ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສຫລ ແລະ ຣັດເຊຍ ຕົກລົງກັນ ກ່ຽວກັບ ບາດກ້າວ ທີ່ຊີເຣຍ ຕ້ອງເອົາ (ວີດີໂອ)


ລມຕ ການຕ່າງປະເທດ ສຫລ ທ່ານ John Kerry (ຊ້າຍ) ແລະ ລມຕ ກະຊວງຕ່າງປະເທດຣັດເຊຍ ທ່ານ Sergei Lavrov ພວມຕອບຄຳຖາມ ໃນລະຫວ່າງການຖະແຫຼງຂ່າວ ຮ່ວມກັນ ລຸນຫລັງການພົບປະ ທີ່ນະຄອນເຈນີວາ (14 ກັນຍາ 2013)
ລມຕ ການຕ່າງປະເທດ ສຫລ ທ່ານ John Kerry (ຊ້າຍ) ແລະ ລມຕ ກະຊວງຕ່າງປະເທດຣັດເຊຍ ທ່ານ Sergei Lavrov ພວມຕອບຄຳຖາມ ໃນລະຫວ່າງການຖະແຫຼງຂ່າວ ຮ່ວມກັນ ລຸນຫລັງການພົບປະ ທີ່ນະຄອນເຈນີວາ (14 ກັນຍາ 2013)
ລັດຖະມົນຕີ ການຕ່າງປະເທດສະຫະລັດ ທ່ານ John Kerry
ກ່າວວ່າ ສະຫະລັດ ແລະຣັດເຊຍ ໄດ້ຕົກລົງກັນ ກ່ຽວກັບບາດ
ກ້າວຕ່າງໆ ທີ່ຊີເຣຍຕ້ອງໄດ້ເອົາ ເພື່ອພິສູດວ່າ ຕົນໄດ້ກຳຈັດ
ອາວຸດທີ່ມີອະນຸພາບຮ້າຍແຮງແລ້ວ ຮວມທັງອາວຸດເຄມີ.

ຫລັງຈາກການເຈລະຈາຫາລືເປັນມື້ທີ 3 ລຽນຕິດທີ່ນະຄອນເຈ
ນີວາໃນວັນເສົາມື້ນີ້ລະຫວ່າງທ່ານ Kerry ແລະຄູ່ຕຳແໜ່ງຝ່າຍ
ຣັດເຊຍ ທ່ານ Sergei Lavrov ແລ້ວ ລັດຖະມົນຕີການຕ່າງປະ
ເທດສະຫະລັດກ່າວວ່າ ປະເທດທັງສອງໄດ້ຕົກລົງກັນວ່າຊີເຣັຍ
ຕ້ອງໄດ້ນຳສະເໜີ ບັນຊີລາຍຊື່ຢ່າງຄົບຖ້ວນ ຂອງອາວຸດເຫຼົ່ານີ້
ພາຍໃນເວລານຶ່ງອາທິດ.

ທ່ານ Kerry ກ່າວວ່າ ພວກທ່ານຍັງໄດ້ຕົກລົງກັນວ່າ ຊີເຣຍຕ້ອງໃຫ້ສິດ ໃນການໄປກວດ ກາເບິ່ງສະຖານທີ່ໆມີອາວຸດເຫຼົ່ານີ້ ໃນທັນທີ ຊຶ່ງທ່ານເວົ້າວ່າ ຈະນຳໄປສູ່ການທຳລາຍອາ ວຸດເຫຼົ່ານີ້ ຢູ່ນອກຊີເຣຍນັ້ນ.

ສ່ວນລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ເວົ້າວ່າ ການຕົກລົງ
ທີ່ວ່ານີ້ ບໍ່ໄດ້ມີຂໍ້ຄວາມໃດໆ ກ່ຽວກັບຄວາມເປັນໄປໄດ້ ໃນການທີ່ຈະໃຊ້ກຳລັງໂຈມຕີ.

ລັດຖະມົນຕີທັງສອງພ້ອມດ້ວຍທູດພິເສດຂອງອົງການສະຫະປະຊາຊາດແລະສັນນິບາດ ອາຣັບທ່ານ Lakhdar Brahimi ໄດ້ຫາລືກັນເປັນມື້ທີ 3 ກ່ຽວກັບແຜນການຂອງຣັດເຊຍ ທີ່ຈະນຳເອົາອາວຸດເຄມີຂອງຊີເຣຍມາຢູ່ພາຍໃຕ້ການຄຸ້ມຄອງຂອງນາໆຊາດໄດ້ແນວໃດ. ການເຄື່ອນໄຫວທີ່ວ່ານີ້ ອາດສາມາດຫລີກລ່ຽງ ການປະຕິບັດງານທາງທະຫານເພື່ອເປັນ
ການຕອບໂຕ້ ຕໍ່ການໃຊ້ອາວຸດເຄມີໂຈມຕີພົນລະເຮືອນຂອງລັດຖະບານຊີເຣຍ ຕາມທີ່ມີ ການກ່າວຫາໃນເດືອນແລ້ວນີ້ ໃກ້ໆນະຄອນຫຼວງດາມັສກັສ.

ຂະນະດຽວກັນ ເຈົ້າໜ້າທີ່ຂອງລັດຖະບານທ່ານໂອບາມາກ່າວໃນມື້ວັນສຸກວານນີ້ວ່າ ປະ ທານາທິບໍດີຈະບໍ່ຢືນຢັດ ກ່ຽວກັບການຂົ່ມຂູ່ ທີ່ຈະໃຊ້ການປະຕິບັດງານທາງທະຫານ ຕໍ່ຊີ ເຣຍຢູ່ໃນຍັດຕິໃດໆກໍຕາມຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ. ການຕັດ ສິນໃຈທີ່ວ່ານີ້ມີທ່າທາງວ່າ ແມ່ນອີງຕາມຄວາມເຂົ້າໃຈທີ່ວ່າ ຣັດເຊຍ ຈະໃຊ້ສິດຢັບຢັ້ງ ຕໍ່ ການຂົ່ມຂູ່ໃດໆກໍຕາມ ຢູ່ໃນຍັດຕິ ຂອງສະຫະປະຊາຊາດ. ແຕ່ແນວໃດກໍຕາມ ເຈົ້າໜ້າທີ່ ເວົ້າວ່າ ປະທານາທິບໍດີໂອບາມາສະຫງວນສິດ ທີ່ຈະທຳການໂຈມຕີຊີເຣຍ ໂດຍປາດສະ ຈາກການສະໜັບສະໜຸນຂອງອົງການສະຫະປະຊາຊາດ.

Kerry-Lavrov Talks Continue Saturday
please wait

No media source currently available

0:00 0:03:06 0:00
ລິງໂດຍກົງ


ປະທານາທິບໍດີໂອບາມາກ່າວໃນຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ວ່າ ການຕົກລົງໃດໆກໍຕາມ ຈຳເປັນຕ້ອງໄດ້ພິສູດວ່າ ອຳນາດການປົກຄອງ ຂອງ Assad ແລະຣັດເຊຍ ປະຕິບັດຕາມຄວາມໝັ້ນໝາຍ ຂອງພວກເຂົາເຈົ້າ. ທ່ານກ່າວວ່າ ນັ້ນກໍຄື ໝາຍຄວາມວ່າດຳເນີນງານເພື່ອມອບໂອນອາວຸດເຄມີຂອງຊີເຣຍໃຫ້ແກ່ນາໆຊາດຄວບ ຄຸມແລະທຳລາຍໃນທີ່ສຸດນັ້ນ. ທ່ານໂອບາມາເວົ້າວ່າຖ້າການດຳເນີນຄວາມພະຍາຍາມ ທາງດ້ານການທູດຫາກລົ້ມແຫຼວ ສະຫະລັດແລະປະຊາຄົມນາໆຊາດ ຕ້ອງກຽມພ້ອມ ທີ່ ຈະດຳເນີນການ.

ທີ່ນະຄອນນິວຢອກ ທ່ານ Ban Ki-moon ເລຂາທິການໃຫຍ່ຂອງອົງການສະຫະປະຊາ ຊາດກ່າວວ່າ ທ່ານຄາດວ່າລາຍງານຂອງຄະນະສືບສວນກ່ຽວກັບການໂຈມຕີດ້ວຍແກັສ ພິດທຳລາຍເສັ້ນປະສາດ ເມື່ອວັນທີ 21 ສິງຫາຜ່ານມາ ຈະເປັນລາຍງານ ທີ່ຄັດຄ້ານໄດ້ ຍາກທີ່ສະແດງໃຫ້ເຫັນວ່າມີການນຳໃຊ້ອາວຸດເຄມີແທ້. ສິດອຳນາດຂອງຄະນະສືບສວນ ຢູ່ໃນລາຍງານ ຊຶ່ງຄາດວ່າຈະນຳອອກເຜີຍແຜ່ໃນມື້ວັນຈັນຈະມານີ້ ແມ່ນຈະເວົ້າແຕ່ພຽງ ວ່າ ມີການໃຊ້ອາວຸດເຄມີຫລືບໍ່ເທົ່ານັ້ນ ບໍ່ແມ່ນວ່າ ກຸ່ມໃດເປັນຝ່າຍນຳໃຊ້.

ໃນອີກດ້ານນຶ່ງນັ້ນ ຄະນະສືບສວນຂອງອົງການສະຫະປະຊາຊາດກ່າວໃນມື້ວັນສຸກວານ ນີ້ວ່າທະຫານລັດຖະບານຊີເຣຍໄດ້ຍິງປືນໃຫຍ່ໂຈມຕີຢ່າງເປັນລະບົບຕໍ່ໂຮງໝໍຢູ່ໃນເຂດ ຄວບຄຸມຂອງພວກຕໍ່ຕ້ານ ເພື່ອຂັດຂວາງ ບໍ່ໃຫ້ຜູ້ປ່ວຍ ແລະພວກທີ່ໄດ້ຮັບບາດເຈັບ ໄປ ຮັບການປິ່ນປົວພະຍາບານ. ຄະນະສືບສວນເວົ້າຕື່ມວ່າ ກົນລະຍຸດດັ່ງກ່າວນີ້ແມ່ນຖືກນຳ ໃຊ້ເປັນອາວຸດທາງສົງຄາມ.

World Awaits UN Findings on Syria Chemical Attack
please wait

No media source currently available

0:00 0:02:38 0:00
ລິງໂດຍກົງ
XS
SM
MD
LG