ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການ​ໂຈມ​ຕີຮ້າຍ​ແຮງ​ 3 ບັ້ນ ໃນອີຈິບ ສັງຫານ ຢ່າງນ້ອຍ 3 ຄົນ


Egypt Bomb VO
please wait
Embed

No media source currently available

0:00 0:00:22 0:00

ເຫດ​ລະ​ເບີ​ດບັ້ນ​ນຶ່ງ​ໃກ້ໆ​ກັບ​ທຳນຽບປະທານາທິບໍດີອີ​ຢິບ ​
ໃນນະຄອນຫຼວງໄຄ​ໂຣ ​ຍັງ​ຜົນ​ ​ໃຫ້ຄົນ​ນຶ່ງທີ່ຍ່າງຜ່ານໄປໄດ້ຮັບ
​ບາດ​ເຈັບ ​ໃນ​ເຊົ້າ​ວັນ​ພະ​ຫັດ​ມື້ນີ້ ​ໃນ​ການ​ໂຈມ​ຕີຮ້າຍ​ແຮງ​ 3 ບັ້ນ
ທັງຢູ່ໃນ​ແລະອ້ອມ​ແອ້​ມ​ນະ​ຄອນ​ຫຼວງໃນ​ຄືນຜ່ານມາ ຊຶ່ງ​ໄດ້
​ສັງຫານ​ຢ່າງ​ນ້ອຍ 3 ຄົນ​ ແລະ​ສິບ​ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ເຫດລະ​ເບີດຮ້າຍ​ແຮງ​ສຸດ ​ແມ່ນເກີດຂຶ້ນ​ ຢູ່ເທິງ​ລົດ​ໄຟ ​ໃນ​ແລງ
​ວັນ​ພຸດ​ວານ​ນີ້ທີ່ລັດ Menufia ທາງ​ພາກ​ເໜືອ​ຂອງໄຄ​ໂຣ ທີ່ເຮັດ
​ໃຫ້​ຕຳຫຼວດ 2 ຄົນ ແລະ​ພົນລະ​ເຮືອນ​ຄົນ​ນຶ່ງ ​ເສຍ​ຊີວິດ. ​ມີ​ຢ່າງ​
ນ້ອຍ 11 ຄົນ ​ໄດ້​ຮັບ​ບາດ​ເຈັບ. ​ອົງການຂ່າວ Al Ahram ຂອງ
ທາງການອີຈິບລາຍງານ​ຍວ່າ ຈຳນວນ​ຂອງຜູ້​ບາດ​ເຈັບ​ລົ້ມ​ຕາຍ​ ອາດຈະ​ເພີ້​ມຂຶ້ນຕື່ມ.

ເຫດ​ລະ​ເບີ​ດອີກບັ້ນ​ນຶ່ງ ທີ່​ສະຖານີລົດ​ໄຟ​ໃຕ້​ດິນ Al-Marj ທາງ​ພາກ​ຕາ​ເວັນ​ອອກ ຂອງ ນະຄອນຫຼວງໄຄ​ໂຣ ​ກໍເຮັດໃຫ້​ 3 ຄົນບາດ​ເຈັບ.

ອີ​ຈິບ​ກຳລັງ​ປະ​ເຊີນ​ກັບ​ຄວາມວຸ້ນວາຍ ຈາກການກໍ່ກະບົດ ຂອງກຸ່ມອິສລາມຫົວຮຸນແຮງ ​ແລະ​ມີການວາງລະ​ເບີດ​ເປັນ​ປະຈຳ​ໃນ​ທົ່ວ​ປະ​ເທດ ນັບ​ຕັ້ງພວກ​ທະຫານ​ ໄດ້​ໂຄ່ນ​ລົ້ມ​ປະທາ​ນາ​ທິບໍດີ ທີ່ໄດ້ຮັບເລືອກຂຶ້ນມາ ທ່ານ Mohamed Morsi ໃນ​ເດືອນ​ກໍລະກົດ ປີ 2013.

ຍັງ​ບໍ່ທັນມີການລະບຸເທື່ອ​ວ່າ ແມ່ນກຸ່ມໃດເປັນຜູ້ວາງ​ລະ​ເບີດ​ໂຈມຕີໃນຄັ້​ງນີ້​.

XS
SM
MD
LG