ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອົບພະຍົບ ຫຼາຍພັນຄົນ ຖືກປະປ່ອຍຖິ້ມ ຢູ່ລະຫວ່າງ ເຊີເບຍ ກັບ ໂຄຣເອເຊຍ


ອົບພະຍົບບາງຄົນຕໍ່ສູ້ກັນ ໃນຂະນະທີ່ຄົນອື່ນໆລຽນແຖວຢູ່ໃກ້ກັບເສັ້ນຊາຍແດນ ລະຫວ່າງ ເຊີເບຍ ກັບ ໂຄຣເອເຊຍ, ໃກ້ໆກັບບ້ານ Babska, ​ໂຄຣ​ເອ​ເຊຍ. 19 ຕຸລາ, 2015.
ອົບພະຍົບບາງຄົນຕໍ່ສູ້ກັນ ໃນຂະນະທີ່ຄົນອື່ນໆລຽນແຖວຢູ່ໃກ້ກັບເສັ້ນຊາຍແດນ ລະຫວ່າງ ເຊີເບຍ ກັບ ໂຄຣເອເຊຍ, ໃກ້ໆກັບບ້ານ Babska, ​ໂຄຣ​ເອ​ເຊຍ. 19 ຕຸລາ, 2015.

ຊາວ​ອົບ​ພະຍົບຫຼາຍ​ພັນ​ຄົນ​ຍັງ​ຄົງ​ຖືກ​ປະ​ຖິ້ມ​ຢູ່​ຕາມ​ເຂ​ດຊາຍ​ແດນ​ຂອງ ​Croatia ​ແລ​ະ Serbia ​ວັນ​ຈັນ​ມື້​ນີ້. ​ພວກ​ເຂົາ​ເຈົ້າ​ຕ້ອງ​ໄດ້​ຢູ່​ໃນ​ອາກາດ​ທີ່​ໜາວຈັດ ​ດ້ວຍ​ອາຫານ​ພຽງໜ້ອຍ​ດຽວ ຫຼັງ​ຈາກ Hungary ​ໄດ້​ປິດ​ດ່ານ​ຂ້າມ​ຜ່ານ​ເຂົ້າ​ໃນ Croatia ​ໃນ​ວັນ​ເສົາ​ທີ່ຜ່ານ​ມາ.

ປະ​ມານ 2000 ຄົນພາກັນ​ນັ່ງ​ຢູ່​ໃນ​ລົດ​ເມ​ທີ່​ບໍ່​ມີ​ອາຍອຸ່ນ​ໃນ​ວັນ​ອາທິດ​ວານ​ນີ້, ​ເພື່ອ​ລໍຖ້າ​ຜ່ານ​ເຂົ້າ​ໄປ​ໃນ Serbia ເຊິ່ງ​ເປັນ​ທາງ​ເຂົ້າ​ໄປ​ສະຫະພາບ ຢູ​ໂຣບ.

​ຕັ້​ງ​ແຕ່ Hungary ​ໄດ້​ປິດ​ດ່ານ​ຂ້າມ​ປະ​ເທດ​ກັບ Croatia, ຕອນ​ນີ້​ລົດ​ເ​ມ​ໄດ້​ຖືກ​ບັງຄັບ​ໃຫ້​ໃຊ້​ຫົນທາງ​ທີ່​ມີ​ໄລ​ຍະ​ຍາວ​ກວ່າເພື່ອ​ເຂົ້າ​ໄປ​ປະ​ເທດ Slovenia. ປະ​ເທດ​ນັ້ນ​ໄດ້​ຕັດສິນ​ໃຈ​ຈຳກັດ​ຕົວ​ເລກ​ຂອງ​ອົບ​ພະຍົບຜູ້​ທີ່​ຈະສາມາດ​ຜ່ານໄດ້​ໃນ​ແຕ່​ລະ​ມື້.

​ໂຄສົກ​ສຳລັບອົງກາ​ນອົບ​ພະຍົບສະຫະ​ປະຊາ​ຊາດ ທ່ານ Babar Baloch ກ່າວ​ວ່າ Hungary ພຽງ​ແຕ່​ເພີ່ມ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ກັບ​ຊາວ​ອົບ​ພະຍົບ​ເທົ້າ​ນັ້ນ.

ທ່ານ​ໄດ້​ກ່າວ​ວ່າ “ການ​ຕັດສິນ​ໃຈ​ໂດຍ Hungary ​ໃນ​ການ​ປິດ​ເຂດ​ຊາຍ​ແດນ​ຂອງ​ພວກ​ເຂົາ​ເຈົ້າ​ແມ່ນ​ແນ່​ນອນ​ໄດ້ເພີ່ມ​ຄວາມ​ເຈັບ​ຊ້ຳ ​ແລະ ຄວາມທຸ​ກທໍລະມານ ​ແລະ ​ໄລ​ຍະ​ຂອງ​ການ​ເດີນທາງ​ສຳ​ລັບຄົນ​ທີ່​ໝົດ​ຫວັງ​ພວກ​ນີ້. ມັນ​ຈະ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ຖ້າ​ການ​ດຳ​ເນີນ​ການ​ໄດ້​ຊ້າ​ລົງ ​ຫຼື ພວກ​ເຮົາ​ຍັງມີ​ຄົນ​ຄ້າງຄາ​ຢູ່.”

​ໃນ​ເມື່ອ Slovenia ກ່າວ​ວ່າ​ພວກ​ເຂົາ​ເຈົ້າ​ບໍ່​ມີ​ແຜ​ນທີ່​ຈະ​ປິດ​ເຂ​ດຊາຍ​ແດນ​ຂອງ​ຕົນ​ໃນ​ຕອນ​ນີ້, ພວກ​ເຂົາ​ເ​ຈົ້າ​ໄດ້​ຈຳກັດ​ຈຳນວນ​ຕົວ​ເລກຜູ້​ທີ່​ສາມາດ​ຜ່ານເຂົ້າ​ໃນ​ແຕ່​ລະ​ມື້ 2500 ຄົນ​ເພື່ອ​ປົກ​ປ້້ອງ​ປະ​ເທດສະມາ ຊິກ EU ນ້ອຍໆ​ນີ້​ຈາກ​ການ​ຖ້ວມ​ລົ້​ນ​ໂດ​ຍ​ອົບ​ພະຍົບ.

​ເຈົ້າ​ໜ້າ​ທີ່ ກະຊວງ​ພາຍ​ໃນ Slovenia ທ່ານ Bostjan Sefic ​ໄດ້​ກ່າວ​ໃນ​ວັນ​ອາທິ​ດວານ​ນີ້​ວ່າ “ພວກ​ເຮົາ​ບໍ່​ສາມາດ​ຮັບ​ເອົາ​ຈຳນວນ​ອົບ​ພະ​ຍົບຫຼາຍ​ກວ່າ​ຜູ້​ທີ່​ຈະ​ສືບເດີນ ທາງ​ຕໍ່. ​ໃນ​ເວລາ​ໃກ້ໆ​ນີ້, ບາງ​ເ​ທື່ອພາຍໃນ 10 ມື້, ພວກ​ເຮົາ​ອາດ​ມີ​ອົບ​ພະ​ຍົບ​ເຖິງ 35000 ຄົນ​ໃນ Slovenia. ​ເຊິ່ງພວກ​ເຮົາ​ຈະບໍ່​ສາມາດ​ຮັບ​ໄດ້.”

ສະຫະພາບຢູ​ໂຣບ ຄາດ​ວ່າ​ອົບ​ພະ​ຍົບປະມານ 700,000 ​ຈະ​ຫຼົບໜີ​ຈາກ​ສົງຄາມ ​ແລະ ຄວາມທຸກ​ຍາກ​ໃນ​ສະຖານ​ທີ່​ເຊັ່ນ ຊີ​ເຣຍ ​ແລະ ອັຟກາ​ນິສຖານ​ ພາຍ​ໃນທ້າຍປີ​ນີ້.

ມາ​ຮອດ​ຕອນ​ນີ້ບັນດາ​ຜູ້ນຳ EU ​ໄດ້​ລົ້ມ​ແຫຼວໃນ​ການ​ຄົ້ນ​ຄິດຫາ​ແຜນການ​ທີ່​ໜັກ​ແໜ້ນ ກ່ຽວ​ກັບ​ວິທີ​ການເບິ່ງ​ແຍງຄົນ​ພວກ​ນີ້ ​ແລະ ກະຈາ​ຍພວກ​ເຂົາ​ຢ່າງ​ສະ​ໜ່ຳສະ​ເໜີອອກ​ໄປ​ທົ່ວ 28 ປະ​ເທດ EU.

Europe Migrants
please wait
Embed

No media source currently available

0:00 0:01:35 0:00

XS
SM
MD
LG