ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະປະຊາຊາດ ປະນາມ ການວາງລະເບີດ ໃນເລບານອນ (ວີດີໂອ)


ກໍາລັງຮັກສາຄວາມປອດໄພ ເລບານອນ ຂະນະປະຕິບັດງານ ຢູ່ບ່ອນເກີດເຫດລະເບີດ
ກໍາລັງຮັກສາຄວາມປອດໄພ ເລບານອນ ຂະນະປະຕິບັດງານ ຢູ່ບ່ອນເກີດເຫດລະເບີດ
ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ຮຽກຮ້ອງ​ໃຫ້​ພວກກຸ່ມ​ອາ​ຄາດ​ກັນ​ຂອງ​ເລ​ບາ​ນອນ ຈົ່ງຍັບ​ຍັ້ງ​ຈາກ​ການ​ເຂົ້າ​ໄປ​ພົວພັນ​ໃນ​ວິ​ກິດ​ການ​ຂອງ​ຊີ​ເຣຍ ຫຼັງຈາກເກີດເຫດ​ລົດ​ລະ​ເບີດ ​ໃນເຂດ​ພາກ​ເໜືອ​ຂອງ​ເລ​ບາ​ນອນ ທີ່​ໄດ້​ສັງຫານຢ່າງ​ໜ້ອຍ​ 4 ​ຄົນ ແລະບາດ​ເຈັບປະມານ 15 ຄົນ ​ເມື່ອ​ວັນ​ເສົາ​ວານ​ນີ້.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ສະພາ​ຄວາມ​ໝັ້ນຄົງ ​ໄດ້​ປະນາມ​ການ​ໂຈມ​ຕີ ດັ່ງກ່າວ ​ແລະ​ໄດ້​ເນັ້ນ​ຢໍ້າ​ເຖິງ​ຄວາມ​ຈໍາ​ເປັນ ​ເພື່ອ​ນໍາ​ເອົາ​ພວກ​ກໍ່​ເຫດມາ ດໍາ​ເນີນ​ຄະດີ.

ທ່ານ​ພັນ​ ຄີ​ມູນ ​ເລຂາທິການ​ໃຫຍ່ ຢູ​ເອັນ ກໍ​ໄດ້​ປະນາມ​ເຫດການ
ວາງລະ​ເບີດດັ່ງກ່າວ ໂດຍ​ເວົ້າ​ວ່າ ການ​ເພີ່ມ​ທະວີ​ ພຶດຕິກໍາ​ກໍ່​ການ​ຮ້າຍ ​ແລະກໍ່​ຄວາມ​ຮຸນ​
ແຮງຂຶ້ນ ຢູ່​ໃນ​ເລ​ບາ​ນອນ​ນັ້ນ ​ແມ່ນ​ເປັນ​ເລື້ອງ​ທີ່​ໜ້າ​ຫ່ວງທີ່​ສຸດ

​ເຈົ້າໜ້າ​ທີ່​ເລ​ບາ​ນອນ​ເວົ້າ​ວ່າ ​ເຫດ​ລະ​ເບີດ​ເມື່ອ​ວັນ​ເສົາ​ວານ​ນີ້​ ​ເກີດ​ຂຶ້ນຢູ່​ໃກ້​ປໍ້າ​ນໍ້າມັນ​ ​ແລະ​ໂຮງຮຽນ​ແຫ່ງ​ນຶ່ງ ທີ່​ບໍລິຫານ​ໂດຍ​ກຸ່ມການ​ກຸສົນ ຢູ່​ໃນ​ເມືອງ Hermel ຂອງ​ພວກ​ນິກາຍ Shi’ite. ປະຊາຊົນຢູ່​ເ​ຂດດັ່ງກ່າວ ​ແມ່ນ​ໃຫ້ການ​ສະໜັບສະໜຸນ​ຢ່າງ​ແຂງ​ຂັນ​ແກ່​ກຸ່ມ​ຫົວ​ຮຸນ​ແຮງ Hezbollah ​ໃນ​ເລ​ບາ​ນອນ.

​ເຫດ​ລະ​ເບີດດັ່ງກ່າວ ​ແມ່ນ​ເປັນ​ເທື່ອທີ່​ສອງ ທີ່​ໄດ້​ປະ​ທະ​ເມືອງ Hermel ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໃນ​ການໂຈມ​ຕີ​ບັ້ນ​ລ່າສຸດ ທີ່​ປະກົດ​ວ່າ ມີ​ການ​ເຊື່ອມ​ໂຍງ​ກັບ​ສົງຄາມ​ໃນຊີ​ເຣຍ ປະ​ເທດ​ເພື່ອນ​ບ້ານ​ຂອງເລ​ບາ​ນອນ​ນັ້ນ.

ກຸ່ມ​ຕ່າງໆ​ໃນ​ເລ​ບາ​ນອນ ​ໄດ້​ໃຫ້ການ​ໜຸນ​ຫຼັງຫຼາຍຝ່າຍ​ທີ່ແຕກ​ຕ່າງ​ກັນ ​ໃນ​ສົງຄາມ​ກາງ​ເມືອງແບ່ງ​ແຍກ​ນິກາຍ​ຂອງ​ຊີ​ເຣຍ ​ແລະ​ໄດ້​ທໍາ​ການວາງ​ລະ​ເບີດ ​ແລະໂຈມ​ຕີ​ດ້ວຍ​ວິທີ​ອື່ນໆ​ ໃສ່​ກັນ​ແລະ​ກັນ.

Lebanon blasts
please wait
Embed

No media source currently available

0:00 0:00:31 0:00
XS
SM
MD
LG