ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ທ່ານທຣຳ ອະດີດປະທານາທິບໍດີ ຈະໄປຂຶ້ນສານ ໃນຄະດີອາຍາ ເປັນຄັ້ງທຳອິດ ທີ່ບໍ່ເຄີຍມີມາກ່ອນ


ອະດີດປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ, ກາງ, ປາກົດຕົວຢູ່ໃນສານສຳລັບການຮັບຟັງຄຳຟ້ອງ ຕໍ່ທ່ານ, ວັນທີ 4 ເມສາ 2023, ໃນນະຄອນນິວຢອກ. ທ່ານທຣຳ ໄດ້ສ້າງປະຫວັດສາດ ໂດຍມີກຳນົດຈະເລີ້ມຄະດີອາຍາ ໃນວັນຈັນນີ້.
ອະດີດປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ, ກາງ, ປາກົດຕົວຢູ່ໃນສານສຳລັບການຮັບຟັງຄຳຟ້ອງ ຕໍ່ທ່ານ, ວັນທີ 4 ເມສາ 2023, ໃນນະຄອນນິວຢອກ. ທ່ານທຣຳ ໄດ້ສ້າງປະຫວັດສາດ ໂດຍມີກຳນົດຈະເລີ້ມຄະດີອາຍາ ໃນວັນຈັນນີ້.

ການຄັດເລືອກເອົາຄະນະຕຸລາການ ຈະເລີ້ມຂຶ້ນໃນວັນຈັນມື້ນີ້ ຢູ່ໃນການດຳ ເນີນຄະດີຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ໃນນະຄອນນິວຢອກ ຜູ້ທີ່ຖືກກ່າວຫາວ່າ ໃຫ້ຄວາມເທັດໃນເອກະສານບັນທຶກທຸລະກິດ ເພື່ອຊຸກ ເຊື່ອງເລື້ອງການຈ່າຍເງິນ ເພື່ອປົກປິດຂໍ້ຫາສູ້ສາວນອກ​ການ​ແຕ່ງ​ງານ.

ທ່ານທຣຳ ເປັນອະດີດຜູ້ນຳຂອງສະຫະລັດຄົນທຳອິດ ທີ່ປະເຊີນກັບຂໍ້ຫາທາງ ອາຍາ ແລະການຂົ່ມຂູ່ຈະຖືກຂັງຄຸກ ຖ້າຫາກຖືກຕັດສິນວ່າມີຄວາມຜິດ.

ຜູ້ສະໝັກທີ່ຄາດວ່າຈະໄດ້ຖືກສະເໜີຊື່ໃຫ້ລົງແຂ່ງຂັນເປັນປະທານາທິບໍດີຂອງ ພັກຣີພັບບລີກັນ ໃນເດືອນການເລືອກຕັ້ງເດືອນພະຈິກນີ້ ຈະຊົມຂັ້ນຕອນໃນ ການຄັດເລືອກຈາກໂຕະຂອງຈຳເລີຍ ໃນຄະດີທີ່ອາດດຳເນີນສີ່ວັນຕໍ່ອາທິດ ຕະຫຼອດໄລຍະນຶ່ງເດືອນເຄິ່ງຂ້າງໜ້ານີ້. ທ່ານອາດຈະຂຶ້ນເປັນພະຍານເພື່ອ ປ້ອງກັນທ່ານເອງ ຫຼືບໍ່ດັ່ງນັ້ນກໍຂຶ້ນຢູ່ກັບວ່າ ທ່ານ ແລະບັນດາທະນາຍຄວາມ ຂອງທ່ານ ມີທັດສະນະແນວໃດຕໍ່ຫຼັກຖານຂອງບັນດາໄອຍະການ.

ທ່ານທຣຳ ທີ່ເຄີຍເປັນ​ປະ​ທາ​ນາ​ທິ​ບໍ​ດີຂອງສະຫະລັດ ຈາກຕົ້ນປີ 201​7 ຫາ ເດືອນມັງກອນ ປີ 2021 ໄດ້ກ່າວຕ້ອງຕິຊ້ຳແລ້ວຊ້ຳອີກຕໍ່ການດຳເນີນຄະດີ ທ່ານ. ທ່ານໄດ້ຈົ່ມຢູ່ໃນສື່ສັງຄົມ Truth Social ຂອງທ່ານ ເມື່ອອາທິດແລ້ວນີ້ ວ່າ “ບໍ່ມີສິ່ງໃດ​ແນວນັ້ນໄດ້ເກີດຂຶ້ນໃນເມື່ອກ່ອນເລີຍ ຢູ່ໃນປະເທດຂອງພວກ ເຮົາ. ໃນວັນຈັນມື້ນີ້ ຂ້າພະເຈົ້າຈະຖືກບັງຄັບໃຫ້ນັ່ງ, ປິດປາກປິດສຽງ, ຕໍ່ໜ້າ ຜູ້ພິພາກສາ ທີ່ຂັດແຍ້ງກັນ​ເປັນ​ຢ່າງສູງແລະ ສໍ້ໂກງ, ຜູ້ທີ່ຊັງຂ້ອຍໂດຍບໍ່ມີ ຂອບເຂດ.”

ນັບຕັ້ງແຕ່ທ່ານຖືກ​ຮຽ​ກ​ຮ້ອງ​ໃຫ້ຂຶ້ນສານ ຄະດີນີ້ເກືອບແນ່ນອນທີ່ສຸດວ່າຈະເຮັດ​ໃຫ້ຜູ້​ລົງ​ແຂ່ງ​ຂັນທີ່ມີອາຍຸ 77 ປີ ທ່ານນີ້ ບໍ່ສາມາດໄປໂຄສະນາຫາສຽງໄດ້ ເປັນ​ເວ​ລາ​ທີ່​ຍາ​ວ​ນານ. ທ່ານພະຍາຍາມທີ່ຈະຂຶ້ນຄອງຕຳແໜ່ງໃນທຳນຽບຂາວ ຈາກປະທານາທິບໍດີ ໂຈ ໄບເດັນ ຂອງພັກເດໂມແຄຣັດ ຜູ້ທີ່ໄດ້ເອົາຊະນະ ທ່ານ ໃນການເລືອກຕັ້ງປີ 2020, ເຖິງແມ່ນ​ວ່າທ່ານທຣຳ ມາເຖິງມື້ນີ້ ໄດ້ອ້າງຢ່າງບໍ່​ຖືກ​ຕ້ອງວ່າ ທ່ານຖືກສໍ້ໂກງການ​ດຳ​ລົງ​ຕຳ​ແໜ່ງ​ນຶ່ງ​ສະ​ໄໝ​ທີ່​ມີສີ່​ປີ ຍ້ອນການລົງຄະແນນສຽງທີ່ຜິດປົກກະຕິ.

Jury selection begins Monday in a New York trial of former U.S. President Donald Trump, who is accused of falsifying business records to hide payments to cover up alleged extramarital affairs.

Trump is the first former U.S. leader to ever face criminal charges and the threat of imprisonment if he is convicted.

The presumptive Republican presidential contender in the November election will watch the proceedings from the defendant’s table in a trial that could unfold four days a week over the next month and a half. He could take the witness stand to defend himself or not, depending on how he and his lawyers view the prosecutors’ evidence.

Trump, the U.S. chief executive from early 2017 to January 2021, has repeatedly assailed his prosecution. He complained on his Truth Social platform last week, “No such thing has ever happened in our Country before. On Monday I will be forced to sit, GAGGED, before a HIGHLY CONFLICTED & CORRUPT JUDGE, whose hatred for me has no bounds.”

Watch related report by Veronica Balderas Iglesias:

Trump on trial, Biden headed to Pennsylvania
please wait

No media source currently available

0:00 0:02:18 0:00

Since he is required to be in court, the case almost certainly will keep the 77-year-old candidate off the campaign trail for large swaths of time. He is trying to reclaim the White House from Democratic President Joe Biden, who defeated him in the 2020 election, although Trump to this day claims falsely that he was cheated out of another four-year term by voting irregularities.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG