ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ນາຍົກ ຕູນິເຊຍ ປົດຫົວໜ້າຕຳຫຼວດ ຫຼັງຈາກ ການໂຈມຕີ ທີ່ຫໍພິພິດທະພັນ


ນາຍົກລັດຖະມົນຕີ ຕູ​ນິ​ເຊຍ ​ໄດ້​ປົດ​ຜູ້​ບັນຊາ​ການ​ຕຳຫລວດ
​ຫ້າ​ຄົນ ​ອອກ​ຈາກ​ໜ້າ​ທີ່ ​ໃນ​ວັນ​ຈັນ​ວານ​ນີ້ ລຸນຫລັງການ​ໂຈມ
ຕີ​ຂອງພວກ​ກໍ່​ການ​ຮ້າ​ຍໃນອາທິດ​ແລ້ວ​ນີ້ ຢູ່​ທີ່​ຫໍພິພິດ​ທະພັນ​
ແຫ່ງ​ຊາດໃນນະຄອນຫຼວງຕູນິສ ທີ່​ເຮັດ​ໃຫ້ 21 ຄົນ​ເສຍ​ຊີວິດ
ຊຶ່ງທັງ​ໝົດເປັນ​ພວກນັກ​ທ່ອງ​ທ່ຽວ​ຊາວຕ່າງປະ​ເທດ ຍົກເວັ້ນ
ແຕ່ພຽງ ຜູ້ດຽວທີ່ບໍ່ແມ່ນ.

ທ່ານ Habib Essid ​ໄດ້​ປົດຜູ້ບັນຊາການຮັກສາ​ຄວາມ​ປອດ
​ໄພ​ທ່ອງ​ທ່ຽວ ຜູ້​ບັນຊາ​ການ​ສື​ບລັບ ຜູ້ບັນຊາການ​ຕຳຫລວດ​
ໃນນະຄອນຫຼວງຕູນິສ ​ແລະ​ອີກ​ສອງ​ຄົນ. ​ໂຄສົກ​ຂອງ​ທ່ານ
ກ່າວ​ວ່າ ທ່ານ Essid ​ໄດ້​ໄປ​ຢ້ຽມຢາມ ຫໍພິພິດ​ທະພັນແຫ່ງ​
ຊາດ Bardo ​ໃນ​ວັນ​ອາທິດແລ້ວນີ້ ​ແລະ​ໄດ້​ພົບ​ເຫັນ​ວ່າ“ມີ​ຄວາມ​ຫລົ້ມ​ແຫລວ​ຫຼາຍໆ
ຢ່າງໃນການຮັກສາຄວາມ​ປອດ​ໄພ​.”

ບັນດາ​ເຈົ້າ​ໜ້າ​ທີ່ ຕູ​ນິ​ເຊຍ ກ່າວວ່າ ພວກຍາມ ທີ່​ຖືກ​ສັ່ງໃຫ້​ຮັກສາ​ຄວາມ​ປອດ​ໄພ​ຢູ່ຫໍພິ
ພິດທະພັນ ​ແລະຕຶກ​ສະພາ​ທີ່ຕັ້ງຢູ່ໃກ້ຄຽງ​ນັ້ນ ​ໄດ້​ພາກັນໄປດື່ມ​ກາ​ເຟ ​ເວ​ລາ​ພວກ​ຫົວ​ຮຸນ​
ແຮງ​ຍິງ​ບັນດານັກ​ທ່ອງ​ທ່ຽວ ຮວມທັງ​ຜູ້​ໄປຢ້ຽມຢາມ​ຈາກ ຍີ່ປຸ່ນ ​ໂປ​ແລນ ອີ​ຕາ​ລີ ​ແລະ​
ສະ​ເປ​ນ ​ໃນ​ຂະນະ​ທີ່​ພວກເຂົາ​ເຈົ້າ​ກຳລັງ​ລົງ​ຈາກ​ລົດ​ບັສ ຢູ່​ຫໍພິພິດ​ທະພັນ.

ພວກ​ມື​ປຶ​ນສອງ​ຄົນ​ພາກັນ​ແລ່ນໄລ່ຍິງ ຢູ່​ໃນ​ຫໍພິພິດ​ທະພັນ ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ​ໃນ
​ວັນ​ພຸດ​ແລ້ວ​ນີ້ ກ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ຖືກ​ຍິງຕາຍໂດຍກຳລັງ​ຮັກສາ​ຄວາມ​ປອດ​ໄພ. ພວກ​
ຫົວ​ຮຸນ​ແຮງ​ຕໍ່​ມາ​ໄດ້​ຖືກ​ລະບຸວ່າ ​ເປັນ​ຊາວ​ຕູ​ນິ​ເຊຍ​ສອງ​ຄົນ ທີ່ມີ​ອາຍຸ 20 ກວ່າປີ ທີ່​ໄດ້​ຮັບ
​ການ​ຝືກ​ແອບ​ຢູ່​ໃນລີ​ເບຍ.

ປະທານາທິບໍດີ ຕູ​ນິ​ເຊຍ ທ່ານ Beji Caid Essebsi ກ່າ​ວ​ໃນ​ວັນ​ອາທິດ​ຜ່ານ​ມານີ້​ວ່າ ມື
​ປືນ​ຜູ້​ທີ​ສາມ ທີ່ພົວພັນ​ກັບ​ການ​ສັງຫານ​ໝູ່ໃນຄັ້ງນີ້ ຍັງ​ຊອກ​ຫາ​ໂຕ​ບໍ່​ເຫັນເທື່ອ.

XS
SM
MD
LG