ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ສະພາສູງ ປ່ຽນລະບຽບໃໝ່ ໃນການຮັບຮອງ ການແຕ່ງຕັ້ງ ຂອງທຳນຽບຂາວ (ວີດີໂອ)


Democrats Change US Senate Rules on Obama Nominees
please wait

No media source currently available

0:00 0:02:43 0:00
ລິງໂດຍກົງ
ສະມາຊິກສະພາສູງສັງກັດພັກເດໂມແຄຣັດໄດ້ສ້າງປະຫວັດສາດ
ໃນວັນພະຫັດວານນີ້ ໂດຍປ່ຽນແປງກົດລະບຽບຕ່າງໆ ທີ່ເຮັດໃຫ້ ເປັນໄປໄດ້ສຳລັບສະມາຊິກຂອງພັກຣີພັບບລີກັນທີ່ຈະຂັດຂວາງ ການແຕ່ງຕັ້ງຜູ້ພິພາກສາແລະການແຕ່ງຕັ້ງເຈົ້າໜ້າທີ່ໃນຄະນະບໍ
ລິຫານອື່ນໆ ຂອງປະທານາທິບໍດີ ບາຣັກ ໂອບາມາ.

ສະມາຊິກສະພາສູງ ໄດ້ລົງຄະແນນສຽງ 52 ຕໍ່ 48 ເຫັນພ້ອມກັບ
ການປ່ຽນແປງດັ່ງກ່າວຊຶ່ງໄດ້ເປັນພາກສ່ວນຂອງສະພາສູງມາໄດ້
200 ປີແລ້ວນັ້ນ.

ກົດລະບຽບໃໝ່ ໄດ້ຫລຸດຈຳນວນຄະແນນສຽງ ຈາກ 60 ລົງມາ
ເປັນ 51 ສຽງທີ່ຕ້ອງການຢູ່ໃນສະພາສູງທີ່ມີສະມາຊິກທັງໝົດ 100 ທ່ານເພື່ອຍຸຕິຂັ້ນຕອນ ການຄັດຄ້ານ ທີ່ເອີ້ນກັນວ່າ filibuster.

ພັກຝ່າຍຄ້ານ ບາງຄັ້ງບາງຄາວໄດ້ໃຊ້ຂັ້ນຕອນ filibuster ເພື່ອຂັດຂວາງການແຕ່ງຕັ້ງເພື່ອ ເຂົ້າຮັບຕຳແໜ່ງຕ່າງໆ ໃນຂະແໜງຕຸລາການ ແລະຂະແໜງບໍລິຫານຂອງປະທານາທິບໍດີ. ພັກຣີພັບບລີກັນໄດ້ໃຊ້ກົນລະຍຸດດັ່ງກ່າວນີ້ຂັດຂວາງການແຕ່ງຕັ້ງຂອງທ່ານໂອບາມາຫຼາຍ ເທື່ອມາແລ້ວ.

ປະທານາທິບໍດີໂອບາມາໄດ້ຂອບອົກຂອບໃຈສະມາຊິກຂອງພັກເດໂມແຄຣັດຢູ່ໃນສະພາ ສູງ. ທ່ານເອີ້ນການຂັດຂວາງຂອງພັກຣີພັບບລີກັນວ່າເປັນກົນລະຍຸດລັບທີ່ຂັດຂວາງສ່ວນ ໃຫຍ່ຂອງທຸລະກິດສະຫະລັດ ບໍ່ໃຫ້ດຳເນີນການໄດ້.

ທ່ານ Mitch McConnell ຜູ້ນຳສຽງສ່ວນນ້ອຍໃນສະພາສູງ ສັງກັດພັກຣີພັບບລີກັນ ທີ່ມີ ຄວາມໂກດແຄ້ນ ກ່າວວ່າ ພັກເດໂມແຄຣັດ ໄດ້ໃຊ້ກົນລະຍຸດໃນຄວາມໄດ້ປຽບຊົ່ວຄາວ ຂອງຕົນ ຊຶ່ງທ່ານເຕືອນວ່າ ມື້ໃດມື້ນຶ່ງພັກເດໂມແຄຣັດ ກໍຈະເປັນພັກສຽງສ່ວນນ້ອຍ ຢູ່ໃນ ສະພາສູງ.
XS
SM
MD
LG