ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

Tesla ປິດ​ຄະ​ດີ ກ່ຽວ​ກັບ ອຸ​ບັດ​ຕິ​ເຫດ​ການ​ຂັບ​ເຄື່ອນ​ລົດໂດຍອັດ​ຕະ​ໂນ​ມັດ​ ທີ່​ເຮັດ​ໃຫ້​ນັກ​ວິ​ສະ​ວະ​ກອນ​ຂອງ​ບໍ​ລິ​ສັດ Apple ເສຍ​ຊີ​ວິດ


ໃນ​ພາບ​ວັນ​ທີ 23 ມີ​ນາ 2018 ນີ້, ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ KTVU, ສະ​ແດງ​ໃຫ້​ເຫັນ​ເຈົ້າ​ໜ້າ​ທີ່​ສຸກ​ເສີນ​ເຮັດ​ວຽກ​ຢູ່​ຈຸດ​ເກີດ​ເຫດ​ລົດ Tesla ຕຳ​ເຂົ້າ​ໃສ່​ສິ່ງ​ກັ້ນ​ທາງ​ດ່ວນ 101 ໃນ​ເມືອງ ມາວ​ເທັນ ວີວ, ລັດ ຄາ​ລິ​ຟໍ​ເນຍ.
ໃນ​ພາບ​ວັນ​ທີ 23 ມີ​ນາ 2018 ນີ້, ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ KTVU, ສະ​ແດງ​ໃຫ້​ເຫັນ​ເຈົ້າ​ໜ້າ​ທີ່​ສຸກ​ເສີນ​ເຮັດ​ວຽກ​ຢູ່​ຈຸດ​ເກີດ​ເຫດ​ລົດ Tesla ຕຳ​ເຂົ້າ​ໃສ່​ສິ່ງ​ກັ້ນ​ທາງ​ດ່ວນ 101 ໃນ​ເມືອງ ມາວ​ເທັນ ວີວ, ລັດ ຄາ​ລິ​ຟໍ​ເນຍ.

ບໍ​ລິ​ສັດ Tesla ໄດ້​ປິດ​ການ​ຟ້ອງ​ຮ້ອງ ກ່ຽວ​ກັບ ອຸ​ບັດ​ຕິ​ເຫດ​ລົດ​ຕຳ​ກັນ​ໃນ​ປີ 2018 ທີ່​ເຮັດ​ໃຫ້​ນັກ​ວິ​ສະ​ວະ​ກອນ​ຂອງ​ບໍ​ລິ​ສັດ Apple ເສຍ​ຊີ​ວິດ​ໃນ​ປີ 2018 ຫຼັງ​ຈາກ​ລົດ Model X ຂອງ​ລາວ ​ທີ່​ປະ​ຕິ​ບັດ​ການ​ຂັບ​ເຄື່ອນອັດ​ຕະ​ໂນ​ມັດ​ໄດ້​ເຈີດ​ອອກ​ຈາກ​ທາງ​ດ່ວນ​ໃກ້​ກັບ​ນະ​ຄອນ ແຊນ ແຟ​ຣນ​ຊິ​ສ​ໂກ, ເອ​ກະ​ສານຫຼັກ​ຖານ​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ວັນ​ຈັນ​ວານນີ້.

ການ​ປິດ​ຄະ​ດີ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ການ​ດຳ​ເນີນ​ຄະ​ດີ​ແມ່ນ​ໃກ້​ຈະ​ເລີ່ມ​ຕົ້ນ ກ່ຽວ​ກັບ ອຸ​ບັດ​ຕິ​ເຫດ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ສູງ​ທີ່​ປະ​ກອບ​ມີ​ເທັກ​ໂນ​ໂລ​ຈີ​ຊ່ວຍ​ຄົນ​ຂັບ​ລົດ​ຂອງ​ Tesla, ເຊິ່ງ​ໄດ້​ສິ້ນ​ສຸດ​ການ​ຕໍ່​ສູ້​ທາງ​ກົດ​ໝາຍ​ຫ້າ​ປີ ກ່ຽວ​ກັບ ຄະ​ດີ​ດັ່ງ​ກ່າວ.

ເງື່ອນ​ໄຂ​ຂອງ​ການ​ປິດ​ຄະ​ດີ​ແມ່ນບໍ່​ໄດ້​ຖືກ​ເປີດ​ເຜີຍ.

ຄະ​ດີ​ດັ່ງ​ກ່າວ​ປະ​ກອບ​ມີອຸບັດ​ຕິ​ເຫດ​ຢູ່ເທິງ​ທາງ​ດ່ວນ​ທີ່​ໄດ້​ເຮັດ​ໃຫ້​ທ້າວ ວອ​ລ​ເທີ ຫວາງ ເສຍ​ຊີ​ວິດ. ບໍ​ລິ​ສັດ Tesla ໄດ້​ໂຕ້​ແຍ້ງວ່າ​ ທ້າວ ຫວາງ ໄດ້​ໃຊ້​ລະ​ບົບ​ຂັບ​ເຄື່ອນ​ແບບ​ອັດ​ຕະ​ໂນ​ມັດ​ໃນ​ທາງ​ທີ່​ຜິດ ເພາະ​ວ່າ​ ລາວ​ໄດ້ຫຼິ້ນ​ວິ​ດີ​ໂອ​ເກມ​ກ່ອນ​ເກີດ​ອຸ​ບັດ​ຕິ​ເຫດ.

ຄອບ​ຄົວ​ຂອງ​ທ້າວ ຫວາງ ໄດ້​ກ່າວ​ຫາ​ວ່າ ​ລະ​ບົບ​ຂັບ​ເຄື່ອນ​ອັດ​ຕະ​ໂນ​ມັດ​ໄດ້​ຫັນ​ລົດ Model X ປີ 2017 ຂອ​ງ​ລາວ​ເຂົ້າ​ໃສ່​ສິ່ງ​ຂັ້ນ​ທາງດ່ວນ.

ທະ​ນາຍ​ຄວາມ​ຂອງ​ຄວບ​ຄົວ​ທ້າວ ຫວາງ ຍັງ​ໄດ້​ຍົກ​ຄຳ​ຖາມ ກ່ຽວ​ກັບ​ວ່າ​ ບໍ​ລິ​ສັດ Tesla ເຂົາ​ເຈົ້າ​ໃຈ​ວ່າ​ ຄົນ​ຂັບ​ລົດ​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ບໍ່ ຫຼື ອາດຈະບໍ່​ໃຊ້​ລະ​ບົບ​ດັ່ງ​ກ່າວ ​ຄືທີ່​ໄດ້​ຊີ້​ນຳ​ຫຼືບໍ່, ແລະ ຜູ້​ຜະ​ລິດ​ລົດ​ນັ້ນ ຈະ​ເອົາ​ບາດ​ກ້າວ​ໃດ​ເພື່ອ​ປົກ​ປ້ອງ​ເຂົາ​ເຈົ້າ.

ທະ​ນາຍ​ຄວາມ​ຂອງ​ທ່ານ ຫວາງ ແລະ Tesla ແມ່ນບໍ່​ໄດ້​ຫວ່າງ​ເພື່ອ​ໃຫ້​ຄຳ​ເຫັນ​ໃນ​ທັນ​ທີ.

ອຸ​ບັດ​ຕິ​ເຫດ​ລົດ​ຕຳ​ທີ່​ໄດ້​ເຮັດ​ໃຫ້​ທ້າວ ຫວາງ ເສຍ​ຊີ​ວິດ​ແມ່ນ​ນຶ່ງ​ໃນ​ອຸ​ບັດ​ຕິ​ເຫດ ຫຼາຍ​ຮ້ອຍ​ຄັ້ງ​ໃນ ສະ​ຫະ​ລັດ ເຊິ່ງ​ລະ​ບົບ​ຂັບ​ເຄື່ອນ​ອັດ​ຕະ​ໂນ​ມັດ ແມ່ນ​ປັດ​ໄຈ​ທີ່​ຕ້ອງ​ສົງ​ໄສ​ໃນ​ລາຍ​ງານ​ຕ່າງໆ​ທີ່​ຂຽນ​ເຖິງ​ຜູ້​ອອກ​ກົດ​ລະ​ບຽບ​ຄວາມ​ປອດ​ໄພ​ຂອງ​ລົດ​ຍົນ.

ລະ​ບົບ​ຂັບ​ເຄື່ອນ​ອັດ​ຕະ​ໂນ​ມັດ​ສາ​ມາດ​ບັງ​ຄັບ, ເລັ່ງ ແລະ ເບກ​ດ້ວຍ​ຕົວ​ມັນ​ເອງ​ໃນ​ຖະ​ໜົນ​ເປີດ ແຕ່ບໍ່​ສາ​ມາດ​ທົດ​ແທນ​ຄົນ​ຂັບ​ທີ່​ເປັນ​ມະ​ນຸດ​ໄດ້​ຢ່າງ​ເຕັມ​ສ່ວນ, ໂດຍ​ສະ​ເພາະ​ຂັບ​ຢູ່​ໃນ​ຕົວ​ເມືອງ. ປື້ມ​ຄູ່​ມື​ຂອງ Tesla ໄດ້​ອະ​ທິ​ບາຍ​ຄຳ​ເຕືອນ​ຂອງ​ລະ​ບົບ​ດັ່ງ​ກ່າວ​ວ່າ​ ມັນ​ບໍ່​ໄດ້​ເຮັດ​ໃຫ້​ລົດ​ດັ່ງ​ກ່າວ​ເປັນ​ລົດ​ອັດ​ຕະ​ໂນ​ມັດ ແລະ ຕ້ອງ​ມີ​ຄົນ​ຂັບ​ບັງ​ຄັບ​ມັນ​ຢ່າງ​ເຕັມ​ທີ” ຜູ້​ທີ່​ສາ​ມາດ “ເຂົ້າ​ຄວບ​ຄຸມ​ໄດ້ທຸກ​ສະ​ຖາ​ນະ​ການ.”

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG