ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ເກົາຫຼີໃຕ້ ເບິ່ງໂລກໃນແງ່ດີ ດ້ວຍຄວາມລະມັດລະວັງ ກ່ຽວກັບ ການຍົກລະດັບດ້ານການທະຫານ ລະຫວ່າງ ສະຫະລັດ ແລະຍີ່ປຸ່ນ


ເຮືອບິນລົບ A F-18E ຈອດຢູ່ເທິງເດີ່ນຂອງກຳປັ່ນບັນທຸກເຮືອບິນ USS Theodore Roosevelt ໃນວັນພະຫັດ ທີ 11 ເມສາ 2024 ໃນລະຫວ່າງ ການຊ້ອມລົບຮ່ວມຂອງກອງທັບເຮືອ ໄລຍະສາມວັນ ໂດຍ ສະຫະລັດ, ຍີ່ປຸ່ນ ແລະ ເກົາຫຼີໃຕ້ ຢູ່ໃນທະເລຈີນຕາເວັນອອກ.
ເຮືອບິນລົບ A F-18E ຈອດຢູ່ເທິງເດີ່ນຂອງກຳປັ່ນບັນທຸກເຮືອບິນ USS Theodore Roosevelt ໃນວັນພະຫັດ ທີ 11 ເມສາ 2024 ໃນລະຫວ່າງ ການຊ້ອມລົບຮ່ວມຂອງກອງທັບເຮືອ ໄລຍະສາມວັນ ໂດຍ ສະຫະລັດ, ຍີ່ປຸ່ນ ແລະ ເກົາຫຼີໃຕ້ ຢູ່ໃນທະເລຈີນຕາເວັນອອກ.

ເກົາຫຼີໃຕ້ ເບິ່ງໂລກໃນແງ່ດີ ດ້ວຍຄວາມລະມັດລະວັງກ່ຽວກັບການຍົກລະດັບ ຂອງກຸ່ມພັນທະມິດທີ່ ສະຫະລັດ ແລະຍີ່ປຸ່ນ ໄດ້ວາງແຜນທີ່ຈະເສີມຂະຫຍາຍ ດ້ານຄວາມປອດໄພຢູ່ໃນເຂດເອເຊຍຕາເວັນອອກ ແລະ ຂົງເຂດອິນໂດ-ປາຊີຟິກ.

ໂຄສົກກະຊວງການຕ່າງປະເທດຂອງເກົາຫຼີໃຕ້ ໄດ້ກ່າວວ່າ ກະຊວງ “ຮັບຊາບ” ທີ່ວ່າ ສະຫະລັດ ແລະຍີ່ປຸ່ນ ຢູ່ທີ່ກອງປະຊຸມສຸດຍອດໃນນະຄອນຫຼວງ ວໍຊິງຕັນ ເມື່ອອາທິດແລ້ວນີ້, ໄດ້ກ່າວເຖິງ “ເລື້ອງການປ້ອງກັນຂອງກຸ່ມພັນທະ ມິດ ລະຫວ່າງສະຫະລັດ ແລະຍີ່ປຸ່ນ” ແລະໄດ້ເນັ້ນຢ້ຳເຖິງ “ສັນຕິພາບ ແລະ ສະຖຽນລະພາບ” ຢູ່ໃນຂົງເຂດດັ່ງກ່າວ.

ທ່ານໂຄສົກກ່າວຕໍ່ໄປຜ່ານທາງອີເມລ ທີ່ສົ່ງໃຫ້ວີໂອເອພະແນກພາສາເກົາຫຼີ ໃນວັນສຸກຜ່ານມາວ່າ “ເກົາຫຼີໃຕ້ ສະຫະລັດ ແລະຍີ່ປຸ່ນ ດຳເນີນຄວາມພະຍາ ຍາມ ເພື່ອຂະຫຍາຍການຮ່ວມມືກັນສາມຝ່າຍ ໂດຍຜ່ານຂໍ້ຕົກລົງທີ່ໄດ້ເຮັດ ຮ່ວມກັນຢູ່ຄ້າຍທະຫານ ເດວິດ ເມື່ອປີກາຍນີ້” ແລະ “ເພື່ອເສີມຄວາມເຂັ້ມ ແຂງຕໍ່ລະບຽບຕ່າງໆ ອີງຕາມຄວາມເປັນລະບຽບຮຽບຮ້ອຍລະຫວ່າງປະເທດ.”

ທັງສາມປະເທດດັ່ງກ່າວ ໄດ້ຈັດກອງປະຊຸມສຸດຍອດສາມຝ່າຍ ຢູ່ທີ່ຄ້າຍທະ ຫານ ເດວິດ ໃນເດືອນສິງຫາ ປີກາຍນີ້ ຫຼັງຈາກ ໂຊລ ແລະໂຕກຽວ ໄດ້ຜູກ ມັດສາຍສຳພັນທີ່ໄດ້ແຕກຫັກ ໂດຍຂໍ້ຂັດແຍ້ງທີ່ເກີດມາຈາກການລ່າເມືອງຂຶ້ນ ຂອງຍີ່ປຸ່ນ ທີ່ໄດ້ປົກຄອງເຂດແຫຼມເກົາຫຼີ ຈາກປີ 1910 ຫາ 1945.

ຢູ່ທີ່ກອງປະຊຸມສຸດຍອດສາມຝ່າຍຂອງພວກເພິ່ນ ທີ່ໄດ້ຈັດຂຶ້ນຢູ່ໃນນະຄອນ ຫຼວງ ວໍຊິງຕັນ ໃນວັນທີ 10 ເມສາ, ວໍຊິງຕັນ ແລະ ໂຕກຽວ ໄດ້ປະກາດ ແຜນການທີ່ຫຼາກຫຼາຍຢ່າງກວ້າງຂວາງ ເພື່ອຍົກລະດັບຄວາມສຳພັນດ້ານການ ທະຫານຂອງເຂົາ​ເຈົ້າ.

ແຜນການນັ້ນ ລວມມີການກຽມພ້ອມທັງຫຼາຍເພື່ອໃຫ້ຍີ່ປຸ່ນ ພັດທະນາ ແລະ ຜະລິດອຸປະກອນດ້ານການທະຫານ ຮ່ວມກັນກັບສະຫະລັດ ແລະ ລວມທັງ ລູກສອນໄຟສະກັດກັ້ນທີ່ໄວກວ່າສຽງນຳດ້ວຍ.

South Korea is cautiously optimistic about alliance upgrades that the U.S. and Japan have planned to bolster security in East Asia and the Indo-Pacific region.

A South Korean Foreign Ministry spokesperson said the ministry “noted” that the U.S. and Japan, at their summit in Washington last week, spoke of “the defensive nature of the U.S.-Japan alliance” and emphasized “peace and stability” in the region.

The spokesperson continued via email to VOA’s Korean Service on Friday that “South Korea, the U.S. and Japan are making efforts to institutionalize expanded trilateral cooperation through agreements made at Camp David last year” and “to strengthen rules-based international order.”

The three countries held a trilateral summit at Camp David in August after Seoul and Tokyo mended ties frayed by disputes rooted in Japan’s colonial rule of the Korean Peninsula from 1910 to 1945.

At their bilateral summit held in Washington on April 10, Washington and Tokyo announced wide-ranging plans to revamp their military ties.

The plans include preparations for Japan to develop and produce with the U.S. military hardware, including hypersonic missile interceptors.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG