ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເທີກີ ຖິ້ມລະເບີດໃສ່ພວກ PKK ຫຼັງຈາກ ຂະບວນ ທະຫານ ຖືກໂຈມຕີ


ເຮືອບິນຮົບ F-16 ຂອງ ເທີກີ ກຳລັງແລ່ນລົງຖານທັບອາກາດ Incirlik ໃນເມືອງ Adana ທາງພາກໃຕ້ຂອງປະເທດ ເທີກີ. 4 ກໍລະກົດ, 2012.
ເຮືອບິນຮົບ F-16 ຂອງ ເທີກີ ກຳລັງແລ່ນລົງຖານທັບອາກາດ Incirlik ໃນເມືອງ Adana ທາງພາກໃຕ້ຂອງປະເທດ ເທີກີ. 4 ກໍລະກົດ, 2012.

​ເຮືອບິ​ນຮົບຂອງ ​ເທີ​ກີ ​ໄດ້​ຕອບ​ໂຕ້ໃນ​ຄ່ຳ​ຄືນ​ທີ່​ຜ່ານ​ມາ​ພ້ອມ​ດ້ວຍ​ການ​ໂຈມ​ຕີ​ທາງ​ອາກາດ​ຊຸດ​ໜຶ່ງ​ຕໍ່ພວກ​ຫົວ​ຮຸນ​ແຮງ​ຊາວ ​ເຄີ​ດ ຫຼັງ​ຈາກ​ນັກຮົບ​ຊາວ ​ເຄີ​ດ​ໄດ້ໂຈມ​ຕີ​ຂະ​ບວນກອງ​ທະຫານ​ຢູ່ໃກ້​ກັບ​ເຂດ​ຊາຍ​ແດ​ນກັບ ອີຣັກ ​ແລະ ອີຣ່ານ.

ກອງ​ທັບ​ໄດ້ກ່າວໃນ​ວັນ​ຈັນມື້​ນີ້​ວ່າ ​ເຮືອບິນ​ຮົບ F-4 ແລະ F-16 ໄດ້ຍິງ ໂຈມຕີໃສ່ 13 ເປົ້າໝາຍຂອງພວກຕ້ອງຫ້າມພັກ ກຳມະກອນຊາວ ເຄີດ ຫຼື PKK.

ໃນການໂຈມຕີວັນອາທິດວານນີ້ ປະກົດມີ ລະເບີດແຕກຂ້າງທາງ ທີ່ໄດ້ເຮັດໃຫ້ລົດຫຸ້ມເກາະ ສອງຄັນເສຍຫາຍຢ່າງໜັກ ແລະ ​ເຮັດ ໃຫ້ທະຫານ​ເທີ​ກີທີ່ຍັງບໍ່ໄດ້ຢືນຢັນເຖິງຈຳນວນ ເສຍຊີວິດກັບບ່ອນ.

ພວກ PKK ກ່າວວ່າ ພວກເຂົາໄດ້ຂ້າທະຫານທັງໝົດ 15 ຄົນ.

ລຸນຫຼັງການໂຈມຕີ, ນາຍົກລັດຖະມົນຕີ Ahmet Davutoglu ໄດ້ຕັດການຢ້ຽມຢາມ​ໃຫ້ ສັ້ນລົງ ທີ່ເມືອງ Konya ບ່ອນທີ່ທ່ານໄດ້ ໄປເບິ່ງການແຂ່ງຂັນບານເຕະ ແລະ ຮີບດ່ວນ ເດີນທາງກັບສູ່ ນະຄອນຫຼວງ Ankara ເພື່ອການປະຊຸມສຸກເສີນກັບທີມຮັກສາຄວາມ ປອດໄພຂອງທ່ານ.

ປະທານາທິບໍດີ Recep Tayyip Erdogan ໄດ້ສະແດງຄວາມເສຍໃຈກ່ຽວກັບຂ່າວຂອງ ການໂຈມຕີດັ່ງກ່າວ, ເຊິ່ງທ່ານໄດ້ກ່າວວ່າ ເຫດການໄດ້ເກີດຂຶ້ນໃນລະຫວ່າງບັນດາ ທະຫານກຳລັງດຳເນີນການປະຕິບັດການເກັບກູ້ລະເບີດ.

ທ່ານໄດ້ກ່າວວ່າ “ຂ້າພະເຈົ້າຫວັງວ່າ ພ້ອມກັບຖະແຫຼງການ ແຜນ ຍຸດທະສາດໃໝ່ ຂອງທະຫານນີ້ຈະມີ​ຍຸ​ທະ​ສາດ​ອັນ​ໃໝ່​ເກີດ​ຂຶ້ນໃນການຕໍ່ສູ້ຕ້ານການກໍ່ ການຮ້າຍ,” “ພວກເຮົາຈະສືບຕໍ່ ຕ້ານຢັນການກໍ່ການຮ້າຍດ້ວຍຄວາມ​ເດັດຂາດ.”

ຖ້າຈຳນວນຜູ້ເສຍຊີວິດແມ່ນໄດ້ຮັບການຢືນຢັນ, ມັນຈະເປັນການໂຈມຕີທີ່ຮ້າຍແຮງທີ່ສຸດ ຂອງພວກ PKK ຕັ້ງແຕ່ເດືອນ ກໍລະກົດ ເມື່ອຄວາມຮຸນແຮງຂອງທັງສອງຝ່າຍໄດ້ທຳລາຍ ສັນຍາການຍຸດຍິງ.

ເທີກີ ໄດ້ເປີດສິ່ງທີ່ພວກເຂົາເອີ້ນວ່າ ການໂຈມຕີຕໍ່ຕ້ານການກໍ່ ການຮ້າຍແບບໃໝ່ ໃນຕອນທ້າຍຂອງເດືອນກໍລະກົດ ພ້ອມດ້ວຍ ການໂຈມຕີທາງອາກາດ ແນເປົ້າໃສ່ພວກ PKK ທາງພາກຕາເວັນອອກສຽງໃຕ້ຂອງ ເທີກີ ແລະ ພາກເໜືອຂອງ ອີຣັກ.

XS
SM
MD
LG