ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້ນຳ ສຫລ ແລະຈີນ ພົບປະ ສຸດຍອດ ທີ່ລັດ ຄາລີຟໍເນຍ (ວີດີໂອ)


ປະທານາທິບໍດີ ບາຣັກ ໂອບາມາ (ຂວາ) ແລະປະທານປະເທດຈີນ ທ່ານ Xi Jinping ພົບປະກັນ ທີ່ລັດຄາລີຟໍເນຍ (7 ມິຖຸນາ 2013)
ປະທານາທິບໍດີ ບາຣັກ ໂອບາມາ (ຂວາ) ແລະປະທານປະເທດຈີນ ທ່ານ Xi Jinping ພົບປະກັນ ທີ່ລັດຄາລີຟໍເນຍ (7 ມິຖຸນາ 2013)
ຜູ້ນຳຂອງສະຫະລັດ ແລະຈີນ ສອງປະເທດທີ່ມີເສດຖະກິດໃຫຍ່ ທີ່ສຸດໃນໂລກ ເລີ້ມການປະຊຸມເປັນເວລາສອງມື້ ຢູ່ທີ່ລັດຄາລີຟໍ
ເນຍໃນຕອນແລງຂອງວັນສຸກວານນີ້ ເພື່ອຊອກຫາຊ່ອງທາງໃຫ້
ມີການເລີ້ມຕົ້ນໃໝ່ ໃນຄວາມສຳພັນທີ່ສະລັບຊັບຊ້ອນຊຶ່ງເກືອບ ວ່າເລື້ອຍໆໄດ້ເກີດຄວາມເຄັ່ງຕຶງນັ້ນ.

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາແລະປະທານປະເທດຈີນທ່ານ Xi Jinping ເລີ້ມການເຈລະຈາ ແບບບໍ່ເປັນທາງການ ທີ່ບ່ອນຕາກອາກາດ Sunnyland ໃກ້ໆກັບນະ ຄອນ Los Angeles. ນີ້ແມ່ນການພົບປະເທື່ອທຳອິດ ລະຫວ່າງຜູ້ນຳທັງສອງ ນັບແຕ່ທ່ານ Xi ໄດ້ເຂົ້າກຳຕຳແໜ່ງປະທານປະເທດ.



ທ່ານໂອບາມາໄດ້ສະແດງຄວາມຫວັງອອກມາວ່າ ປະເທດທັງສອງຈະດຳເນີນງານຮ່ວມກັນ ກ່ຽວກັບບັນຫາຕ່າງໆຮວມທັງຄວາມໝັ້ນຄົງທາງດ້ານອິນເຕີແນັດ. ລາຍງານຂ່າວເມື່ອໄວໆ ມານີ້ໄດ້ກ່າວຫາການປະຕິບັດງານທີ່ມີຕົ້ນຕໍຈາກຈີນວ່າ ລັກຂະໂມຍເອົາຂໍ້ມູນທາງທະຫານ ຂອງສະຫະລັດ ແລະຄວາມລັບທາງດ້ານການຄ້າ ຜ່ານການຈາລະກຳທາງອິນເຕີແນັດ.

ຜູ້ນຳຂອງຈີນ ໄດ້ສະແດງຄວາມຫວັງອອກມາວ່າ ປະເທດທັງສອງ ສາມາດສ້າງແບບແຜນ ໃໝ່ ໃນຄວາມສຳພັນຂອງປະເທດທີ່ຍິ່ງໃຫຍ່.

ເປັນທີ່ຄາດກັນວ່າ ພວກຜູ້ນຳທັງສອງຈະໂອ້ລົມກັນເລື່ອງຄວາມວິຕົກກັງວົນຂອງສະຫະລັດ ກ່ຽວກັບລາຍງານການໂຈມຕີທາງອິນເຕີແນັດຂອງຈີນ ຕໍ່ກອງທັບແລະທຸລະກິດຕ່າງໆຂອງ ສະຫະລັດພ້ອມທັງຄວາມເປັນຫ່ວງຂອງຈີນກ່ຽວກັບການພົວພັນທີ່ເພີ້ມທະວີຂຶ້ນຂອງສະຫະ ລັດຢູ່ໃນເຂດເອເຊຍປາຊີຟິກແລະຮຽກຮ້ອງໃຫ້ສະຫະລັດເປີດຕະຫຼາດຂອງຕົນໃຫ້ສະດວກ ຂຶ້ນຕື່ມສຳລັບສິນຄ້າຈີນ. ນອກນັ້ນ ໂຄງການນິວເຄລຍຂອງເກົາຫຼີເໜືອ ກໍຄາດວ່າຈະເປັນ ຫົວຂໍ້ສຳ ຄັນໃນລະດັບສູງເຊັ່ນດຽວກັນ.

ເບິ່ງວີດີໂອກ່ຽວຂ້ອງ:

XS
SM
MD
LG