0:00

ທີ​ມ Broncos ​ແລະ Seahawks ຖືກ​ກ່າວ​ຂານກັນ​ຢ່າງ​ກວ້າງຂວາງ​ວ່າ ​ເປັນ​ສອງທີ​ມທີ່​ເກ່ງ​
ທີ່​ສຸດ​ຂອງ ສະມາຄົມ​ຟຸດ​ບອລສະຫະລັດ ຫຼື NFL ຄື​ທັງສອງ​ທີ​ມສາມາດ​ທໍາ​ຄະແນນ 13-3
ຫຼືຊະນະ​ສິບ​ສາມ​ຄັ້ງ ​ແພ້ ສາມ​ຄັ້ງ​ໃນ​ການ​ແຂ່ງຂັນ​ປະ​ຈໍາລະດູ ຊຶ່ງ​ເປັນຄະ​ແນນ​ທີ່​ສູງທີ່​ສຸດ​ໃນ
NFL ກ່ອນໄດ້ຊະນະທີ​ມລະ​ສອງເກ​ມ​ ​ໃນກ​ານແຂ່ງຂັນ​ເພື່ອຍາດ​ເອົາ​ສິດເຂົ້າ​ແຂ່ງຂັນ
ຊຸບເປີ​ໂບລ​ນັ້ນ.

ທີ​ມ Broncos ຈະ​ສະ​ແດງ​ຄວາມ​ເປັນອັນ​ດັບ​ນຶ່ງ ​ດ້ານ​ການ​ລຸກ ຊຶ່ງ​ທໍາ​ຄະແນນ​ລວມ​ໄດ້​ສູງ​ເຖິງ 606 ​ແຕ້ມ ​ເປັນ​ປະຫວັດການ​ຂອງ NFL. ສ່ວນທີ​ມ Seahawks ຄອງ​ລະດັບ​ສູງ​ສຸດ​ຂອງ NFL ດ້ານ​ການ​ຕ້ານ ຫຼືປ້ອງ​ກັນ.

Time Square ຂອງນະຄອນນິວຢອກ ກາຍເປັນຖະໜົນ Super Bowl:

Times Square Becomes Football Street Fair
please wait

No media source currently available

0:00 0:02:27 0:00
ລິງໂດຍກົງ

ນອກ​ນັ້ນ ກໍ​ຍັງ​ມີ Peyton Manning ຂອງທີ​ມ Denver ຊຶ່ງ​ເປັນ​ຜູ້​ນຶ່ງ​ໃນ​ບັນ​ດາມື​ຂວ່າງ​
ບານ​ ຫຼື Quarterback ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ປະຫວັດ​ສາດ NFL. ​Quarterback
Manning ສາມາດ​ທໍາຄະ​ແນນ​ ຂວ່າງ​ບານທີ່​ຮັບ​ໄດ້ ເຖິງ 5,008 ​ແມັດ ຫຼື 5,477 ຢາດ ​
ເປັນ​ປະຫວັດ​ການ ​ແລະ​ ​ຂວ່າງບານເຂົ້າປະຕູ​ ຫຼື touchdown ​ໄດ້ 55 ຄັ້ງ ​ແລະກໍາລັງ​
ພະຍາຍາມໃຫ້​ໄດ້ຊະນະ​ຊຸບເ​ປີ​ໂບລ ​ເປັນ​ເທື່ອ​ທີ່​ສອງ ຫລັງ​ຈາກ​ທີ່​ໄດ້ຊະນະ​ຊຸບ​ເປີ​ໂບລ ​
ຕອນ​ທີ່​ຫຼິ້ນ​ໃຫ້ທີ​ມ Indianapolis ​ເມື່ອ​ເຈັດປີກ່ອນ ​ແລະ​ຖ້າ​ເອົາຊະນະທີ​ມ Seattle ​ໄດ້
ກໍ​ຈະ​ເປັນ​ Quaterback ຄົນທໍາ​ອິດ​ຂອງ NFL ທີ່ໄດ້ຊະນະ ຊຸບ​ເປີ​ໂບລ ກັບ​ສອງ​ທີ​ມ.

ມີ​ຂ່າວ​ລື​ກັນໃນ​ສື່​ມວນ​ຊົນ​ວ່າ Quarterback Manning ​ໄ​ວ 37 ປີ ທີ່​ໄດ້​ຜ່າຕັດ​ຄໍ​ມາແລ້ວ
​ສີ່​ເທື່ອ​ນັ້ນ ອາດ​ຈະ​ເລີກ​ຫຼິ້ນຟຸດ​ບອລ ຫຼັງຈາກຊຸບເປີ​ໂບລຄັ້ງ​ນີ້ ​ແຕ່ແມນ​ນິ້ງ ບໍ່​ໄດ້​ເວົ້າ​ຫຍັງ​ຄັກ​ແນ່ ​ກ່ຽວ​ກັບ​ເລຶ່ອງນັ້ນ.

ວີດີໂອ: ການໂຄສະນາໃນລະຫວ່າງ ການຖ່າຍທອດ ຊຸບເປີ​ໂບລ ແມ່ນທຸລະກິດໃຫຍ່ ແລະແພງຫຼາຍ:

Super Bowl TV Ads are Big, Big Business
please wait

No media source currently available

0:00 0:02:44 0:00
ລິງໂດຍກົງ
XS
SM
MD
LG