ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ວັນ​ເກັບ​ພາ​ສີ ເປີ​ດ​ເຜີຍ​ໃຫ້​ເຫັນ​ຄວາມ​ແຕກ​ຕ່າງ​ທີ່​ສຳ​ຄັນ ກ່ຽວ​ກັບ ວິ​ທີ​ທີ່​ທ່ານ ໄບ​ເດັນ ແລະ ທ່ານ ທ​ຣຳ ຈະ​ປົກ​ຄອງ​ປະ​ເທດ​ ແນວ​ໃດ


​ປ​້າຍ​ຕັ້ງ​ຢູ່ນອກ​ຕຶກ​ຫ້ອງ​ການ​ເກັບ​ພາ​ສີ​ລາຍ​ໄດ້ ແລະ ການ​ບໍ​ລິ​ການ​ພາຍ​ໃນ​ປະ​ເທດ, 4 ເມ​ສາ 2021.
​ປ​້າຍ​ຕັ້ງ​ຢູ່ນອກ​ຕຶກ​ຫ້ອງ​ການ​ເກັບ​ພາ​ສີ​ລາຍ​ໄດ້ ແລະ ການ​ບໍ​ລິ​ການ​ພາຍ​ໃນ​ປະ​ເທດ, 4 ເມ​ສາ 2021.

ວັນ​ເກັບ​ພາ​ສີ​ ໄດ້​ເປີດ​ເຜີຍ​ໃຫ້​ເຫັນ​ຄວາມ​ແຕກ​ຕ່າງ​ທີ່​ສຳ​ຄັນ​ໃນ​ວິ​ທີ​ທີ່​ທ່ານ ໂຈ ໄບ​ເດັນ ແລະ ທ່ານ ດໍ​ໂນ​ລ ທ​ຣຳ ຈະ​ປົ​ກ​ຄອງ​ປະ​ເທດ, ເຊິ່ງ​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ​ໄດ້​ຂັດ​ແຍ້ງ​ຄວາມ​ຄິດ​ຕ່າງໆ ກ່ຽວ​ກັບວ່າ ​ຈະ​ເປີດ​ເຜີຍ ກ່ຽວ​ກັບ ການ​ເງິນ​ຂອງ​ພວກ​ເພິ່ນ ແລະ ວິ​ທີ​ທີ່​ດີ​ທີ່​ສຸດ ​ທີ່​ຈະ​ຂະ​ຫຍາຍ​ເສດ​ຖະ​ກິດ​ຜ່ານ​ນະ​ໂຍ​ບາຍ​ການ​ເກັບ​ພາ​ສີ​ແນວ​ໃດ.

ທ່ານ ໄບ​ເດັນ, ເຊິ່ງ​ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປັດ​ຈຸ​ບັນ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ, ມີ​ແຜນ​ທີ່​ຈະ​ເປີດ​ເຜີຍ​ການ​ຈ່າຍ​ພາ​ສີ​ລາຍ​ໄດ້​ຂອງ​ທ່ານ​ໃນ​ວັນ​ຈັນ​ມື້ນີ້, ເຊິ່ງ​ແມ່​ນ​ຂີດ​ເສັ້ນ​ຕາຍ​ຂອງ​ການ​ຍື່ນ​ເອ​ກະ​ສານໃຫ້​ອົງ​ການ​ເກັບ​ພາ​ສາ​ລາຍ​ໄດ້ IRS. ແລະ​ໃນ​ວັນ​ອັງ​ຄານ, ທ່ານ​ມີ​ກຳ​ນົດ​ທີ່​ຈະ​ກ່າວ​ຄຳ​ປາ​ໄສ​ຢູ່​ເມືອງ ສ​ແກ​ຣນ​ຕັນ, ລັດ ເພັນ​ຊິ​ລ​ເວ​ເນຍ, ກ່ຽວ​ກັບ​ວ່າ​ເປັນ​ຫຍັງ​ຄົນ​ຮັ່ງ​ມີ​ຈຶ່ງ​ຄວນ​ຈ່າຍ​ພາ​ສີຫຼາຍກວ່າ ເພື່ອຫຼຸດ​ຜ່ອນ​ການ​ຂາດ​ດຸນ​ລັດ​ຖະ​ບານ​ກາງ ແລະ ຊ່ວ​ຍ​ເຫຼືອ​ໃຫ້​ທຶນ​ໂຄງ​ການ​ຕ່າງໆ​ສຳ​ລັບ​ຄົນ​ທຸກ​ຍາກ ແລະ ຊົນ​ຊັ້ນ​ກາງ.

ທ່ານ ໄບ​ເດັນ ແມ່ນ​ພູມ​ໃຈ​ທີ່​ຈະ​ເວົ້າ​ວ່າ​ທ່ານ​ແມ່ນບໍ່​ມີ​ເງິນ​ເປັນ​ສ່ວນ​ໃຫຍ່​ໃນ​ອາ​ຊີບຜູ້​ບໍ​ລິການ​ສັງ​ຄົມ​ຫຼາຍ​ທົດ​ສະ​ວັດຂອງ​ທ່ານ, ບໍ່​ຄື​ທ່ານ ທ​ຣຳ, ຜູ້​ທີ່​ໄດ້​ສືບ​ທອດຫຼາຍ​ຮ້ອນ​ລ້ານ​ໂດ​ລາ​ຈາກ​ພໍ່​ຂອງ​ລາວ ແລະ ໄດ້​ໃຊ້​ຖາ​ນະ​ມະ​ຫາ​ເສດ​ຖີ​ພັນ​ລ້ານ​ຂອງ​ລາວ​ເພື່ອ​ເປີດ​ລາຍ​ການ​ໂທ​ລະ​ພາບ ແລະ ຕໍ່​ມາ​ການ​ໂຄ​ສະ​ນາ​ຫາ​ສຽງ​ປະ​ທາ​ນາ​ທິ​ບໍ​ດີ.

ທ່ານ ໄບ​ເດັນ ໄດ້​ກ່າວ​ຕໍ່​ຜູ້​ບໍ​ລິ​ຈາກ​ໃນ​ລັດ ຄາ​ລິ​ຟໍ​ເນ​ຍ ເມື່ອ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ​ວ່າ “ເປັນ​ເວ​ລາ 36 ປີ, ຂ້າ​ພະ​ເຈົ້າ​ຖືກ​ຂຶ້ນ​ລາຍ​ຊື່​ເປັນ​ຜູ້​ຊາຍ​ທີ່​ທຸກ​ຍາກ​ທີ່​ສຸດ​ໃນ​ລັດ​ຖະ​ສະ​ພາ. ບໍ່​ໄດ້​ເວົ້າ​ຕະຫຼົກ.”

ໃນ​ປີ 2015, ທ່ານ ທ​ຣຳ ໄດ້​ປະ​ກາດ​ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ການ​ເປັນ​ຜູ້​ລົງ​ແຂ່ງ​ຂັນ​ຂອງ​ລາວ​ວ່າ “ຂ້ອຍ​ລວຍຫຼາຍ.”

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ດັ່ງ​ກ່າວ​ໄດ້​ໂຕ້​ຖຽງ​ວ່າ ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ບໍ່​ຈຳ​ເປັນ​ຕ້ອງ​ເຫັນ​ຂໍ້​ມູນ​ການ​ເສຍ​ພາ​ສີ​ຂອງ​ທ່ານ ແລະ ການເປີດເຜີຍ​ດ້ານ​ການ​ເງິນ​ໃນ​ອະ​ດີດ​ແມ່ນຫຼາຍກວ່າ​ພຽງ​ພໍ. ທ່ານ​ໄດ້​ຢືນ​ຢັດ​ວ່າ​ການ​ຮັກ​ສາ​ການ​ເກັບ​ພາ​ສີ​ໃຫ້​ຕ່ຳ​ສຳ​ລັບ​ຄົນ​ລວຍ​ຈະ​ເຮັດ​ໃຫ້​ການ​ລົງ​ທຶນ​ແຂງ​ແກ່ນ​ຂຶ້ນ ແລະ ນຳ​ໄປ​ສູ່​ການ​ມີ​ວຽກ​ເຮັດ​ງານ​ທຳຫຼາຍ​ຂຶ້ນ, ໃນ​ຂະ​ນະ​ທີ່​ການ​ຂຶ້ນ​ພາ​ສີ​ຈະ​ທຳ​ລາຍ​ເສດ​ຖະ​ກິດ​ທີ່​ກຳ​ລັງ​ຟື້ນ​ຕົວ​ຈາກ​ພາ​ວະ​ເງິນ​ເຟີ້​ທີ່​ໄດ້​ກະ​ທົບ​ຕໍ່​ກາ​ນ​ຂະ​ຫຍາຍ​ຕົວ​ສູງ​ສຸດ​ສີ່​ທົດ​ສະ​ວັດ​ໃນ​ປີ 2022.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG