ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ພາຍຸໄຕ້ຝຸ່ນ Soulik ໃນຈີນ ອ່ອນຄວາມແຮງ ລົງແລ້ວ (ວີດິໂອ)


ຖະໜົນຫົນທາງທີ່ຖືກນໍ້າຖ້ວມ ທີ່ແຂວງ Fujian ຂອງຈີນ ຍ້ອນຝົນຕົກໜັກ ຈາກພາຍຸໄຕ້ຝຸ່ນ Soulik.
ຖະໜົນຫົນທາງທີ່ຖືກນໍ້າຖ້ວມ ທີ່ແຂວງ Fujian ຂອງຈີນ ຍ້ອນຝົນຕົກໜັກ ຈາກພາຍຸໄຕ້ຝຸ່ນ Soulik.
ສູນ​ພະຍາກອນ​ອາກາດ​ຂອງ​ຈີນ ​ໄດ້ລຸດ​ລະດັບ ລົມ​ໄຕ້ຝຸ່ນ ຊູ​ລິກ ​ທີ່​ມີ​ຄວາມ​ແຮງ​ສູງນັ້ນ ລົງ​ມາ​ເປັນ​ພາຍຸອາກາດຕໍ່າເຂດ​ຮ້ອນ​ ຫຼັງຈາກ​ພາຍຸ​ດັ່ງກ່າວ​ໄດ້​ພັດ​ເຂົ້າຝັ່ງ​ແຂວງ Fujian ​ແຄມ​ທະ​ເລ ທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່​ຢ່າງໜາ​ແໜ້ນ ​ເມື່ອ​ວັນ​ເສົາ​ວານ​ນີ້.

ພາຍຸ​ໄຕ້​ຝຸ່ນ Soulik ​ໄດ້​ບັງຄັບ​ໃຫ້​ປະຊາຊົນ 300,000 ຄົນ​ຕ້ອງ​ໄດ້​ພາກັນ​ຍົກຍ້າຍໜີ ​ເວລາ​ມັນ​ປະ​ທະ​ເຂດ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ ດ້ວຍ​ລົມ​ແຮງ​ເກືອບ 120 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ສູນ​ພະຍາກອນ​ອາກາດ​ແຫ່ງ​ຊາດຂອງ​ຈີນ ໄດ້ລຸດ​ລະດັບຄວາມ​ແຮງ​ຂອງ ໄຕ້ຝຸ່ນ​ດັ່ງ ກ່າວ ລົງມາ​ເປັນ​ພາຍຸອາກາດ​ຕໍ່າ​ເຂດ​ຮ້ອນ ​ໃນ​ວັນ​ອາທິດ​ມື້​ນີ້ ​ເວລາ​ລົມ​ອ່ອນ​ແຮງ​ລົງ​ໄປ ຫຼັງຈາກ​ໄດ້​ພັດ​ເຂົ້າຝັ່ງ​ແລ້ວ ​ແຕ່​ກໍເຕືອນ​ວ່າ ພາຍຸ​ຍັງຈະ​ເຮັດ​ໃຫ້​ຝົນຕົກ​ໜັກ ຢູ່​ຫຼາຍໆເຂດໃນພາກ​ຕາ​ເວັນ​ອອກ​ຂອງ​ຈີນ.

​ໄຕ້​ຝຸ່ນລູກ​ນີ້ ​ໄດ້​ພັດ​ຊ້າ​ລົງ ນັບ​ຕັ້ງ​ແຕ່​ໄດ້​ພັດ​ເຂົ້າຝັ່ງ ​ຢູ່ເຂດ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ເກາະ​ໄຕ້​ຫວັນ ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ເສົາ​ວານ​ນີ້ ໂດຍໄດ້​ເອົາ​ຊີວິດ​ສອງ​ຄົນ​ໄປ ​ແລະເຮັດ​ໃຫ້ບາດ​ເຈັບ​ອີກຫຼາຍກວ່າ 100 ຄົນ.

ຝົນຕົກ​ໜັກ​ເມື່ອ​ບໍ່​ດົນ​ມາ​ນີ້ ຢູ່​ທົ່ວຫຼາຍໆ​ເຂດ​ອັນກວ້າງ​ໃຫຍ່​ຂອງ​ຈີນ ​ໄດ້​ຍັງ​ຜົນ​ໃຫ້​ເກີດ​ນໍ້າ​ຖ້ວມ ດິນ​ເຈື່ອນ ​ແລະ​ສົ່ງ​ຜົນ​ໃຫ້​ມີ​ຜູ້ເສຍ​ຊີວິດ ຫຼືຫາຍ​ສາບ​ສູນ 200 ຄົນ​.

ເບິ່ງວີດີໂອ:

ພາຍຸໄຕ້ຝຸ່ນ Soulik
please wait

No media source currently available

0:00 0:00:53 0:00
XS
SM
MD
LG