ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ນາຍົກ ເຊີເບຍ ຊະນະ ການເລືອກຕັ້ງ ປະທານາທິບໍດີ ຮອບທີນຶ່ງ ຢ່າງຂາດລອຍ


An elderly displaced Syrian woman carries a child in the Washukanni Camp for the internally displaced people near the predominantly Kurdish city of Hasakeh in northeastern Syria.
An elderly displaced Syrian woman carries a child in the Washukanni Camp for the internally displaced people near the predominantly Kurdish city of Hasakeh in northeastern Syria.

ນາຍົກລັດຖະມົນຕີ ຂອງເຊີເບຍ ຫົວອະນຸລັກນິຍົມ ທ່ານ Aleksandar Vucic ໄດ້
ຊະນະ ການເລືອກຕັ້ງປະທານາທິບໍດີ ໃນວັນອາທິດວານນີ້ ດ້ວຍຄະແນນສຽງທີ່ຖ້ວມ
ລົ້ນ ໂດຍເປັນການຢືນຢັນ ການຄວບຄຸມອຳນາດ ໃນຕະຫຼອດຊີວິດການເມືອງ ຂອງ
ທ່ານ ໃນປະເທດທີ່ກຳລັງຫາທາງ ຈະສ້າງສາຍພົວພັນທີ່ອົບອຸ່ນຫຼາຍຂຶ້ນ ກັບປະເທດ
ຕາເວັນຕົກ ໃນຂະນະດຽວກັນ ກໍແມ່ນຈະສ້າງຄວາມເຂັ້ມແຂງ ໃຫ້ແກ່ສາຍພົວພັນ
ກັບຣັດເຊຍ ທີ່ເປັນພັນທະມິດເກົ່າແກ່ ຂອງຕົນນັ້ນນຳ.

ການຢັ່ງຫາງສຽງທີ່ເປັນອິດສະຫລະ ເມື່ອຕອນແລງວັນອາທິດວານນີ້ ໄດ້ສະແດງ ໃຫ້
ເຫັນວ່າ ທ່ານ Vucic ອາຍຸ 47 ປີ ໄດ້ຮັບຄະແນນສຽງ ປະມານ 55 ເປີເຊັນ ໂດຍຮັບ
ປະກັນໄຊຊະນະ ຢ່າງຂາດລອຍ ໃນການເລືອກຕັ້ງຮອບທຳອິດ ດ້ວຍການດຶງເອົາ
ຄະແນນສຽງໄດ້ຫຼາຍກວ່າ 50 ເປີເຊັນທີ່ຕ້ອງການ. ສ່ວນຄູ່ແຂ່ງທີ່ໃກ້ຄຽງທີ່ສຸດ ຂອງ
ທ່ານ ຄືຜູ້ສະໝັກຈາກພັກຝ່າຍຄ້ານ ທ່ານ Sasa Jankovic ໄດ້ຮັບຄະແນນສຽງ ເກີນ
ກວ່າ 16 ເປີເຊັນເທົ່ານັ້ນ.

ທ່ານ Vucic ຜູ້ໄດ້ຮັບການຝຶກຝົນເປັນທະນາຄວາມ ໄດ້ຊຸກຍູ້ໃຫ້ ເຊີເບຍເຂົ້າເປັນ
ສະມາຊິກ ສະຫະພາບຢູໂຣບ ຫຼື EU ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ໂດຍສົ່ງສັນຍານ
ການຫັນປ່ຽນ ຈາກຈຸດຢືນຂອງທ່ານ ທີ່ເປັນຊາດນິຍົມຈັດ ໃນຊ່ວງປີ 1990 ໃນຖານະ
ເປັນສະມາຊິກຂອງພັກຫົວຮຸນແຮງຂວາຈັດຂອງເຊີເບຍ.

ທ່ານໄດ້ເຂົ້າຮ່ວມພັກດັ່ງກ່າວນັ້ນ ໃນປີ 1993 ໂດຍໄດ້ກ້າວຂຶ້ນມາໂດດເດັ່ນ ດ້ວຍການ
ກ່າວຄຳປາໄສທີີ່ເຜັດຮ້ອນ ຊຶ່ງທ່ານໄດ້ປົກປ້ອງການກະທຳທັງຫຼາຍ ຂອງກຳລັງຊົນເຜົ່າ
ຊາວເຊີເບຍ ແລະ ບັນດາຜູ້ນຳຂອງພວກເຂົາເຈົ້າ ໃນລະຫວ່າງ ສົງຄາມບອສເນຍ
ເມື່ອປີ 1992 ຫາ 1995.

ເຖິງຢ່າງໃດກໍຕາມ ໃນປີ 2008 ທ່ານກໍໄດ້ເຮັດໃຫ້ພວກນັກວິເຄາະດ້ານການເມືອງ
ແລະ ບັນດາບັນດິດທັງຫຼາຍຕົກຕະລຶງ ໃນເວລາ ທ່ານ ໄດ້ແຍກໂຕອອກຈາກພັກຫົວ
ຮຸນແຮງ ເພື່ອກໍ່ຕັ້ງພັກກ້າວໜ້າ ນິຍົມແນວທາງປານກາງອຽງຂວາ ທີ່ສະໜັບສະໜຸນ
ການຮ່ວມມື ກັບປະເທດຕາເວັນຕົກ.

ທ່ານໄດ້ເຮັດໃຫ້ພວກທີ່ສະໜັບສະໜູນທ່ານງົງເຊັ່ນກັນ ໃນປີດຽວກັນນັ້ນ ເມື່ອທ່ານໄດ້
ວາງທ່າທີໃໝ່ ກ່ຽວກັບ ການສັງຫານໝູ່ພວກຜູ້ຊາຍ ແລະເດັກນ້ອຍ ຊາວເຊີເບຍມຸສລິມ
8,000 ຄົນ ຢູ່ທີ່ Srebrenica ນັ້ນ ວ່າເປັນ “ອາຊະຍາກຳທີ່ໂຫດຮ້າຍ” ພາຍຫຼັງຈາກ
ທີ່ໄດ້ປົກປ້ອງ ການຂ້າລ້າງເຜົ່າພັນ ໃນລະຫວ່າງສົງຄາມ ມາໄດ້ຫຼາຍທົດສະວັດ ຜ່ານມາ.

ນອກນັ້ນ ທ່ານຍັງໄດ້ຊຸກຍູ້ໃຫ້ປັບປຸງ ສາຍພົວພັນ ກັບອະດີດສັດຕູ ເຊັ່ນ Kosovo ຊຶ່ງ
ເປັນຂໍ້ບັງຄັບທີ່ສຳຄັນ ສຳລັບ ການເຂົ້າເປັນສະມາຊິກ ເປັນກຸ່ມ 28 ປະເທດຄ້າຂາຍ
ໃນສະຫະພາບຢູໂຣບ ຂອງ Belgrade.

Serbian Election
please wait
Embed

No media source currently available

0:00 0:01:31 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG