ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຫົວໜ້າສິດທິມະນຸດ ສປຊ ພົບທະນາຍຄວາມ ຝ່າຍຄ້ານ ເວເນຊູເອລາ


ຜູ້ນຳຝ່າຍຄ້ານ ເວເນຊູເອລາ ແລະອະດີດຜູ້ປົກຄອງລັດ Miranda ທ່ານ Henrique Capriles.
ຜູ້ນຳຝ່າຍຄ້ານ ເວເນຊູເອລາ ແລະອະດີດຜູ້ປົກຄອງລັດ Miranda ທ່ານ Henrique Capriles.

ໃນ​ວັນ​ພະຫັດ​ຜ່ານມາ​ນີ້ ຜູ້ນຳສູງ​ສຸດ​ຂອງຝ່າຍ​ຄ້ານລັດຖະບານ ເວ​ເນ​ຊູ​ເອລາຄົນ​ນຶ່ງ
ຖືກ​ຫ້າມ​ອອກຈາກປະ​ເທດ​ ​ເພື່ອຈະ​ເດີນທາງ​ມາ​ປະຊຸມ​ ຢູ່​ນະຄອນ​ນິວຢອກ ກັບຫົວ
ໜ້າ​ສິດທິ​ມະນຸດ​ຂອງ​ອົງການສະຫະ​ປະຊາ​ຊາດ.

ອີງ​ຕາມ​ຂ່າວ, ໜັງສື​ເດີນທາງ​ຂອງທ່ານ Henrique Capriles, ຜູ້​ທີ່​ໄດ້​ທ້າ​ທາຍ​ປະ
ທານາທິບໍດີ Nicolas Maduro ​ໃນ​ການ​ເລື​ອກຕັ້ງ​ປີ 2013 ນັ້ນ ​ຖືກ​ລົບ​ລ້າງ​ຢູ່​ສະ
ໜາມບິນ ​ໃນ​ຂະນະ​ທີ່​ທ່ານ​ພະຍາຍາມ​ອອກ​ຈາກ​ປະ​ເທດ​.

ທ່ານ Capriles ​ກໍາລັງ​ຈະ​ເດີນທາງ​ໄປ​ນະຄອນ​ນິວຢອກ ​ເພື່ອ​ພົບ​ປະ​ກັບທ່ານ Zeid
Ra’ad al-Hussein ຂ້າ​ຫລວງ​ໃຫຍ່​ຂອງສະຫະ​ປະຊາ​ຊາດດ້ານສິດທິ​ມະນຸດ.

ທ່ານ Zeid ​ໄດ້​ຂຽນ​ຂໍ້ຄວາມ​ລົງ​ທາງ twitter ​ໃນ​ຕອນ​ແລງ​ວັນ​ພະຫັດ​ທີ່​ຜ່ານ​ມານີ້ວ່າ
“ຂ້າພະ​ເຈົ້າຫວັງ​ວ່າລົບ​ລ້າງ​ໜັງ​ສື​ເດີນທາງຂອງ​ທ່າ​ນ @hcapriles ຈະ​ບໍ່​ແມ່ນ​ການ
ແກ້​ແຄ້ນ ທີ່​ເຊື່​ອມ​ໂຍງ​ໃສ່​ກັບການ​ພົບ​ປະ​ກັບ​ຂ້າພະ​ເຈົ້າ ທີ່​ໄດ້​ຂຶ້ນ​ແຜນ​ວ່າ​ຈະຈັດຂຶ້ນ
ໃນມື້​ອື່ນນີ້”. ​ທ່ານ​ໄດ້​ກ່າວ​ຢູ່ໃນຂໍ້ຄວາມ​ທີ່​ຂຽນ​ລົງ​ທາງ tweeter ອີກ​ວ່າ “ຂ້າພະ​ເຈົ້າ
ຄາດຫວັງ​ໄວ້​ວ່າ​ຈະ​ໄດ້​ພົບກັບ​ທ່ານ @hcapriles @ ທີ່ສະຫະ​ປະຊາ​ດ ແລະ​ຟັງ​
ຄວາມ​ຄິດ​ເຫັນ​ຂອງ​ທ່ານ​ກ່ຽວ​ກັບ​ເວ​ເນ​ຊູເອລາ. ຂ້າພະ​ເຈົ້າ​ເສຍ​ໃຈ​ທີ່​ທ່ານ​ບໍ່​ສາມາດ​ເດີນທາງມາ​ໄດ້".

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ໃນຕອນ​ສວຍ​ວັນ​ສຸກວານ​ນີ້ ທ່ານຂ້າ​ຫລວງ​ໃຫຍ່​ຈະພົບ
​ກັບ​ທະນາຍຄວາມ​ຂອງ​ທ່ານ Capriles ​ທີ່​ຈະ​ມານະ​ຄອນ​ນິວ​ຢອກ ແລະ​ຈະ​ເອົາ​ລາຍ​
ງານ ການ​ປະຊຸມ​ໄປ​ໃຫ້​ທ່ານ Zeid ຊາບ​ນັ້ນ​ແທນ.”

ພວກປະທ້ວງຝ່າຍຄ້ານແກວ່ງກ້ອນຫີນ ເຂົ້າຖານທັບອາກາດ ໃນຂະນະທີປະທະກັບ ພວກເຈົ້າໜ້າທີຈາລະຈົນ.
ພວກປະທ້ວງຝ່າຍຄ້ານແກວ່ງກ້ອນຫີນ ເຂົ້າຖານທັບອາກາດ ໃນຂະນະທີປະທະກັບ ພວກເຈົ້າໜ້າທີຈາລະຈົນ.

​ທ່ານ Rupert Colville, ໂຄສົກ​ຂອງ​ທ່ານ Zeid ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ນະຄອນ
Geneva ​ໃນ​ວັນ​ສຸກ​ວານ​ນີ້​ວ່າ “ພວກ​ເຮົາເຫັນວ່າ ຄວາມ​ເຄັ່ງ​ຕືງ​ທີ່​ເພີ້​ມທະວີ​ຂຶ້ນ​ໃນ​
ເວ​ເນ​ຊູເອລາ ​ເປັນເຫດການ​ທີ່ໜ້າ​ເປັນຫ່ວງ ​ແລະເຫດການ​ທີ່ພົວພັນກັບທ່ານ
Capriles ທີ່ເກີດ​ຂຶ້ນ​ໃນມື້​ວານ​ນີ້ ອາດ​ຈະ​ບໍ່ຊ່ວຍ​ເຮັດ​ໃຫ້​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ໄດ້.”

ຫ້ອງ​ການ​ຂ້າ​ຫລວງ​ໃຫຍ່ ຍັງ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ຕໍ່ການ​ກະທຳ​ຕໍ່​ພວກ​ປະ​ທ້ວງ
​ໃນ​ເວ​ເນ​ຊູ​ເອລາ ທີ່​ໄດ້​ເຮັດ​ໃຫ້​ມີ​ຄວາມ​ສັ່ນ​ສະ​ເທືອນດ້ວຍການເດີນ​ປະ​ທ້ວງຕ້ານ​ລັດ
ຖະບານຢູ່​ຕາມ​ຖະໜົນ​ຫົນທາງ ຊຶ່ງ​ໄດ້​ດໍາ​ເນີນ​ມາເປັນ​ເວລາ​ດົນກວ່າຫົກ​ອາທິດ​ແລ້ວ ​
ເພື່ອ​ແນ​ໃສ່​ປົດ​ ປະທານາທິບໍດີ Maduro ອອກ​ຈາກຕໍາ​ແໜ່ງ. ຢ່າງ​ໜ້ອຍມີ 42 ຄົນ ​
ເສຍ​ຊີວິດ​ຍ້ອນ​ຄວ​ເຫດການ​ວຸ້ນວາຍອັນ​ນີ້. ​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG