ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ປະທານາທິບໍດີ ເກົາຫຼີໃຕ້ ພົວພັນກັບ ຂ່າວນອງນັນ


ປະທານາທິບໍດີ ເກົາຫລີໃຕ້ ທ່ານນາງ Park Geun-hye ຕອບຄຳຖາມບັນດານັກຂ່າວ ທີ່ທຳນຽບປະທານາທິບໍດີ.
ປະທານາທິບໍດີ ເກົາຫລີໃຕ້ ທ່ານນາງ Park Geun-hye ຕອບຄຳຖາມບັນດານັກຂ່າວ ທີ່ທຳນຽບປະທານາທິບໍດີ.

ປະທານາທິບໍດີເກົາຫລີ​ໃຕ້ ​ພົວພັນ​ກັບ​ຂ່າວ​ນອງ​ນັນ ກ່ຽວ​ກັບການ​ກ່າວ​ຫາ​ວ່າ ທ່ານ​ນາງ​ໄດ້​ອະນຸຍາດ​ໃຫ້​ໝູ່​ຄູ່ຄົນ​ນຶ່ງ​ເຂົ້າຫາ ​ແລະ​ອອກ​ຄວາມ​ຄິດ​ເຫັນ ຢູ່​ໃນ​ກິດຈະການ​ທີ່​ສຳຄັນ ຂອງ​ປະ​ເທດ.

ຄວາມ​ນິຍົມ​ຊົມ​ຊອບ​ຂອງທ່ານ​ນາງ Park Geun-hye​ ​ໄດ້​ຕົກ​ຕໍ່າລົງ​ທ່າມກາງ​ທີ່​ມີການ​ຮຽກຮ້ອງ​ໃຫ້​ທ່ານ​ນາງ​ລາ​ອອກ ​ຈາກ​ຕຳ​ແໜ່​ງ ນັບແຕ່​ມີ​ການ​ເປີດ​ເຜີ​ຍວ່າ ທ່ານ​ນາງ​ໄດ້​ເອົາຮ່າງ​ຄຳ​ປາ​ໄສ ໃຫ້ຍາ​ນາງ Choi Soon-sil ເບິ່ງ ຊຶ່ງບໍ່​ເຄີຍ​ຜ່ານ​ການກວດ​ສອບໃນ​ດ້ານ​ຄວາມ​ປອດ​ໄພ​ ຫລື​ກຳ​ຕຳ​ແໜ່​ງທີ່​ສຳຄັນ​ໃດໆ​ໃນລັດຖະບານມາ​ກ່ອນ. ບັນທຶກໄດ້​ສະ​ແດງ​ໃຫ້​ເຫັນ​ວ່າຍານາງ Choi ຍັງ​ໄດ້​ຮັບເອກ​ກະສາ​ນລັບຈຳນວນ​ນຶ່ງ ຮວມທັງເອກ​ກະສາ​ນ​ກ່ຽວກັບ​ຍີ່​ປຸ່ນ ​ແລະ​ເກົາຫລີ​ເໜືອ.

ທ່ານ​ນາງ Park ຊຶ່ງຍັງ​ມີ​ເວລາ​ເຫລືອ​ຢູ່​ໃນ​ຕຳ​ແໜ່​ງກວ່າ​ນຶ່ງ​ປີ ​ໄດ້​ຂໍ​ຂະ​ມາ​ໂທດ ​ແລະ​ໄດ້​ປະກາດ​ທີ່​ຈະ​ຢູ່​ໃນ​ໜ້າ​ທີ່​ຕໍ່​ໄປອີກ.

ລາຍ​ງານຂອງ​ສື່​ມວນ​ຊົນ​ໄດ້​ຄາດ​ການ​ວ່າ ຍານາງ Choi ​ໃຊ້​ອິດ​ທິພົນ​ຂອງ​ຍານາງ​ກັບ ປະທານາທິບໍດີ​ເພື່ອ​ຊັກ​ຊວນ​ໃຫ້​ບັນດາ​ບໍ​ລິ​ສັດ​ຕ່າງໆບໍລິຈາກ​ເງິນ​ໃຫ້​ແກ່ສອງ​ອົງການ ການ​ກຸສົນຂອງຍາ​ນາງ ​ແລະ​ໃຊ້​ອົງການຈັດ​ຕັ້ງ​ດັ່ງກ່າວ​ເພື່ອ​ຜົນ​ປະ​ໂຫຍ​ດ​ຂອງ​ຕົນ.

ນອກ​ນັ້ນ ຍັງ​ມີ​ຄວາມ​ເປັນ​ຫ່ວງ​ຢູ່​ອີກ​ວ່າ ພໍ່​ຂອງ​ຍານາງ Choi ​ເປັນ​ຫົວໜ້າກຸ່ມ​ສາສະໜາ​ນຶ່ງ. ບັນດາ​ສະມາຊິກສະພາ​ກ່າວ​ວ່າ ​ເຂົາ​ເຈົ້າ​ມີ​ຄວາມ​ເປັນ​ຫ່ວງ​ວ່າ ຍານາງ Choi ​ໄດ້ ຫ້ອມ​ລ້ອມ​ຕົວ​ລາວດ້ວຍ​ສາ​ສະໜາ​ຂອງ​ພໍ່​ລາວ. ຫົວໜ້າ​ພັກຝ່າຍ​ຄ້ານ​ທີ່​ສຳຄັນກ່າວ​ວ່າ ອິດທິພົນຂອງ​ຍານາງ Choi ກັບ​ປະທານາທິບໍດີ ຄື​ກັນ​ກັບ​ການຄົ້ນ​ພົບວ່າ ທ່ານກຳລັງ ຖືກ​ປົກຄອງ​ໂດຍ “ສາສະໜາ​ທີ່​ໜ້າ​ຢ້ານ​ກົວ.”

ຍານາງ Choi ​ໄດ້​ໄປ​ຢູ່​ປະ​ເທດເຢຍຣະ​ມັນ ນັບ​ຕັ້ງ​ແຕ່​ເດືອນ​ກັນຍາ​ທີ່​ຜ່ານ​ມາ ​ເວລາ​ເລີ້ມ ມີ​ລາຍ​ງານ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ທີ່​ວ່າຍາ​ນາງ​ອາດ​ມີອິດ​ທິພົນ​ຕໍ່ ປະທານາທິບໍດີ ໄດ້​ຖືກ​ເປີດ​ເຜີຍ. ທະນາຍຄວາມ​ຂອງ​ຍານາງ​ກ່າວ​ວ່າ ນາງ​ພໍ​ໃຈທີ່​ຈະ​ກັບ​ຄືນ​ ໄປເກົາຫລີ​ໃຕ້​ເພື່ອ​ຕອບ​ຄຳ​ຖາມ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG