ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຊາວເມືອງໂຊຈີ ພູມໃຈ ທີ່ໄດ້ເປັນເຈົ້າພາບ ງານແຂ່ງຂັນ ໂອລິມປິກ (ວີດີໂອ ພາສາລາວ/ອັງກິດ)


Sochi Locals Proud to Host Olympics, But Legacy Uncertain
please wait

No media source currently available

0:00 0:02:58 0:00
ລິງໂດຍກົງ

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ປະຊາຊົນ​ໃນ​ເມືອງ​ Sochi ​ໄດ້​ປະສົບ ​ກັບ​ຄວາມ​ເດືອດຮ້ອນ
​ຕ່າງໆ​ນາໆ ​ໃນ​ໄລຍະ​ຫລາຍໆ​ປີ​ ລ່ວງ​ໜ້າ​ງານ​ແຂ່ງ​ຂັນ​ກິລາ​
ໂອ​ລິ​ມປິກ​ລະດູ​ໜາວ​ນັ້ນ ຍ້ອນ​ການເຮ່ງ​ຮີບກໍ່ສ້າງສະຖານ​ທີ່
​ແຂ່ງຂັນ​ໃໝ່​ຫລາຍໆ​ແຫ່ງ ​ໃນ​ໄລຍະ​ເວລາ​ພຽງ 7 ປີ. ​ແລ້ວ​
ບັດ​ນີ້​ເດ້ ຫລັງ​ຈາກ​ການ​ແຂ່ງຂັນ​ໄດ້​ເລີ້ມ​ຂຶ້ນ​ແລະ​ກໍາາລັງຈະ​
ສິ້ນ​ສຸດ​ລົງ ເຂົາ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ແນວ​ໃດ? ຜູ້​ສື່​ຂ່າວ​ວີ​ໂອ​ເອ
Henry Ridgwell ​ໄດ້​ໂອ້​ລົມ​ກັບຊາວ​ເມືອງ​ບາງ​ຄົນ ​ແລະ​
ມີ​ລາຍ​ງານ​ມາ​ເລົ່າ​ສູ່​ຟັງ ຊຶ່ງດາຣາຈະ​ນໍາ​ມາສະ​ເໜີ​ທ່ານ.

ລິງໂດຍກົງ

ເບິ່ງວີດີໂອ ພາສາລາວ:


ສະໜາມ​ກິລາ​ໂອ​ລິ​ມປິກແມ່ນ​ເປັນ​ສິ່ງ​ກໍ່ສ້າງ​ທີ່​ໂດດ​ເດ່​ນ ຢູ່​ແຄມ​ຝັ່ງທະເລ​ດໍາ​ຂອງ​ເມືອງ
Sochi. ງົບປະມານ​ໃຊ້​ຈ່າຍ 51 ຕື້ດອລລ່າ ​ໄດ້​ສ້າງ​ສະຖານ​ທີ່​ແຂ່ງຂັນ​ແລະ​ອໍານວຍ​
ຄວາມ​ສະ​ດວກອື່ນໆ ທີ່​ໂດຍ​ທົ່ວ​ໄ​ປແລ້ວ ​ແມ່ນໄດ້​ຮັບການ​ຊົມ​ເຊີຍ ຈາກ​ທັງ​ນັກ​ກິລາ​
ແລະ​ຜູ້​ຊົມ.

​ແຕ່​ວ່າ ປະຊາຊົນ​ທີ່​ອາ​ໄສ​ຢູ່​ໃນ​ເມືອງ​ນັ້ນ​ເດ້ ​ເຂົາ​ເຈົ້າ​ຮູ້ສຶກ​ແນວ​ໃດ? ​ປະກົດ​ວ່າ ​ໂດຍ​ສ່ວນ​ໃຫຍ່​ແລ້ວ ຄວາມ​ພາກພູມ​ໃຈ​ໄດ້​ເຂົ້າ​ມາ​ແທນ​ທີ່ ຄວາມ​ຮູ້ສຶກ​ບໍ່​ແນ່​ໃຈ ​ໃນ​ເບື້ອງ​ຕົ້ນ. ​

ຊາວ​ເມືອງ​ຄົນ​ນຶ່ງ ນາງ Anastasia Vodoloyev ເວົ້າ​ວ່າ “ຂ້ອຍ​ຮູ້ສຶກ​ຜິດ​ຫວັງ​ຫລ້າຍ​
ຕອນ​ທີ່​ຮູ້ວ່າ ກິລາ​ໂອ​ລິ​ມປິກ​ລະດູ​ໜາວຈະ​ມາ​ຈັດ ຂຶ້ນ ຢູ່​ໂຊ​ຈີ​ນີ້ ​ເພາະວ່າມັນສ້າງ
ບັນຫາ​ຫລາຍ​ສິ່ງຫລາຍ​ຢ່າງ​ ​ໃຫ້​ປະຊາ ຊົນໃນ​ເຂດ​ທ້ອງ​ຖິ່ນ. ​ແຕ່​ວ່າ ບັດ​ນີ້ ມັນ​ຈົບ​
ລົງ​ແລ້ວ ພວກ​ເຮົາ​ກໍ​ດີ​ໃຈ​ຫລາຍ ​ແລະ​ພາກພູມ​ໃຈ ​ໃນ​ປະ​ເທດ​ຂອງ​ເຮົາ.”


ສ່ວນທ້າວ Vladimir Malegin ເວົ້າ​ວ່າ “​ເມືອງ​ໂຊ​ຈີ​ແມ່ນ​ດີ​ຂຶ້ນ​ຫລາຍ. ຢູ່ບໍລິ​ເວນ​ນີ້ ​
ແຕ່​ກ່ອນ​ແມ່ນ​ເປັນ​ຫົນທາງ ​ແຕ່​ດຽວ​ນີ້​ ມັນ​ກາຍເປັນ​ສວນສາທາລະນະ​ໄປ​ແລ້ວ ​
ແລະ​ຂ້ອຍ​ກໍ​ສາມາດເອົາ​ໝາ​ຂອງ​ຂ້ອຍ​ມາ​ຍ່າງ​ຢູ່​ໜີ້​ໄດ້. ຂ້ອຍ​ດີ​ໃຈ​ຫລາຍ.”


ຊາວ​ເມືອງ​ໂຊ​ຈີ​ພາກັນ​ຊີ້​ໄປ​ໃສ່ ຫົນທາງ​ແລະ​ທາງ​ລົດໄຟ​ໃໝ່​ໆ​ຫລາຍໆ​ສາຍ ​ທີ່​ໄດ້​ສ້າງ​
ຂຶ້ນ. ​ແຕ່​ວ່າ ການ​ກໍ່ສ້າງ​ແລະ​ປັບປຸງ​ຕ່າງ​ໆ​ກໍ​ໄດ້​ມີ​ຜົນ​ກະທົບ ຕໍ່​ສິ່ງ​ແວດ​ລ້ອມ. ຫລາຍໆ​
ຄົນ​ຈົ່ມວ່າ ກ່ຽວ​ກັບ​ການ​ເອົາ​ຂີ້​ເຫຍື້ອ​ໄປ​ຖອກ​ຖິ້ມ​ລົງໃນ​ເຂດຊົນນະບົດ. ​ Vladimir Kimaev ເປັນ​ເຈົ້າ​ໜ້າທີ່ ​ປະ​ຈໍາ​ກຸ່ມ​ສິ້ງ​ຊອມ​ສິ່ງ​ແວດ​ລ້ອມເຂດ Caucasus ​ ​ເໜືອ ຫລື
Northern Caucasus Environmental Watch.

ທ່ານ​ Kimaev ເວົ້າ​ວ່າ “ມັນ​ເປັນ​ສະຖາ​ນະ​ການທີ່​ໜ້າເສຍ​ໃຈ​ຫລາຍ ສໍາລັບ​ຊາວ
ບ້ານ​ໃນ​ພວກ​ໝູ່​ບ້ານທ້ອງ​ຖິ່ນ ​ເພາະວ່າ​ເຂົາ​ເຈົ້າຢູ່​ໃກ້​ບ່ອນ​ຖິ້ມ​ຂີ້​ເຫຍື້ອ. ມັນແມ່ນ​
ສິ່ງ​ເສດ​ເຫລືອ​ຈາ​ກການ​ກໍ່ສ້າງ ຂີ້ເຫຍື້ອ​ຈາກ​ໃນ​ເມືອງ ກໍຄື
ຂີ້​ເຫ​ຍື້​ອທັງ​ໝົດ ທີ່​
ຜະລິດ​ຂຶ້ນ​ໃນ​ເມືອງ​ໂຊ​ຈີ​ຫັ້ນ​ແຫລະ.”


ວີດີໂອ ກ່ຽວກັບ ອາກາດຮ້ອນ ທີ່ເມືອງໂຊຈີ:

Sun-Soaked Shores of Sochi Provide Respite From Games
please wait

No media source currently available

0:00 0:02:23 0:00
ລິງໂດຍກົງ

ບ້ານ​ຕ່າງໆໃນ​ເຂດ​ພູ​ເຂົາ ຢູ່ທາງ​ຫລັງ​ເມືອງ​ໂຊ​ຈີ​ນັ້ນ ​ໄດ້​ຖືກ​ປ່ຽນແປງໄປ​ເປັນ​ສະຖານ​ທີ່​
ແຂ່ງຂັນກິລາ​ຫິມະ​ຕ່າງໆ. ທາງ​ລົດ​ໄຟ​ທີ່​ສ້າງ​ຂຶ້ນ​ໃໝ່ ​ເຮັດ​ໃຫ້​ຊາຍ​ຝັ່ງ​ທະ​ເລ​ດໍາ​ຢູ່​ໄກ
ອອກ​ໄປ ພຽງ 40 ນາທີ ເທົ່ານັ້ນ. ທ້າວ Edouard Baturin ​ອາ​ໄສຢູ່​ໃນ​ເຮືອນ​ນ້ອຍ​ຫລັງ​
ນຶ່ງ ​ໃນ​ບ້ານ ​Krasna Polyana.

ທ້າວ Baturin ​ເວົ້າ​ວ່າ “​ແຕ່​ກ່ອນ ທຸກໆ​ຄົນ​ແມ່ນ​ມີ​ໄກ່​ແລະ​ໝູ. ຫລາຍໆ​ຄົນ​ກໍ​ມີ​ງົວ​ ​
ແລະ​ພວກ​ເຮົາ​ກໍ​ໃຊ້​ຊີວິດ​ຢູ່​ແບບ​ຊາວບ້ານ. ​ແຕ່​ມາ​ບັດ​ນີ້ ຍ້ອນ​ກິລາ​ໂອ​ລິ​ມປິກ ​
ທຸກ​ຢ່າງ​ທັງໝົດ​ນັ້ນ​ໄດ້​ປ່ຽນແປງໄປ ​ແລະ​ມັນ​ກໍ​ຍາກ​ຫລາຍ ສໍາລັບ​ພວກ​ເຮົາ​ທີ່​
ຈະ​ປັບ​ໂຕ​ໄດ້.”


ແຕ່ຢ່າງໃດ​ກໍ​ດີ ທ້າວ Edouard Baturin ກໍ​ຮູ້ສຶກ​ຄ້ອຍ​ໄປ​ກັບ​ນໍ້າ​ໃຈ​ຂອງກິລາ​ໂອລິມປິກ.

ລາວ​ເວົ້າ​ວ່າ “​ເພາະ​ວ່າ​ ພວກ​ເຮົາ​ເປັນ​ເຈົ້າພາບ​ງານໂອ​ລິ​ມປິກ ​ແລະ​ງານ​ແຂ່ງຂັນ​
ກໍ​ຈັດ​ຂຶ້ນ​ຢູ່​ໜີ້ ຂ້ອຍ​ຈຶ່ງ​ຮູ້ສຶກ​ພາກພູມ​ໃຈ​ຢ່າງ​ລົ້ນ​ເຫລືອ.”


ບັນດາ​ຜູ້​ຈັດ​ງານ​ໂອ​ລິ​ມປິກເວົ້າ​ວ່າ ​ເງິນ​ຄ່າ​ໃຊ້​ຈ່າຍ​ຈໍານວນ​ມະຫາສານ​ນັ້ນ ຈະ​ໄດ້​ຄືນ​ມາ
ຈາກບັນດາ​ນັກ​ທ່ອງ​ທ່ຽວ​ຈໍານວນ​ເປັນ​ລ້ານໆ​ຄົນ ທີ່ເຂົາ​ເຈົ້າ​ທໍານາຍ​ວ່າ ຈະ​ພາກັນ​ມາ
ທ່ຽວໂຊ​ຈີ ຫລັງ​ການ​ແຂ່ງຂັນ​ໂອ​ລິ​ມປິກແລ້ວ.​ ​

ແຕ່​ກໍ​ມີ​ບາງ​ຄົນ​ທີ່​ບໍ່​ແນ່​ໃຈ​ວ່າ ຈະ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ໄປ​ຫລາຍ​ປານ​ນັ້ນ. ລາຍ​ງານ​ສະບັບ​
ນຶ່ງຈາກ​ອົງການ​ໃຫ້​ຄະ​ແນນ​ຄວາມ​ໜ້າ​ເຊື່ອ​ຖື ​ Moody’s ເຕືອນ​ວ່າ ລາຍ​ຈ່າຍ​ອັນມະຫາ
ສານ​ແລະ​ຂ່າວ​ໃນ​ທາງ​ລົບ​ອື່ນ​ໆ ຈະ​ຈໍາກັດຜົນ​ປະ​ໂຫຍ​ດຕໍ່​ເມືອງ​ໂຊ​ຈີ ຫລັງ​ການແຂ່ງຂັນ​
ໂອ​ລິ​ມປິກ​ນັ້ນ.

​ແຕ່​ສໍາລັບ​ເວລາ​ນີ້ ປະກົດ​ວ່າ ຊາວເມືອງໂຊ​ຈີ​ ​ມີ​ຄວາມ​ພາກພູມ​ໃຈ​ເປັນ​ທີ່​ສຸດ ທີ່​ໂລກ​ໄດ້​
ແນ​ສາຍຕາ​ໄປ​ຍັງ​ເມືອງ​ແຄ​ມທະ​ເລ ທີ່​ຄັ້ງ​ນຶ່ງ​ເຄີຍ​ສະ​ງົບ​ງຽບ​ ຂອງ​ເຂົາ​ເຈົ້າ.

ວີດີໂອ: ຫລັງການແຂ່ງຂັນແລ້ວ ສະໜາມກິລາຈະໃຊ້ເຮັດຫຍັງ?

Sochi’s Morning After: $50 Billion In Infrastructure
please wait

No media source currently available

0:00 0:02:57 0:00
ລິງໂດຍກົງ




XS
SM
MD
LG