ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຢູເຄຣນ ແລະ ຣັດເຊຍ ລາຍງານການຍິງໂດຣນຕົກ ຈາກການໂຈມຕີຊ່ວງຂ້າມຄືນ


 ເຈົ້າໜ້າທີ່ດັບເພີງ ເຮັດວຽກຢູ່ໃນອາຄານ ທີ່ໄດ້ຖືກທຳລາຍ ບາງສ່ວນ ຈາກການບຸກໂຈມຕີຂອງຣັດເຊຍ ໃນເມືອງ ເຊີນິຮິຟ (Chernihiv) , ປະເທດຢູເຄຣນ, ວັນທີ 17 ເມສາ 2024.
ເຈົ້າໜ້າທີ່ດັບເພີງ ເຮັດວຽກຢູ່ໃນອາຄານ ທີ່ໄດ້ຖືກທຳລາຍ ບາງສ່ວນ ຈາກການບຸກໂຈມຕີຂອງຣັດເຊຍ ໃນເມືອງ ເຊີນິຮິຟ (Chernihiv) , ປະເທດຢູເຄຣນ, ວັນທີ 17 ເມສາ 2024.

ກອງທັບ​ຢູ​ເຄຣນກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຕົນ​ໄດ້​ຍິງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ທັງ​ໝົດ 13 ລຳ​ທີ່​ຣັດ​ເຊຍ ປ່ອຍຂຶ້ນ ໃນການໂຈມຕີຊ່ວງຂ້າມຄືນ​ຕົກ​, ໃນຂະນະ​ທີ່​ກອງ ທັບ​ຣັດ​ເຊຍ ​ລາຍ​ງານ​ວ່າ​ໄດ້​ທຳລາຍ​ເຮືອບິນບໍ່ມີຄົນຂັບຂອງຢູເຄຣນ 20 ລຳ.

ກອງທັບ​ອາກາດ​ຢູ​ເຄຣນ​ກ່າວ​ວ່າ ລະ​ບົບ​ປ້ອງ​ກັນໄພທາງ​ອາກາດ​ຂອງ​ຕົນ ​ໄດ້​ສະກັດ​ກັ້ນ​ເຮືອບິນ​ບໍ່​ມີ​ຄົນ​ຂັບເທິງເຂດ ດນິບໂປຣເປໂຕຣບກ໌ (Dnipropetrovsk), ອີວາໂນ-ແຟຣນກີບຄ໌ (Ivano-Frankivsk), ເຄິີຊັນ (Kherson), ຄເມລນິສກີ (Khmelnytskyi), ໂປລຕາວາ (Poltava), ເທີນເນີປີລ (Ternopil) ແລະ​ເຂດ ວິນນິດເຊຍ (Vinnytsia).

ທ່ານ ເຊີຮີ ລີຊັກ (Serhiy Lysak), ຜູ້ປົກຄອງພາກພື້ນ ດນິບໂປຣເປໂຕຣບກ໌ (Dnipropetrovsk), ໄດ້ລາຍງານ ຢູ່ໃນ Telegram ກ່ຽວກັບຄວາມເສຍຫາຍ ຕໍ່ກັບເຮືອນສອງຫຼັງ, ແຕ່ບໍ່ມີການບາດເຈັບ.

ທ່ານ ນາງ ສວິດລານາ ໂອນີຊຊຸກ (Svitlana Onyshchuk) ຜູ້​ປົກຄອງ ພາກພື້ນ ອີວາໂນ-ແຟຣນກີບຄ໌ (Ivano-Frankivsk) ກ່າວຢູ່ໃນ Telegram ວ່າ ​ສິ່ງ​ເສດ​ເຫຼືອ​ທີ່​ຕົກລົງມາ​ຈາກ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ທີ່ຖືກຍິງ​ຕົກ ​ໄດ້ເຮັດໃຫ້​ເກີດ​ໄຟ​ໄໝ້​ຫຼາຍ​ຄັ້ງ.

ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ຢູ​ເຄຣນ ​ສ່ວນ​ໃຫຍ່​ໄດ້​ສຸມ​ໃສ່​ພາກພື້ນ ແບລໂກຣອດ (Belgorod) ທີ່ຕັ້ງ​ຢູ່ລຽບຕາມ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ກ່າວ​ວ່າ ຕົນ​ໄດ້​ທຳລາຍ​ເຮືອບິນບໍ່ມີຄົນຂັບ 16 ລຳ ​ແລະ​ລູກ​ສອນ​ໄຟ​ສອງລູກ​ຢູ່​ເໜືອ​ ແບລໂກຣອດ (Belgorod), ເຊິ່ງຜູ້ປົກ ຄອງພາກພື້ນດັ່ງກ່າວ, ທ່ານ ວີຢາເຊລລາບ ກລາດຄອຟ (Vyacheslav Gladkov) ​ໄດ້​ລາຍ​ງານຄວາມ​ເສຍ​ຫາຍ​ຕໍ່​ເຮືອນ 1 ​ຫຼັງ ​ແລະ​ມີ​ຜູ້​ໄດ້ຮັບບາດ​ເຈັບ 1 ຄົນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຣັດເຊຍ ​ກ່າວ​ວ່າການ​ປ້ອງ​ກັນ​ທາງ​ອາ​ກາດ​ຂອງ​ຣັດ​ເຊຍ ​ຍັງ​ໄດ້​ຍິງເຮືອບິນບໍ່ມີຄົນຂັບ 3 ລຳ​ຕົກ​ຢູ່​ເຂດ ຣັອສໂຕຟ (Rostov) ແລະ​ອີກ​ລຳ​ໜຶ່ງ​ຢູ່​ເຂດ ໂວໂຣເນຊ (Voronezh).

ທ່ານ ວາຊີລີ ໂກລູເບັຟ (Vasily Golubev), ຜູ້ປົກຄອງພາກພື້ນ ຣັອສໂຕຟ (Rostov), ກ່າວວ່າ ສິ່ງເສດເຫຼືອ ທີ່ຕົກລົງມາ ໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ຕຶກອາຄານອຸດສາຫະກຳ ແລະ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 1 ຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG