ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຮູບເດັກນ້ອຍ ບາດເຈັບ ຍ້ອນການໂຈມຕີ ທາງອາກາດ ຢູ່ຊີເຣຍ ຖືກເຜີຍແຜ່ ຢ່າງໄວ


Haunting Photo, Video of Syrian Child Injured in Airstrike Goes Viral
please wait

No media source currently available

0:00 0:00:54 0:00

ຮູບ​ພາບ​ທີ່​ລືມ​ໄດ້​ຍາກຂອງ​ເດັກນ້ອຍ​ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ເລືອດ​ຊຶ່ງ​ໄດ້ຮັບ​ບາດ​ເຈັບ​ຈາກ​ການ​ໂຈມ​ຕີ​ທາງ​ອາກາດ​ຢູ່ທີ່​ເມືອງ​ອາ​ເລັບ​ໂປໃນ​ຊີ​ເຣຍ ​ແມ່ນໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ປະຊາຊົນ​ຢູ່​ໃນ​ທົ່ວ​ໂລກ ໃນ​ຂະນະ​ທີ່​ຮູບ​ພາບ​ດັ່ງກ່າວ ​ແຜ່​ສະ​ພັດ​ອອກ​ໄປ​ຜ່ານ​ທາງ​ຕາໜ່າງຂ່າວ​ທຳມະດາແລະ​ຕາໜ່າງສື່​ສັງຄົມ.

ພວກ​ນັກ​ເຄື່ອນ​ໄຫ​ວຕໍ່ຕ້າ​ນລັດຖະບານ ​ໃນ​ຊີ​ເຣຍ ​ໄດ້​ນຳ​ອອກ​ເຜີຍ​ແຜ່​ ຮູບ​ເດັກນ້ອຍ​ຜູ້​ຊາຍທີ່​ພວມ​ຕື່ນ​ຕົກ​ໃຈ​ແລະ​ອິດ​ເມື່ອຍ ​ໃນ​ຂະນະ​ທີ່​ຜູ້ກ່ຽວ​ນັ່ງ​ຢູ່​ເທິງ​ຕັ່ງ​ສີໝາກ​ກ້ຽງ​ນ້ອຍ ໃນ​ລົດ​ໂຮງໝໍ ທີ່​ໜ້າ​ຕາ​ຂອງ​ລາວ​ເຕັມ​ໄປ​ດ້ວຍ​ເລືອດ ​ແລະ​ຂີ້ຝຸ່ນ.

ທ່ານໝໍ Osama Abu al-Ezz ທີ່​ເມືອງ​ອາ​ເລັບ​ໂປ ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ເດັກນ້ອຍ​ຜູ້​ນີ້ ​ໃນ​ວັນ​ພະຫັດ​ວານນີ້ວ່າຜູ້ກ່ຽວ​ຊື່​ທ້າວ Omran Dagneesh ທີ່​ມີອາຍຸ 5 ປີ. ທ່ານ​ໃຫ້ການ​ຢືນຢັນ​ວ່າ ​ເດັກນ້ອຍ​ຄົນ​ນີ້ ​ໄດ້​ຖືກ​ສົ່ງ​ໄປ​ໂຮງໝໍ M10 ​ໃນ​ຄືນ​ວັນ​ພຸດ​ຜ່ານ​ມາ ​ແລະ​ໄດ້​ຮັບ​ການ​ປິ່ນປົວ​ຍ້ອນ​ມີບາດ​ແຜ​ທີ່​ຫົວກ່ອນ​ທີ່​ຈະ​ອອກ​ຈາກ​ໂຮງໝໍ​ໄປ.

ພົນລະເຮືອນຄົນນຶ່ງອຸ້ມລູກຍ່າງ ໃນຂະນະທີ່ພວກເຂົາເຈົາຖືສັ່ງໃຫ້ຍົກຍ້າຍ ອອກຈາກເມືອງ Manbij ໃນແຂວງອາເລັບໂປ ຂອງຊີເຣຍ
ພົນລະເຮືອນຄົນນຶ່ງອຸ້ມລູກຍ່າງ ໃນຂະນະທີ່ພວກເຂົາເຈົາຖືສັ່ງໃຫ້ຍົກຍ້າຍ ອອກຈາກເມືອງ Manbij ໃນແຂວງອາເລັບໂປ ຂອງຊີເຣຍ

ເດັກນ້ອຍ​ຜູ້ນີ້​ໄ​ດ້ຮັບ​ບາດ​ເຈັບ ຫຼັງຈາກ​ການ​ໂຈມ​ຕີ​ທາງ​ອາກາດ​ຢູ່​ຄຸ້ມ Qaterji ທີ່ພວກ​ຕໍ່ ຕ້ານ​ລັດ​ຖະບານ​ຄວບ​ຄຸມ. ທ່ານໝໍ ຢູ່​ໂຮງໝໍ M10 ກ່າວ​ວ່າ ມີ 8 ຄົນ​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ​ທາງ​ອາກາດ​ດັ່ງກ່າວຮວມທັງ​ເດັກນ້ອຍ 5 ຄົນ.

ບໍ່ດົນ​ຫລັງ​ຈາກ​ມີ​ການ​ໂຈມ​ຕີ ພວກ​ກູ້​ໄພ​ແລະ​ນັກ​ຂ່າວ​ກໍ​ເລີ້ມດຶງ​ເອົາ​ຜູ້​ເຄາະ​ຮ້າຍອອກ​ມາ​ຈາກ​ຊາກ​ຫັກ​ພັງ ຮວມ​ໃນພວກ​ກູ້​ໄພ​ນັ້ນ ກໍ​ມີ​ນັກ​ຂ່າວ​ຊ່າງ​ພາບ Mahmoud Raslan ຊຶ່ງ​ຮູບ​ພາບ​ຂອງ​ທ່ານໄດ້​ມີ​ຊື່​ສຽງ​ໂດຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໂຫດຮ້າຍຂອງ​ສົງຄາມ​ຢູ່​ໃນ​ຊີ​ເຣຍ.

ທ່ານ Raslan ກ່າວ​ວ່າ ​ເດັກ​ນ້ອຍ​ຜູ້ນີ້ພໍ່​ແມ່​ແລະ​ອ້າຍ​ນ້ອງ​ຂອງ​ລາວ​ສາມ​ຄົນ​ໄດ້​ຖືກ​ຊ່ອຍ​ອອກ​ມາ​ຈາກ​ຊາກ​ຫັກ​ພັງຂອງ​ຫ້ອງ​ແຖວ ​ທີ່​ເຂົາ​ເຈົ້າອາ​ໄສ​ຢູ່ ຊຶ່ງ​ສ່ວນນຶ່ງ​ໄດ້​ພັງ​ລົງ​ມານັ້ນ. ທ່ານ​ກ່າວ​ວ່າ ບໍ່​ມີ​ສະມາຊິກ​ໃນ​ຄອບຄົວ​ຂອງ​ເດັກນ້ອຍ​ຄົນນີ້​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ​ແຕ່​ປະການ​ໃດ ​ແຕ່​ຕຶກ​ຫ້ອງ​ແຖວ​ໄດ້​ພັງ​ລົງ​ມາ​ບໍ່​ດົນຫລັງ​ຈາກ​ມີ​ການ​ກູ້​ໄພ​ແລ້ວ.

​ໃນ​ຂະນະ​ດຽວ​ກັນ ຣັດ​ເຊຍ​ໄດ້​ສະ​ແດງ​ຮ່ອງຮອຍ​ໃຫ້​ເຫັນ​ວ່າ ຕົນ​ພ້ອມ​ແລ້ວ​ທີ່​ຈະ​ໃຫ້ການ​ສະໜັບສະໜຸນ​ຕໍ່​ການ​ຢຸດ​ຍິງ​ເປັນ​ເວລາ 48 ຊົ່ວ​ໂມງ ຢູ່​ເມືອງ​ອາ​ເລັບ​ໂປ ​ເພື່ອ​ອະນຸຍາດ​ໃຫ້​ມີ​ການຈັດ​ສົ່ງການ​ຊ່ອຍ​ເຫລືອ​ໄປ​ຍັງ​ເມືອງ​ດັ່ງກ່າວ.

ທູດ​ພິ​ເສດສະຫະ​ປະຊາ​ຊາດ ​ຮັບຜິດຊອບ​ເລື້ອງ​ຊີ​ເຣຍ ທ່ານ Staffan de Mistura ​ໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ກ່ຽວ​ກັບ​ຄວາມ​ຮຸນ​ແຮງ​ທີ່​ຍັງ​ດຳ​ເນີນ​ຢູ່ຕໍ່​ມາ​ຊຶ່ງ​ໄດ້​ຂັດຂວາງ​ບໍ່​ໃຫ້​ມີ​ການຈັດ​ສົ່ງ​ການ​ຊ່ອຍ​ເຫລືອ​ທາງ​ດ້ານ​ມະນຸດສະທຳ​ໄປ​ໃຫ້​ປະຊາຊົນ​ທີ່​ມີ​ຄວາມ​ຕ້ອງ​ການ​ຢູ່​ໃນ​ເມືອງ​ທີ່​ຖືກ​ປິດ​ລ້ອມ​ດັງກ່າວ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG