ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

​ຜູ້​ຕ້ອງ​ສົງ​ໄສ ຄົນ​ສຳຄັນ ທີ່ໂຈມຕີ ນະຄອນຫລວງປາຣີ ຖືກຈັບແລ້ວ


Paris Attacks Suspect Captured Alive in Belgian Raid
please wait

No media source currently available

0:00 0:00:37 0:00

ນາຍົກລັດຖະມົນ​ຕີ Belgium ທ່ານ Charles Michel ຮ້ອງ​
ການ​ຈັບ​ກຸມ​ຜູ້​ຕ້ອງ​ສົງ​ໄສຄົນ​ສຳຄັນ ​ໃນ​ວັນ​ສຸກ​ວານ​ນີ້ ທີ່​ໄດ້
​ທຳ​ການໂຈ​ມຕີ​ກໍ່​ການ​ຮ້າຍ ​ໃນວັນ​ທີ 13 ພະຈິກຜ່ານ​ມາ ​ຢູ່
ນະຄອນຫລວງ Paris ວ່າ “​ເປັນ​ຜົນ​ອັນ​ສຳຄັນ​ຂອງ​ການ​ຕໍ່
ສູ້​ເພື່ອ​ປະຊາທິປະ​ໄຕ.”

ທ່ານ Michel ພ້ອມ​ດ້ວຍ ປະທານາທິບໍດີ​ຝຣັ່ງ ທ່ານ Fran-
cois Hollande ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ​ໃນ​ນະຄອນ Brussels
​ໃນ​ວັນ​ສຸ​ກວານ​ນີ້​ ຫລັງ​ຈາກ​ໄດ້​ຈັບ​ກຸມທ້າວ Salah Abdeslam
​ໃນ​ຄຸ້ມ Molenbeek ​ຂອງນະຄອນຫລວງ Brussels. ທ່ານ
Hollande ​ໄດ້ເດີນທາງ​ໄປ ​ນະຄອນ Brussels ເພື່​ອ​ເຂົ້າ ຮ່ວມ
​ປະຊຸມ​ກັບ​ບັນດາ​ຜູ້​ນຳ​ສະຫະພາບ​ຢູ​ໂຣບ.

White House Spokesman Josh Earnest
please wait

No media source currently available

0:00 0:00:45 0:00

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ້າວ Abdeslam ​ໄດ້​ຮັບ​ບາດ​ເຈັບ​ຢູ່​ຂາ ​ແລະ​ໄດ້​ເຂົ້າ​ໂຮ​ງ​ໝໍ
​ເປັນ​ທີ່ຄາດກັນ​ວ່າ​ ລາວຈະ​ຖືກ​ສົ່ງ​ໄປ​ຝຣັ່ງ​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້.

ລັດຖະມົນຕີ​ຄົນ​ເຂົ້າ​ເມືອງຂອງ Belgium ທ່ານ Theo Francken ​ໄດ້​ໃຫ້ ການ​ຢືນຢັນ
​ກ່ຽວ​ກັບການ​ຈັບ​ກຸມ ​ຜ່ານ​ທາງ Tweeter ທີ່​ກ່າວ​ວ່າ “ພວກ​ເຮົາໄດ້ໂຕ​ລາວ​ແລ້ວ.”

ລາຍ​ງານ​ທີ່​ອອກ​ອາກາດ​ທາງ​ໂທລະ​ພາບ Belgium ​ໄດ້​ສະ​ແດງ​ໃຫ້​ເຫັນ​ຕຳ ຫລວດດຶງ​
ເອົາ​ຜູ້​ຊາຍ​ຄົນ​ໜຶ່ງ​ໃນ​ຊຸດ​ຂາວ ​ເຂົ້າ​ໄປ​ໃນ​ລົດ​ຕຳຫລວດ. ​ໂຄສົກ​ລັດຖະບານຄົນ​ໜຶ່ງ​ກ່າວ
​ວ່າ ຜູ້​ຊາຍ​ອີກ​ຄົນ​ໜຶ່ງ ທີ່​ລະບຸວ່າ​ເປັນ ທ້າວ Monir Ahmed Alaaj ທີ່​ມີ​ຊື້​ຫລີ້ນ​ວ່າ
Amine Choukri ​ໄດ້​ຮັບ​ບາດ​ເຈັບ​ເຊັ່ນ​ດຽວ​ກັນ​ໃນ​ລະຫວ່າງ​ການ​ຍິງຕໍ່ສູ້ກັນ ​ແລະ​ໄດ້
​ເຂົ້າ​ໂຮງໝໍ.

ຣູບພາບປະສົມກັນຫລາຍຄົນ ທີ່ເຫັນຜູ້ຕ້ອງສົງໄສ ທ້າວ Abdelhamid Abaaoud.
ຣູບພາບປະສົມກັນຫລາຍຄົນ ທີ່ເຫັນຜູ້ຕ້ອງສົງໄສ ທ້າວ Abdelhamid Abaaoud.

ບັນດາ​ເຈົ້າ​ໜ້າທີ Belgium ​ໄດ້​ພົບເຫັນ​ລາຍ​ມື​ຜູ້​ລົບ​ໜີ ຢູ່​ໃນຫໍພັກ​ຫລັງ​ນຶ່ງທີ່​ໄດ້​ຖືກ​ບຸກ
​ເຂົ້າ​ ໄປ​ໃນ​ຕົ້ນ​ອາທິດ​ນີ້ ​ຢູ່​ໃນອີກ​ຄຸ້ມໜຶ່ງ​ຂອງນະ​ຄອນຫຼວງ Brussels.

Paris Attacks
please wait
Embed

No media source currently available

0:00 0:01:09 0:00

XS
SM
MD
LG