ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ບໍລິສັດ TransCanada ຟ້ອງສານ ກ່ຽວ ກັບ ການລົບລ້າງ ທໍ່ສົ່ງນຳ້ມັນຂອງ ສະຫະລັດ


ໂຮງງານປຳ້ນ້ຳມັນແຫ່ງໜຶ່ງຂອງ ບໍລິສັດ TransCanada pipeline pump station ປະຕິບັດງານຢູ່ນອກເມືອງ Steele, ລັດ Nebraska, 10 ມີນາ, 2014.
ໂຮງງານປຳ້ນ້ຳມັນແຫ່ງໜຶ່ງຂອງ ບໍລິສັດ TransCanada pipeline pump station ປະຕິບັດງານຢູ່ນອກເມືອງ Steele, ລັດ Nebraska, 10 ມີນາ, 2014.

ບໍລິສັດພະລັງງານຍັກໃຫຍ່ TransCanada ກຳລັງຟ້ອງ ສະຫະລັດ ຕໍ່ສານ ຍ້ອນການລົບລ້າງທໍ່ສົ່ງນ້ຳມັນ Keystone XL ທີ່ເປັນບັນຫາຂັດແຍ້ງຢູ່ນັ້ນ.

ບໍລິສັດ TransCanada ກ່າວວ່າ ພວກເຂົາເຈົ້າຈະປັບໄໝເງິນ 15 ຕື້ໂດລາ ເພື່ອຊົດເຊີຍຄ່າໃຊ້ຈ່າຍ ແລະ ຄວາມເສຍຫາຍອື່ນໆ. ພວກເຂົາເຈົ້າໄດ້ປະ ກາດຄວາມຕັ້ງໃຈທີ່ຈະຟ້ອງສານໃນເດືອນມັງກອນທີ່ຜ່ານມາ, ແຕ່ກ່າວວ່າ ພວກເຂົາເຈົ້າຢາກ ໃຫ້ໂອກາດເພື່ອໄກ່ເກ່ຍເສຍກ່ອນ. ບໍລິສັດກ່າວວ່າ ພວກ ເຂົາເຈົ້າບໍ່ສາມາດບັນລຸ “ການຕົກລົງທີ່ເປັນກັນເອງ” ກັບ ສະຫະລັດ ໄດ້.

ບໍລິສັດ TransCanada ກຳລັງຟ້ອງສານພາຍໃຕ້ຂໍ້ກຳນົດໃນຂໍ້ຕົກ ລົງການ ຄ້າເສລີ ອາເມຣິກາເໜືອ ທີ່ເພັ່ງເລັງໃສ່ການປົກປ້ອງບັນດານັກລົງທຶນຕ່າງ ປະເທດ.

ທໍ່ນ້ຳມັນ Keystone XL ແມ່ນຄວນຈະສົ່ງນ້ຳມັນດິບຈາກບໍ່ນ້ຳມັນດິນຊາຍ ຢູ່ທາງພາກຕາເວັນຕົກຂອງປະເທດ ການາດາ ໄປຫາໂຮງ ກັ່ນນ້ຳມັນຂອງ ສະຫະລັດ ຢູ່ຕາມອ່າວທະເລ ເມັກຊິໂກ.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ຢຸດໂຄງການດັ່ງກ່າວໃນປີກາຍນີ້, ໂດຍ ກ່າວວ່າມັນຈະບໍ່ເປັນປໂຍດແຫ່ງຊາດຂອງ ສະຫະລັດ ທີ່ຈະສ້າງໂຄງການທີ່ ກ່ຽວຂ້ອງກັບ ນ້ຳມັນ ຊີວະພາບ ໃນຂະນະດຽວກັນ ກໍນຳໜ້າໃນການຕໍ່ສູ້ ກັບສະພາບອາກາດປ່ຽນແປງ.

ບັນດາພວກອະນຸລັກນິຍົມ ແລະ ນັກວິຈານຄົນອື່ນໆໄດ້ກ່າວບໍ່ພໍໃຈຕໍ່ ທ່ານ ປະທານາທິບໍດີ ໂດຍກ່າວວ່າ ໂຄງການດັ່ງກ່າວຈະສ້າງວຽກເຮັດງານທຳໄດ້ ຫຼາຍພັນໜ້າວຽກ.

ບັນດານັກແວດລ້ອມທຳມະຊາດກ່າວວ່າ ນ້ຳມັນດິບຈາກນ້ຳມັນດິນຊາຍມັນ ເປື້ອນເປິທີ່ສຸດ ແລະ ການຮົ່ວໄຫຼອອກຈາກທໍ່ນ້ຳມັນ ດັ່ງກ່າວອາດຈະສ້າງ ຄວາມຫາຍານະຢ່າງໃຫຍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG