ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກີດເຫດລະເບີດ ໃກ້ກັບໂຮງແຮມ ຄະນະສັງເກດການ ສະຫະປະຊາຊາດ ໃນຊີເຣຍ


ເກີດເຫດລະເບີດແຕກມີຜູ້ໄດ້ຮັບບາດເຈັບ 3 ຄົນ ໃກ້ກັບໂຮງແຮມ ບ່ອນພັກເຊົາຊອງຜູ້ສັງເກດການສະຫະປະຊາ ຊາດ ທີ່ກຸງດາມັສກັສ.
ເກີດເຫດລະເບີດແຕກມີຜູ້ໄດ້ຮັບບາດເຈັບ 3 ຄົນ ໃກ້ກັບໂຮງແຮມ ບ່ອນພັກເຊົາຊອງຜູ້ສັງເກດການສະຫະປະຊາ ຊາດ ທີ່ກຸງດາມັສກັສ.
ໂທລະພາບ​ຂອງ​ລັດຖະບານ​ຊີ​ເຣຍ ກ່າວ​ວ່າ ​ໄດ້​ມີ​ລະ​ເບີດ​ແຕກ​ຂື້ນ​ໃກ້​ກັບ​ໂຮງ​ ແຮມ​ແຫ່ງ​ນຶ່ງ ທີ່ໃຊ້​ໂດ​ຍຄະນະ​ສັງ​ເກດ​ການອົງການສະຫະ​ປະຊາ​ຊາດ ​ໃນ​ກຸງ​ດາ​ມັສກັສ ​ເຮັ​ດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບສາມ​ຄົນ.

ລາຍ​ງານ​ກ່າວ​ວ່າ ​ເຫດລະ​ເບີດ​ໃນ​ວັນ​ພຸດມື້ນີ້ ແມ່ນ​ມີ​ສາ​ເຫດມາ​ຈາກການວາງ​ລະ​ເບີດ​ໃສ່​ລົດ​ແກ່​ນໍ້າມັນຄັນ​ນຶ່ງ.

ຮອງລັດຖະມົນຕີການ​ຕ່າງປະ​ເທດຊີ​ເຣຍ ທ່ານ Faisal Mekdad ກ່າວ​ວ່າ ບໍ່ ມີ​ຄະນະສັງ​ເກດ​ການ​ຂອງສະຫະ​ປະຊາ​ຊາດ ໄດ້​ຮັບ​ບາດ​ເຈັ​ບຈາກ​ເຫດ​ລະ​ເບີດ ​ໃນ​ເຫດ​ລະ​ເບີດ​ຄັ້ງນີ້​ແຕ່​ຢ່າງ​ໃດ. ທ່ານ​ຍັງ​ໄດ້​ຮຽກຮ້ອງ ​ໃຫ້ປະຊາ​ຄົ​ມນາໆ​ຊາດ ຈົ່ງ​ປະຕິບັດ​ງານ “ຮ່ວມ​ມື​ກັນຢ່າງ​ໃກ້ຊິດ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ.”

ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ ​ມີກໍານົດ ​ທີ່​ຈະສົນທະນາ​ຫາລື​ກ່ຽວກັບສະຖານະ​ການໃນ​ຊີ​ເຣຍ ​ໃນ​ວັນ​ພະຫັດ​ນີ້ ບໍ່​ເທົ່າ​ໃດ​ມື້​ກ່ອນໝາຍ​ກໍານົດໃນ​ການ​ປະຕິບັດ​ງານສັງ​ເກດການ​ສະຫະ​ປະຊາ​ຊາດ ຈະ​ໝົດ​ອາຍຸ​ລົງໃນ​ວັນ​ທີ່ 19 ສິງຫານີ້.

ໃນ​ວັນ​ພຸດ​ມື້ນີ້ ໝັງ​ສື​ພິມ​ປະຊາຊົນ​ລາຍ​ວັນ​ຂອງ​ທາງ​ການ​ຈີນ ໄດ້​ຕິຕຽນບັນດາ​ປະ​ເທດ​ຕາ​ເວັນຕົກ ທີ່​ກ່າ​ວ​ເຖິງ​ແຜນການ​ໃນ​ການ​ສ້າງຕັ້ງ​ເຂດ​ຫ້າມ​ບິນ​ຢູ່​ໃນ​ຊີ​ເຣຍ ໂດຍ​ເວົ້າ​ວ່າ ຄວາມ​ເຫັນ​ດັ່ງກ່າວ​ນັ້ນ ​ເປັນ​ບ່ອນ​ທຳລາຍ​ຕໍ່​ການ​ດຳ​ເນີນ​ຄວາມ ພະຍາຍາມ​ເພື່ອ​ຫາ​ທາງ​ໄກ່​ເກ່ຍ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄວາມ​ສາມັກຄີ ​ຢູ່​ໃນ​ສະພາ​ຄວາມ​ໝັ້ນຄົງ.

ຈີນໄດ້​ເຂົ້າ​ຂ້າງຣັດ​ເຊຍ ​ໃນ​ການໃຊ້​ສິດ​ຢັບຢັ້ງຕໍ່​ມະ ​ຕິສະພາ​ຄວາມ​ໝັ້ນຄົງ ທີ່​ຂົ່ມ​ຂູ່ຈະລົງ​ໂທດຊີ​ເຣຍຕໍ່​ການ​ໃຊ້ອາວຸດ​ໜັກໂຈມ​ຕີ​ພົນ ລະ​ເຮືອນນັ້ນ.
XS
SM
MD
LG