ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ທ້າວ Alexis ເປັນມືປືນ ພຽງຄົນດຽວ ທີ່ຍິງສັງຫານ 13 ຄົນ ຢູ່ວໍຊິງຕັນ (ສະໄລດ໌/ວີດີໂອ)


ທ້າວ Aaron Alexis ພະນັກງານຂໍ້​ມູນ​ເທັກ​ໂນ​ໂລ​ຈີ ​ສັນຍາ​ຈ້າງຂອງ​ທ​ະຫານ ​​ເປັນ​ຜູ້ຕ້ອງ​ສົງ​ໄສ​ພຽງຄົນ​ດຽວ ​ໃນ​ການ​ຍິງສັງ ຫານ​ຢ່າ​ງບໍ່​ເລືອກ​ໜ້າ​
ທ້າວ Aaron Alexis ພະນັກງານຂໍ້​ມູນ​ເທັກ​ໂນ​ໂລ​ຈີ ​ສັນຍາ​ຈ້າງຂອງ​ທ​ະຫານ ​​ເປັນ​ຜູ້ຕ້ອງ​ສົງ​ໄສ​ພຽງຄົນ​ດຽວ ​ໃນ​ການ​ຍິງສັງ ຫານ​ຢ່າ​ງບໍ່​ເລືອກ​ໜ້າ​
ບັນດາ​ເຈົ້າ​ໜ້າທີ່​ ໃນນະຄອນຫລວງວໍ​ຊິງ​ຕັນ ກ່າ​ວວ່າ ພະນັກ
ງານຂໍ້​ມູນ​ເທັກ​ໂນ​ໂລ​ຈີ ​ສັນຍາ​ຈ້າງຂອງ​ທ​ະຫານ ເປັນ​ຜູ້ຕ້ອງ​
ສົງ​ໄສ​ພຽງຄົນ​ດຽວ ​ໃນ​ການ​ຍິງສັງ ຫານ​ຢ່າ​ງບໍ່​ເລືອກ​ໜ້າ​ ຢູ່​ທີ່
ຄ້າຍທະຫານ​ເຮືອ​ແຫ່ງ​ນຶ່ງຂອງສະຫະລັດ ​ທີ່ເຮັດ​ໃຫ້ 13 ຄົນ
ເສຍ​ຊີວິດ ຮວມ​ທັງ​ມື​ປືນ.

ຫົວໜ້າ​ຕໍາຫລວດ ​ໃນນະຄອນຫລວງວໍ​ຊິງ​ຕັນ ທ່ານ​ນາງ
Cathy Lanier ​ໄດ້​ບອກ​ບັນດາ​ນັກ​ຂ່າວ​ ສອງ​ສາມ​ຊົ່ວ​ໂມງ
​ຫລັງ​ຈາກ​ເກີດ​ເຫດ​ຮ້າຍຢູ່​ທີ່​ນັ້ນ​ວ່າ ບໍ່​ມີ​ຫລັກ​ຖານ​ໃດໆ ທີ່​ສະ​
ແດງ​ໃຫ້​ເຫັນ​ວ່າມີ​ບຸກຄົນ​ທີສອງ​ຮ່ວມ​ມື​ກັບ ທ້າວ Aaron
Alexis ອາຍຸ 34 ປີ ທີ່​ເປັນຄົນ​ມາ​ຈາກ​ເມືອງ Fortworth
​ລັດ Texas ​ທີ່​ໄດ້ ຖືກ​ສັງຫານ ​ໃນ​ລະຫວ່າງ​ທີ່​ມີ​ການ​ຍິງ​ຕໍ່
ສູ້ກັນ​ກັບ​ເຈົ້າ​ໜ້າ​ທີ່​ຕໍາຫລວດບໍ່​ດົນຫລັງ​ຈາກ​ຜູ້ກ່ຽວເລີ້ມເປີດ
ສາກຍິງ​ສັງຫານຢ່າງ​ບໍ່​ເລືອກ​ໜ້າ.


ຕໍາ​ຫລວດ​ກ່າວ​ວ່າ ທ້າວ Alexis ​ໄດ້​ເຂົ້າ​ໄປ​ໃນ​ຄ້າຍທະຫານ
ເຮືອ Navy Yard ໃນ​ນະຄອນຫລວງ​ຂອງ​ສະຫະລັດ ດ້ວຍ​
ບັດປະ​ຈໍາ​ໂຕ​ທີ່​ຖືກຕ້ອງ ມີ​ປືນ ອັດຕະ​ໂນ​ມັດ​ຂອງ​ທະຫານ
ພ້ອມດ້ວຍປືນ​ຍາວ ​ແລະ​ປືນສັ້ນ​ນຶ່ງ​ກະບອກ​ ​ເປັນ ອາວຸດ ​ແລະ
​ກໍຍິງປືນ​ສຸ​ມ​ເຂົ້າ​ໃສ່ຜູ້​ຄົນ ​ໃນຕຶກ​ລະບົບ​ບັນຊາ​ການ ​ຂອງ​ກອງທັບ ​ເຮືອ ຊຶ່ງເປັນຜູ້ຮັບ
ຜິດຊອບກ່ຽວ​ກັບ​ການຊື້ສ້າງ ​ແລະ​ຮັກສາ​ເຮືອ​ລົບແລະ​ເຮືອ​ດໍາ​ນໍ້າ. ປະມານ 3000
ຄົນ​ເຮັດວຽກ​ຢູ່ໃນ​ຕຶກຫ້ອງການດັ່ງກ່າວ ​ແລະ​ຫລາຍ​ຄົນ​ເປັນ​ພົນລະ​ເຮືອນ.

ທ້າວ Alexis ​ຊຶ່ງເປັນ​ຄົນ​ທີ່​ເກີດ​ຢູ່​ນະຄອນ​ນິວຢອກ ​ເຄີຍຮັບ​ໃຊ້ຢູ່​ໃນ​ກອງທັບ​ເຮືອ
ສະຫະ​ລັດ ​ໃນ​ຖານະ​ທະ​ຫານ​ເຮືອ​ສໍາ​ລອງ ​ແຕ່​ປີ 2007 ຫາ​ປີ 2011​. ​ອົງການ​ຂ່າວ​ຕ່າງໆກ່າວ​ວ່າ ທ້າວ Alexis ເຄີຍໄດ້​ຖືກ​ຈັບ ​ຍ້ອນອຸປະຕິ​ເຫດກ່ຽວ​ກັບ​ການ​ໃຊ້​ປືນ
ສອງເທຶ່ອເທື່ອ​ທີ​ນຶ່ງ​ໃນ​ປີ 2004 ທີ່​ເ​ມື​ອງ Seattle ​ແລະ​ເທຶ່ອທີ​ສອງທີ່​ເມືອງ Fort Worth ​ໃນປີ 2010.ກ່າວ​ກັນ​ວ່າ ລາວມີ​ບັນຫາໃນ​ການຄວບ​ຄຸມ​ຄວາມ​ໂກດ​ແຄ້ນ​ຂອງ​ລາວບໍ່​ໄດ້.
Washington
please wait
Embed

No media source currently available

0:00 0:00:50 0:00
XS
SM
MD
LG