ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສະຫະລັດ ວາງເປົ້າໝາຍການສະໜອງທາດລິທຽມພາຍໃນປະເທດ ໂດຍບໍ່ເພິ່ງພາຜະລິດຕະພັນຈາກຈີນ


ແໄ້ມຮູບ-ການກໍ່ສ້າງ ຍັງຄົງສືບຕໍ່ດໍາເນີນງານ ຢູ່ທີ່ບໍ່ແຮ່ Thacker Pass ໃນວັນທີ 24 ເມສາ 2024, ໃກ້ກັບເມືອງ ໂອໂຣວາດາ, ລັດເນວາດາ.
ແໄ້ມຮູບ-ການກໍ່ສ້າງ ຍັງຄົງສືບຕໍ່ດໍາເນີນງານ ຢູ່ທີ່ບໍ່ແຮ່ Thacker Pass ໃນວັນທີ 24 ເມສາ 2024, ໃກ້ກັບເມືອງ ໂອໂຣວາດາ, ລັດເນວາດາ.

ໃນ​ຕົ້ນ​ເດືອນ​ນີ້, ກະຊວງ​ພະລັງງານ​ຂອງ​ສະຫະລັດ ຫຼື DOE ​ໄດ້​ປະກາດເງື່ອນໄຂກ່ຽວກັບ​ເງິນ​ກູ້ທີ່ເປັນ​ປະຫວັດ​ການ ​ໃນ​ມູນ​ຄ່າ 2.26 ຕື້​ໂດ​ລາ​ ​ເພື່ອ​ໃຊ້ເຂົ້າໃນການຂຸດຄົ້ນຫາ​ທາດ ລີທຽມ (Lithium) ສຳຮອງທີ່​ໃຫຍ່​ທີ່​ສຸດ​ໃນ​ອາ​ເມ​ລິ​ກາ​ເໜືອ. ເງິນກູ້ດັ່ງກ່າວ ແມ່ນບາດກ້າວທີ່ສຳຄັນໃນຄວາມພະຍາຍາມຂອງລັດຖະບານສະຫະລັດ ເພື່ອຫຼຸດຜ່ອນການເພິ່ງພາອາໄສ ຈີນ ສຳລັບທາດໂລຫະທີ່ໃຊ້ໃນການສ້າງໝໍ້ໄຟ.

ແນວໃດກໍ່ຕາມ, ບັນດານັກວິເຄາະກ່າວວ່າ ມັນອາດຈະຊ້າເກີນໄປແລ້ວ ທີ່ຈະທໍາການເຄື່ອນໄຫວອອກຈາກການເພິ່ງພາຈີນຢ່າງສົມບູນ ເມື່ອເວົ້າເຖິງຂັ້ນຕອນຂອງການປຸງແຕ່ງໂລຫະ ແລະການຜະລິດຫມໍ້ໄຟ.

ຫ້ອງການໂຄງການເງິນກູ້ ຫຼື LPO ຂອງກະຊວງດັ່ງກ່າວນັ້ນກ່າວວ່າ ຢູ່ໃນກອງທຶນ ຖ້າໄດ້ຮັບການອະນຸມັດຫຼັງຈາກການທົບທວນຄືນ ອາດຈະຊ່ວຍໃຫ້ບໍລິສັດ Lithium Americas Corp. ສາມາດສ້າງໂຮງງານປຸງແຕ່ງທາດ lithium carbonate ຢູ່ໂຄງການຂຸດຄົ້ນບໍ່ແຮ່ Thacker Pass ໃນຂົງເຂດຮໍາໂບ (Humboldt) ຂອງລັດເນວາດາ ໄດ້.

ຫ້ອງການ LPO ກ່າວວ່າ ໂຄງການດັ່ງກ່າວ ຈະຊ່ວຍ "ຮັບປະກັນລະບົບຕ່ອງໂສ້ການສະຫນອງພາຍໃນປະເທດທີ່ເຊື່ອຖືໄດ້, ແລະຍືນຍົງ ສໍາລັບວັດສະດຸທີ່ສໍາຄັນຕ່າງໆ, ເຊິ່ງເປັນກະແຈໃນການບັນລຸເປົ້າຫມາຍທີ່ທະເຍີທະຍານທາງດ້ານພະລັງງານ ແລະສະພາບອາກາດທີ່ສະອາດຂອງພວກເຮົາ ພ້ອມທັງຫຼຸດຜ່ອນການເພິ່ງພາທາງດ້ານເສດຖະກິດຂອງຄູ່ແຂ່ງພວກເຮົາເຊັ່ນ: ປະເທດຈີນ."

ຢູ່ໃນເວັບໄຊທ໌ທາງການຂອງບໍລິສັດ Lithium Americas Corp. ກ່າວວ່າ ວັດສະດຸຫມໍ້ໄຟ ສາມາດກາຍມາເປັນ "ແຫຼ່ງສະໜອງ ແລະຜະລິດໄດ້ຢູ່ໃນສະຫະລັດຢ່າງສົມບູນ, ເຊິ່ງເປັນການຊ່ວຍຫຼຸດຜ່ອນໃນການສ້າງທາດຄາບອນໂດຍລວມລົງ, ຊ່ວຍຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງ ແລະຫຼຸດຄວາມສ່ຽງຕໍ່ລະບົບຕ່ອງໂສ້ຂອງການສະຫນອງນໍາອີກດ້ວຍ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG