ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ທ່ານ ທຣຳ ແລະ ທ່ານໄບເດັນ ມີທ່າທີລະມັດລະວັງ ແລະຄຸມເຄືອ ກຽວກັບເລື້ອງກັນຊາ


ວີດີໂອ ກ່ຽວກັບລາຍງານ ທັງທ່ານ ທຣຳ ແລະທ່ານໄບເດັນ ມີທ່າທີລະມັດລະວັງ ແລະຄຸມເຄືອ ກຽວກັບເລື້ອງກັນຊາ

ກັນຊາເປັນເລື້ອງທີ່ຕົກລົງກັນໄດ້ຍາກຫຼາຍໃນວົງການການເມືອງທີ່ມີຄວາມແຕກແຍກກັນຂອງອາເມຣິກາ ໂດຍການຢັ່ງຫາງສຽງສະແດງໃຫ້ເຫັນວ່າ ຊາວອາເມຣິກັນ 80 ເປີເຊັນ ສະໜັບສະໜູນໃຫ້ກັນຊາຖືກຕ້ອງຕາມກົດໝາຍຢ່າງໜ້ອຍກໍຊ່ວນໃດສ່ວນນຶ່ງ. ແຕ່ພວກທີ່ສະໜັບສະໜູນກັນຊາ ກ່າວວ່າ ບໍ່ມີຜູ້ສະໝັກເປັນປະທານາທິບໍດີ ທີ່ນຳໜ້າໝູ່ຄົນໃດ ສວຍໂອກາດເອົາເລື້ອງການຫັດປ່ຽນທາງດ້ານທັດສະນະຄະຕິນີ້ເລີຍ.

ເກືອບສາມສ່ວນສີ່ຂອງຊາວອາເມຣິກັນທີ່ອາໄສຢູ່ໃນລັດຕ່າງໆ ບ່ອນທີ່ກັນຊາແມ່ນຖືກຕ້ອງສຳລັບເພື່ອໃຊ້ໃນທາງການແພດ. ເຄິ່ງນຶ່ງຂອງປະຊາກອນທີ່ອາໄສຢູ່ໃນບ່ອນທີ່ກັນຊາຍັງໄດ້ຮັບອະນຸຍາດໃຫ້ໃຊ້ໃນທາງແບບພັກຜ່ອນຍ່ອນອາລົມ. ແຕ່ກັນຊາທັງຫຼາຍ ຍັງຄົງຜິດກົດໝາຍທັງໝົດພາຍໃຕ້ກົດໝາຍລັດຖະບານກາງ ບ່ອນທີ່ກັນຊາໄດ້ຖືກຈັດໃຫ້ຢູ່ໃນປະເພດຄ້າຍຄຽງກັບຢາເສບຕິດ ເຊັ່ນ ເຮໂຣອິນ ແລະ LSD ຄືກັບຢາເສບຕິດໂດຍທີ່ບໍ່ໄດ້ຖືກຍອມຮັບໃນການໃຊ້ທາງການແພດໃນປັດຈຸບັນນີ້ ແລະມີໂອກາດສູງທີ່ຈະຖືກນຳໃຊ້ໃນທາງທີ່ຜິດກົດໝາຍ.

ພວກມີສິດລົງຄະແນນສຽງຊາວອາເມຣິກັນຫຼວງຫຼາຍ ໂດຍສ່ວນໃຫຍ່ ຜູ້ທີ່ຄິດວ່າ ອັນນັ້ນຄວນຖືກປ່ຽນແປງ ເຮັດໃຫ້ກັນຊາເປັນໂອກາດທີ່ເໝາະສົມແລ້ວ ສຳລັບຜູ້ສະໝັກເປັນປະທານາທິບໍດີ ຄື ທ່ານໂຈ ໄບເດັນ ແລະ ທ່ານດໍໂນລ ທຣຳ ໂດຍສະເພາະພາຍໃນກຸ່ມພວກຊາວໜຸ່ມທີ່ມີສິດປ່ອນບັດເລືອກຕັ້ງ ອີງຕາມ..... ທ່ານສະກັອດຕີ ສະມາດຕ໌ ຜູ້ທີ່ເປັນຜູ້ຈັດການຊຸມຊົນ ຢູ່ກັບກຸ່ມພົວພັນນຳພົນລະເມືອງ ທີ່ເອີ້ນວ່າ ໂຄງການຈໍເຈຍໃໝ່ ຫຼື New Georgia Project.

ທ່ານສະກັອດຕີ ສະມາດຕ໌ ຈາກ ໂຄງການຈໍເຈຍໃໝ່ ກ່າວວ່າ “ຫຼາຍໆຄົນບໍ່ເຂົ້າໃຈນະໂຍບາຍ. ຫຼາຍໆຄົນບໍ່ຮູ້ຈັກວ່າ ນະໂຍບາຍຕ່າງໆ ມີຜົນກະທົບຕໍ່ຊີວິດການເປັນຢູ່ໃນແຕ່ລະວັນຂອງເຂົາເຈົ້າ. ຂ້າພະເຈົ້າຄິດວ່າ ກັນຊາເປັນເລື້ອງທີ່ຈະເປັນຂະນວນແລະສ້າງຄວາມຕື່ນເຕັ້ນແກ່ພວກຊາວໜຸ່ມໃຫ້ຫັນມາສົນໃຈໃນເລື້ອງນີ້.”

ຢູ່ທີ່ບຸນເທດສະການກັນຊາແຫ່ງຊາດ ແລະກອງປະຊຸມນະໂຍບາຍສຸດຍອດທີ່ວໍຊິຕັນ ໃນເດືອນນີ້, ຜູ້ກໍ່ຕັ້ງ ທ່ານນາງ ຄາໂຣລາຍນ໌ ຟີລລິບສ໌ ໄດ້ກ່າວວ່າ ທັງທ່ານໄບເດັນ ຫຼື ທ່ານທຣຳ ບໍ່ໄດ້ສະໜອງຫຍັງເລີຍ.

ທ່ານນາງ ຄາໂຣລາຍນ໌ ຟີລລິບສ໌ ກ່າວວ່າ “ສຳລັບທັງສອງທ່ານນັ້ນ ສິ່ງນຶ່ງ ທີ່ພວກເພິ່ນມີຮ່ວມກັນ ກໍແມ່ນວ່າ ປະຫວັດແນວທາງຂອງພວກເພິ່ນຕໍ່ກັນຊານັ້ນ ແມ່ນບໍ່ສອດຄ່ອງແລະຄ່ອຍທະວີຂຶ້ນ. ພວກເຮົາໄດ້ຍິນຄຳໝັ້ນສັນຍາຈາກທັງສອງຄະນະລັດຖະບານ ແຕ່ທັງສອງລັດຖະບານນີ້ ກໍບໍ່ໄດ້ພັດທະນາຢ່າງເຕັມສ່ວນ.”

ພາຍໃຕ້ທ່ານໄບເດັນ ກະຊວງສາທາລະນະສຸກແລະບໍລິການມະນຸດ ໄດ້ແນະນຳໃຫ້ປ່ຽນແປງກັນຊາໂດຍຈັດເຂົ້າໃນປະເພດຢາທີ່ເບົາກວ່າ ເຊັ່ນວ່າ “ກຳນົດມັນຄືນໃໝ່” ແທນທີ່ເຮັດໃຫ້ມັນຖືກຕ້ອງຕາມກົດໝາຍ ຊຶ່ງຄວນຈະເປັນ “ການບໍ່ກຳນົດມັນ.”

ທ່ານນາງ ຟີລລິບສ໌ ກ່າວວ່າ “ນະໂຍບາຍກ່ຽວກັບກັນຊາຂອງທຳນຽບຂາວ ໃນປັດຈຸບັນນີ້ ຍັງຄົງບໍ່ແຈ່ມແຈງ ພຽງເລັກນ້ອຍ. ເຂົາເຈົ້າໃຫ້ສັນຍານແກ່ພວກເຮົາ ທີ່ວ່າ ເຂົາເຈົ້າເຕັມໃຈທີ່ຈະຫັນປ່ຽນໄປສູ່ ການບໍ່ກຳນົດມັນ” ແຕ່ເປັນໄປໄດ້ສູງວ່າ ຈະເປັນການກຳນົດຄືນໃໝ່. ເຖິງຢ່າງໃດກໍຕາມ ພວກເຮົາຍັງບໍ່ໄດ້ເຫັນການກະທຳນັ້ນ ທີ່ຢັ້ງຢືນຄຳເວົ້າຂອງພວກເພິ່ນເທື່ອ.”

ໃນປີ 2018 ໃນເວລານັ້ນ ປະທານາທິບໍດີ ທຣຳ ໄດ້ກ່າວວ່າ ທ່ານຈະ ອີງຕາມຄຳເວົ້າຂອງທ່ານທຣຳ ທີ່ວ່າ “ບາງທີ” ສະໜັບສະໜູນຄວາມພະຍາຍາມທີ່ຈະຍຸຕິການຫ້າມຂອງລັດຖະບານກາງ ຕໍ່ກັນຊາ ແລະໃບຊາທັງຫຼາຍ ແລ້ວການຖືກຕ້ອງຕາມກົດໝາຍຂອງມັນນັ້ນ ໃຫ້ຂຶ້ນຢູ່ກັບລັດຕ່າງໆ. ຮ່າງກົດໝາຍອັນນັ້ນ ບໍ່ເຄີຍຜ່ານອອກຈາກສະພາຕ່ຳເລີຍ.

ທ່ານທຣຳ ໄດ້ກ່າວຕໍ່ຜູ້ສຳພາດຂອງໂທລະພາບ Newsmax ເມື່ອປີກາຍນີ້ ວ່າ ການສຶກສາຄົ້ນຄວ້າ ສະແດງໃຫ້ເຫັນວ່າ ກັນຊາ, ອີງຕາມຄຳເວົ້າຂອງທ່ານທຣຳ ທີ່ວ່າ “ເຮັດໃຫ້ເກີດຄວາມເສຍຫາຍຫຼາຍ ແລະຫາກວ່າ ຈາກຈຸດຢືນຂອງການລົງຄະແນນສຽງແລ້ວ, ມັນເປັນສິ່ງທີ່ນິຍົມຫຼາຍ.”

ທ່ານນາງ ຟີລລິບສ໌ ເວົ້າວ່າ “ປະຫວັດແນວທາງຂອງທ່ານທຣຳ ກ່ຽວກັບກັນຊາ ບໍ່ສອດຄ່ອງກັນ ຄັນວ່າດີສຸດ. ພວກເຮົາໄດ້ຍິນເພິ່ນທັງສອງ ກ່າວວ່າ ພວກຄົນຜູ້ທີ່ຂາຍຢາເສບຕິດ ຢູ່ຕະຫຼາດທີ່ຜິດກົດໝາຍ ຄວນຖືກຈັບຂັງຄຸກ ແລະແມ່ນກະທັງໃຫ້ປະຫານ. ຂ້າພະເຈົ້າຄິດວ່າ ອັນນັ້ນເປັນການເວົ້າແບບໜ້າຢ້ານກວ່າກ່ຽວກັບເລື້ອງນັ້ນ. ແຕ່ພວກເຮົາຍັງໄດ້ເຫັນທ່ານ ໃຫ້ອະໄພໂທດພວກຄົນຜູ້ທີ່ໄດ້ຖືກຂັງສຳລັບກັນຊາ.”

ການຫັນປ່ຽນໃນທັດສະນະຄະຕິຂອງພວກຜູ້ມີສິດອອກສຽງຂອງສະຫະລັດ ກ່ຽວກັບກັນຊາ ສະແດງໃຫ້ເຫັນຢູ່ໃນ ການຢັ່ງຫາງສຽງຂອງ Gallup ບ່ອນທີ່ເມື່ອປີກາຍນີ້ 70 ເປີເຊັນຂອງພວກຜູ້ໃຫຍ່ທັງຫຼາຍ ສະໜັບສະໜູນໃຫ້ກັນຊາຖືກຕອງຕາມກົດໝາຍ. ອັນນັ້ນແມ່ນຈຳນວນທີ່ສູງຂຶ້ນເປັນສອງເທົ່າ ຜູ້ທີ່ໄດ້ກ່າວວ່າ ເຂົາເຈົ້າເຫັນດີນຳການເຮັດໃຫ້ຖືກຕ້ອງໃນປີ 2000. ທ່ານມໍແກນ ຟອກສ໌ ເປັນຜູ້ອຳນວຍການດ້ານການເມືອງຂອງອົງການເພື່ອການປະຕິຮູບກົດໝາຍຂອງກັນຊາແຫ່ງຊາດ.

ທ່ານຟອກສ໌ ເວົ້າວ່າ “ອັນນີ້ເປັນເລື້ອງທີ່ສຳຄັນຂຶ້ນນັບມື້ຕໍ່ພວກຜູ້ປ່ອນບັດເລືອກຕັ້ງ ໂດຍສະເພາະພວກຊາວໜຸ່ມທີ່ມີສິດປ່ອນບັດເລືອກຕັ້ງ ແລະຜູ້ສະໝັກຄົນໃດທີ່ຢາກຈະນຳໜ້າໝູ່ ບໍ່ວ່າ ຈະຢູ່ໃນການເລືອກຕັ້ງປະທານາທິບໍດີ ຫຼື ໃນລັດຖະສະພາ ຫຼື ສະມາຊິກສະພາຂັ້ນລັດ ຫຼື ສະມາຊິກສະພາຂັ້ນທ້ອງຖິ່ນ ຖ້າພວກເຂົາເຈົ້າບໍ່ຫົວຊານຳເລື້ອງນີ້ ມັນກໍຈະເປັນຜົນເສຍຂອງພວກເຂົາເຈົ້າ.”

ພວກຊາວໜຸ່ມທີ່ມີສິດປ່ອນບັດເລືອກຕັ້ງມີຄວາມຕື່ນຕົວໂດຍການເຮັດໃຫ້ກັນຊາຖືກຕ້ອງຕາມກົດໝາຍນັ້ນ ແມ່ນຫວັງວ່າ ລັດຖະບານທ່ານໄບເດັນ ຈະອອກມາດຕະການ ຕໍ່ກັນຊາກ່ອນໜ້າການເລືອກຕັ້ງໃນເດືອນພະຈິກນີ້.

Marijuana is a rare consensus issue in politically divided America, with polls showing that 88 percent of Americans support at least partially legalizing the drug. But cannabis advocates say neither of the leading presidential candidates are capitalizing on shifting attitudes. VOA Correspondent Scott Stearns has our story.

Nearly three-quarters of Americans live in states where marijuana is legal for medicinal purposes. Half the population live where it is also allowed recreationally. But cannabis remains entirely illegal under federal law, where it is classified alongside heroin and LSD as drugs with no currently accepted medical use and a high potential for abuse.

The overwhelming majority of American voters who think that should be changed makes cannabis a ripe opportunity for presidential candidates Joe Biden and Donald Trump, especially among young voters, according to…

…Scotty Smart, who is a community organizer with the civic engagement group the New Georgia Project.

(Scotty Smart, New Georgia Project)

“A lot of people don’t understand policy. A lot of people don’t know how policies affect their day-to-day lives. I think cannabis is an issue that ignites and excites young people to pay attention.”

At the National Cannabis Festival and Washington policy summit earlier this month, founder Caroline Phillips said neither Biden nor Trump have delivered.

(Caroline Phillips, National Cannabis Festival)

“For both of them, one thing that they have in common is that their track records on cannabis have been inconsistent and incremental. We’ve heard promises from both administrations, neither of which have panned out in full.”

Under Biden, the Department of Health and Human Services recommended changing marijuana to a lighter drug classification – “rescheduling” it instead of making it legal, which would be “de-scheduling.”

(Caroline Phillips, National Cannabis Festival)

“The current White House’s policy on marijuana remains slightly unclear. They have given us great signals that they are willing to shift toward de-scheduling, but most likely rescheduling. However, we haven’t quite seen the action to back up their words.”

In 2018, then-President Trump said he would, quote, “probably” support efforts to end federal prohibitions on marijuana and leave its legality up to the states. That legislation never got out of Congress.

Trump told a Newsmax TV interviewer last year that studies show marijuana, quote, “does significant damage and yet, from a voting standpoint, it’s a pretty popular thing.”

(Caroline Phillips, National Cannabis Festival)

“Trump’s track record on cannabis has been inconsistent at best. We’ve heard him both say that people who sell drugs on the illicit market should be jailed and even put to death. I think that’s some of the scarier rhetoric around that. But we’ve also seen him pardon people who’ve been locked up for cannabis.”

U.S. voters’ shifting attitudes about marijuana show in Gallup polling, where last year, 70 percent of adults supported legalization. That is more than double the number who said they favored legalization in 2000. Morgan Fox is political director for the National Organization for the Reform of Marijuana Laws.

(Morgan Fox, National Organization for the Reform of Marijuana Laws)

“This is an issue that is increasingly important to voters, particularly young voters, and any candidate that wants to get ahead, whether it’s in the presidential election, in Congress or state legislatures or local legislators, if they ignore this issue, it is going to be at their peril.”

Younger voters animated by legalizing marijuana are hoping for Biden administration action on cannabis before the November election.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG