ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ Mandela ອະດີດ ປທນ ອັຟຣິກາໃຕ້ ອອກໂຮງໝໍແລ້ວ (ວີດິໂອ)


ຫ້ອງການ​ປະທານາທິບໍດີ​ຂອງ​ອາ​ຟຣິກາ​ໃຕ້ ​ເວົ້າ​ວ່າ ທ່ານ Nelson Mandela ອະດີດ​ປະທານາທິບໍດີ​ອາ​ຟຣິກາ​ໃຕ້ ​ໄດ້ຖືກ​ປ່ອຍ​ຕົວອອກ​ຈາກ​ໂຮງໝໍແລ້ວ.

ລາຍ​ງານ​ເມື່ອ​ວັນ​ອາທິດ​ມື້​ນີ້ ມີ​ຂຶ້ນມື້​ນຶ່ງ ຫຼັງຈາກ​ມີ​ລາຍ​ງານຫຼາຍກະ​ແສ​ທີ່ ບໍ່ເປັນ​ຈິງ ທີ່​ເວົ້າ​ວ່າ ທ່ານ​ Mandela ໄດ້​ຖືກປ່ອຍ​ອອກ​ຈາກ​ໂຮງໝໍ​ເມື່ອ​ວັນ​ເສົາ​ວານ​ນີ້.

ບັດ​ນີ້ ຖະ​ແຫຼງການ​ສະບັບ​ນຶ່ງ ຈາກ​ຫ້ອງການ​ຂອງ​ທ່ານ Jacob Zuma ​ເວົ້າ​ວ່າ ທ່ານ​ Mandela ​ໄດ້​ຖືກ​ປ່ອຍ​ຕົວ​ອອກ​ຈາກ​ໂຮງໝໍ​ແຫ່ງ​ນຶ່ງ​ໃນ ນະຄອນຫລວງ Pretoria ​ເພື່ອໄປ​ພັກ​ຟື້ນຕໍ່​ຢູ່​ບ້ານພັກ​ຂອງ​ທ່ານ ທີ່​ເມືອງ Johannesburg. ທ່ານ​ Mandela ​ໄດ້​ເຂົ້າ​ໂຮງໝໍ​ເມື່ອ​ວັນ​ທີ 8 ​ເດືອນ​ມິຖຸນາ ​ເພື່ອ​ປິ່ນປົວອາການ​ປອດອັກເສບ ທີ່​ກັບ​ຄືນ​ມາ.

ຖະ​ແຫຼງການ​ດັ່ງກ່າວ​ເວົ້າ​ວ່າ ທ່ານ Mandela ​ໄວ 95 ​ປີ ຍັງ​ມີ​ອາການສາຫັດ​ຢູ່ ​ແລະ​ບາງ​ຄັ້ງ​ບາງ​ຄາວ​ກໍ​ມີ​ອາການ​ບໍ່​ທຸ່ນ​ທ່ຽງ ​ແລະ​ບ້ານ​ພັກຂອງ ທ່ານ ​ໄດ້ຖືກ​ດັດ​ແປງ​ໃຫ້ເປັນ​ບ່ອນ​ທີ່​ທ່ານສາມາດໄດ້​ຮັບ​ການ​ຮັກສາ​ຕົວຢູ່​ທີ່​ນັ້ນ.

ເບິ່ງວີດີໂອ:

Mandela
please wait
Embed

No media source currently available

0:00 0:00:43 0:00
XS
SM
MD
LG