ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ລັດຖະສະພາ ສຫລ ປະຕິ​ເສດ​ ຕໍ່​ການ​ໃຊ້ສິດ ຍັບຍັ້ງ ຮ່າງກົດໝາຍ 9/11 ຂອງ ປ. ໂອບາມາ


US Saudia Arabia 911
please wait
Embed

No media source currently available

0:00 0:01:19 0:00

ລັດຖະສະພາ ສະຫະລັດ ໄດ້ລົງຄະແນນສຽງ ປະຕິ​ເສດ​ຕໍ່​ການ​ໃຊ້ສິດຍັບຍັ້ງ ຫຼື ວີໂຕ້ ຂອງປະທານາທິບໍດີ ບາຣັກ ໂອບາມາ ຕໍ່ຮ່າງກົດໝາຍ ທີ່ອະນຸຍາດໃຫ້ຟ້ອງຮ້ອງຊາອຸດີ ອາຣາເບຍ ​ໄດ້ ​ໃນການໂຈມຕີກໍ່ການຮ້າຍ ​ເມື່ອວັນທີ 11 ກັນຍາ 2001.

ການລົງຄະແນນສຽງ ໃນວັນພຸດວານນີ້ ຢູ່ໃນທັງສອງສະພາ ຂອງ ສະຫະລັດ ​ແມ່ນ​ໄດ້​ຮັບ​ການ​ສະໜັບ​ສະໜຸນ​ຢ່າງຖ້ວມລົ້ນ. ມັນເປັນເທື່ອທຳອິດ ທີ່ການວີໂຕ້ຂອງປະທານາທິບໍດີ ໂອບາມາ ໄດ້ຖືກຕ່າວປີ້ນ.

ການ​ລົງຄະແນນສຽງຢູ່ໃນສະພາສູງ ແມ່ນ 97 ຕໍ່ 1 ສຽງ ໂດຍມີຜູ້ ນຳສຽງສ່ວນນ້ອຍ ຂອງພັກເດໂມແຄຣດ ທ່ານ Harry Reid ຈາກລັດ Nevada ທີ່ເປັນສະມາຊິກ ພຽງ ຄົນດຽວ ທີ່ເຂົ້າຂ້າງປະທານາທິ ບໍດີ. ສ່ວນຢູ່ໃນສະພາຕ່ຳນັ້ນ ຄະແນນສຽງ ແມ່ນ 348 ຕໍ່ 77 ສຽງ.

ຜົນທີ່ອອກມານັ້ນ ແມ່ນເປັນໄຊຊະນະ ອັນໃຫຍ່ ສຳລັບບັນດາຄອບຄົວຂອງພວກທີ່ ​ເສຍຊີວິດ ໃນການໂຈມຕີກໍ່ການຮ້າຍ ​ເມື່ອວັນທີ 11 ກັນຍາ 2001. ຈົນມາເຖິງເວລານີ້ ຄວາມ ພະຍາຍາມ ເພື່ອຊອກຫາຄວາມຍຸຕິທຳ ຢູ່ທີ່ສານຂອງສະຫະລັດ ຂອງພວກເຂົາ ເຈົ້າ ໄດ້ຖືກກີດຂວາງໂດຍການທີີ່ ຊາອຸດີ ອາຣາເບຍ ໄດ້ຮັບການຄຸ້ມຄອງ ຈາກການຟ້ອງ ຮ້ອງທາງດ້ານກົດໝາຍ.

ປະທານາທິບໍດີ ໂອບາມາ ໄດ້ກ່າວຕໍ່ ໂທລະພາບ CNN ວ່າ ການຕັດສິນໃຈ ຂອງ ລັດຖະສະພາ ເພື່ອໃຫ້ມີການຟ້ອງຮ້ອງ​ໄດ້​ນັ້ນ ແມ່ນເປັນ “ຄວາມຜິດພາດ.”

ທ່ານໄດ້ກ່າວວ່າ ຜູ້ເຄາະຮ້າຍ ໃນວັນທີ 11 ກັນຍາ ແລະ ບັນດາຄອບຄົວຂອງເຂົາເຈົ້າ ຄວນໄດ້ຮັບການສະໜັບສະໜູນ ແລະ ຄ່າຊົດເຊີຍ ຈາກທຶນທີ່ໄດ້ຕັ້ງຂຶ້ນ ໂດຍລັດຖະບານ ຂອງທ່ານ. ແຕ່ທ່ານໄດ້ກ່າວວ່າ ການອະນຸຍາດ​ໃຫ້ສ່ວນບຸກຄົນຟ້ອງຮ້ອງປະເທດ​ໃດ​ປະ​ເທດ ໜຶ່ງ ​ໃນຂໍ້ກ່າວຫາວ່າ ດຳເນີນການບໍ່ພຽງພໍ ເພື່ອຢຸດຢັ້ງການກໍ່ການຮ້າຍນັ້ນ ອາດຈະ ກັບຄືນມາສ້າງ​ຄວາມ​ເສຍ​ຫາຍ ​ໃຫ້​ແກ່ສະຫະລັດໄດ້.

ທ່ານໂອບາມາ ເວົ້າວ່າ “ຖ້າພວກເຮົາລົບລ້າງແນວຄິດ ການໄດ້ຮັບຄຸ້ມຄອງ ຈາກການ ຟ້ອງຮ້ອງຂອງປະເທດ ຫຼັງຈາກນັ້ນ ພວກທະຫານຜູ້ຊາຍ ແລະ ແມ່ຍິງ ຂອງພວກເຮົາ ທີ່ຢູ່ໃນທົ່ວທຸກມຸມໂລກ ອາດເປັນໄປໄດ້ວ່າ ຈະເລີ່ມເຫັນພວກເຮົາເອງ ທີ່ຈະໄດ້ຮັບ ຜົນສະທ້ອນຄືນ ຂອງກົດໝາຍນັ້ນ. ມັນເປັນນຳຂ້າພະເຈົ້າເອງ ທີ່ບໍ່ຢາກໃຫ້ສະຖາ ນະການນີ້ ເຊິ່ງພວກເຮົາຈະຕົກເປັນຜູ້ຮັບຜິດຊອບ ໃນທັນທີທັນໃດ ຕໍ່ທຸກວຽກງານ ທີ່ພວກເຮົາເຮັດ ໃນທົ່ວໂລກນັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

US Congress Overrides Obama Veto of 9/11 Bill
please wait

No media source currently available

0:00 0:01:49 0:00

XS
SM
MD
LG