ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການໂຈມຕີ ຂອງອິສຣາແອລ ທີ່ໂຮງຮຽນ ສປຊ ສັງຫານປະຊາຊົນ 7 ຄົນ (ວີດີໂອ)


ຊາວປາແລສໄຕນ໌ ຫາມຄົນນຶ່ງທີ່ເສຍຊີວິດ ຢູ່ນອກໂຮງຮຽນ ທີ່ສະ
ຫະປະຊາຊາດເປັນຜູ້ກຳກັບ ໃນເມືອງ Rafah ໃນເຂດກາຊາ ວັນທີ 3 ສິງຫາ 2014.
ຊາວປາແລສໄຕນ໌ ຫາມຄົນນຶ່ງທີ່ເສຍຊີວິດ ຢູ່ນອກໂຮງຮຽນ ທີ່ສະ ຫະປະຊາຊາດເປັນຜູ້ກຳກັບ ໃນເມືອງ Rafah ໃນເຂດກາຊາ ວັນທີ 3 ສິງຫາ 2014.

ອິສຣາ​ແອ​ລ ​ໄດ້​ເລີ້ມ​ສົ່ງ​ທະຫານ​ຄືນ​ໄປ​ປະຈຳ​ຢູ່​ເລາະ​ຕາມ​ຊາຍ
​ແດນ​ຕິດ​ກັບ​ເຂດ​ກາຊາ. ​ມີ​ການເຫັນ​ການ​ເຄື່ອນ​ໄຫວຂອງ​ພວກ
​ທະຫານ​ແລະຍວດ​ຍານພາຫະນະ ​ໃນ​ວັນ​ອາທິດ​ມື້​ນີ້.

ນາຍົກລັດຖະມົນຕີ Benjamin Netanyahu ກ່າວໃນ​ວັນ​ເສົາ​
ວານ​ນີ້ ​ວ່າ ​ເວລາ​ໃດ​ພວກ​ທະຫານ​ອິສຣາ​ແອ​ລ ​ເສັດ​ສິ້ນ​ພາລະກິດ​
ໃນ​ການ​ທຳລາຍ​ພວກ​ອຸ​ໂມງ​ທັງຫລາຍຂອງ​ກຸ່ມ​ຮາ​ມັສ​ແລ້ວ ພວກ
ເຂົ​າ​ເຈົ້າກໍ​ຈະ​ຖືກ​ສົ່ງ​ກັບ “ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ທາງ
​ດ້ານ​ຄວາມ​ປອດ​ໄພ ​ຂອງ​ອິສຣາ​ແອ​ລ.”
ທ່ານ Netanyahu
ກ່າວຕື່ມ​ວ່າ ອິສຣາແອ​ລໄດ້​ທຳລາຍ​ອຸ​ໂມງ​ຫຼາຍ​ສິບ​ແຫ່ງ​ແລ້ວ ທີ່​ກຸ່ມ​ຮາ​ມັສໃຊ້ເພື່ອລັກລອບ​
ສົ່ງອາວຸດ ​ແລະ​ພວກ​ນັກ​ຕໍ່ສູ້​ຂອງ​ຕົນ​ ເຂົ້າ​ໄປ​ໃນ​ດິນ​ແດນ​ຂອງ​ອິສຣາ​ແອ​ລນັ້ນ.

​ເຖິງ​ຢ່າງ​ໃດ​ກໍ​ດີ ອິສຣາ​ແອ​ລກໍ​ຍັງ​ສືບ​ຕໍ່​ທຳ​ການ​ໂຈມ​ຕີ​ ໃນພາກໃຕ້ຂອງ​ເຂດ​ກາຊາ​ໃນ​ວັນ​ອາທິດ​ມື້​ນີ້. ພວກແພດ​ໝໍ​ໃນ​ເຂດ​ກາຊາ ກ່າວ​ວ່າ ການ​ໂຈມ​ຕີ​ໂຮງຮຽນ​ແຫ່ງ​ນຶ່ງ​ຂອງ​ສະຫະ
ປະຊາ​ຊາດ​ ໃນ​ເມືອງ Rafah ທີ່​ເປັນບ່ອນ​ອາ​ໄສຫລົບ​ໄພ​ຊົ່ວຄາວ​ຂອງ​ຊາວ​ປາ​ແລ​ສ​ໄຕ​ນ໌
ທີ່​ພາກັນ​ຫລົບໜີ​ຈາກ​ການບຸກ​ໂຈມ​ຕີ​ຂອງ​ອິສຣາ​ແອ​ລນັ້ນ ​ໄດ້​ສັງຫານ​ປະຊາຊົນ​ຢ່າງໜ້ອຍ
7 ຄົນ ​ແລະ​ເຮັດ​ໃຫ້​ບາດ​ເຈັບ​ຕື່ມ​ອີກ 30 ຄົນ.

​ໃນ​ຂະນະ​ດຽວ​ກັນ​ນີ້ ພວກ​ຄະນະ​ຜູ້ຕາງໜ້າ​ຈາກ​ພວກ​ກຸ່ມ​ຫົວ​ຮຸນ​ແຮງຮາ​ມັສ ​ແລະJihad
ອິສລາມ ​ກໍໄດ້​ເດີນທາງ​ໄປ​ຮອດ​ນະຄອນຫຼງ​ໄຄ​ໂຣຂອງ​ອີ​ຈິບ​ ​ເພື່ອທຳ​ການ​ໂອ້​ລົມ​ສົນທະ
ນາ​ກັນ​ເລື້ອງ​ຂໍ້​ສະ​ເໜີ​ຢຸດ​ຍິງ. ການ​ໂອ້ລົມ​ສົນທະນາ​ກັນ​ດັ່ງກ່າວ ​ແມ່ນ​ບັນດາ​ເຈົ້າ​ໜ້າ​ທີ່​
ອີ​ຈິບ ​ແລະ​ສະຫະລັດ ​ເປັນ​ຜູ້​ຈັດ​ແຈງ​ໃຫ້​ມີ​ຂຶ້ນ. ​ແຕ່​ອິສຣາ​ແອ​ລ ຍັງ​ບໍ່​ທັນ​ໄດ້​ສົ່ງຜູ້​ໃດ​ໄປ
ຮ່ວມ​ໃນ​ການ​ໂອ້​ລົມ​ເຈລະຈາ​ກັນ​ຄັ້ງ​ນີ້​ເທື່ອ.

israelpalestinians3august14
please wait

No media source currently available

0:00 0:01:35 0:00

XS
SM
MD
LG