ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຣັດເຊຍ ສະໜັບສະໜຸນ ການປະຕິບັດງານ ຂອງ OSCE ໃນ ຢູເຄຣນ (ວີດີໂອ)


ສະມາຊິກຂອງອົງການວ່າດ້ວຍຄວາມໝັ້ນຄົງ ແລະການຮ່ວມມື ໃນຢູໂຣບ ຫລື OSCE ພວມອອກຈາກລົດບັດ ທີ່ເມືອງ Donetsk ໃນຢູເຄຣນ (12 ມີນາ 2014)
ສະມາຊິກຂອງອົງການວ່າດ້ວຍຄວາມໝັ້ນຄົງ ແລະການຮ່ວມມື ໃນຢູໂຣບ ຫລື OSCE ພວມອອກຈາກລົດບັດ ທີ່ເມືອງ Donetsk ໃນຢູເຄຣນ (12 ມີນາ 2014)
ຣັດເຊຍກ່າວໃນວັນເສົາມື້ນີ້ວ່າ ຕົນຫວັງວ່າ ການປະຕິບັດງານສັງ
ເກດການນາໆຊາດຢູ່ໃນຢູເຄຣນຈະປະສົບກັບຄວາມສຳເລັດແຕ່
ກໍກ່າວຢ້ຳວ່າ ຄະນະສັງເກດການ ຈະບໍ່ໄດ້ຮັບອະນຸຍາດ ໃຫ້ເຂົ້າ
ໄປໃນເຂດໄຄຣເມຍຊຶ່ງກຸງມົສກູເວົ້າວ່າເປັນສ່ວນນຶ່ງຂອງຣັດເຊຍ
ແລ້ວນັ້ນ.

ກະຊວງການຕ່າງປະເທດຣັດເຊຍກ່າວໃນຖະແຫຼງການສະບັບນຶ່ງ
ວ່າ ຕົນຫວັງວ່າ ຄະນະສັງເກດການ ຂອງອົງການວ່າດ້ວຍຄວາມ ໝັ້ນຄົງແລະການຮ່ວມມືໃນຢູໂຣບຫຼື OSCE ສາມາດຊ່ອຍແກ້ໄຂ ໃນສິ່ງທີ່ຣັດເຊຍເອີ້ນວ່າວິກິດການພາຍໃນຢູເຄຣນ.



ກະຊວງຕ່າງປະເທດຣັດເຊຍ ຮຽກຮ້ອງໃຫ້ຄະນະສັງເກດການຂອງອົງການ OSCE ຍຸດຕິ ຕໍ່ອັນທີ່ກຸງມົສກູເອີ້ນວ່າ ການກໍ່ຄວາມຮຸນແຮງ ຂອງພວກໂຈນຫົວຊາດນິຍົມ ແລະທ່າອຽງ ຫົວຮຸນແຮງຈັດ ໃນຢູເຄຣນ.

ຣັດເຊຍແລະອົງການ OSCE ໄດ້ຕົກລົງໃນວັນສຸກວານນີ້ ທີ່ຈະສົ່ງຄະນະສັງເກດການພົນ
ລະເຮືອນເຂົ້າໄປໃນຢູເຄຣນ.

ອົງການ OSCE ຊຶ່ງເຮັດວຽກ ໂດຍມີຄວາມເຫັນ ຢ່າງເປັນເອກກະພາບ ກັນນັ້ນ ກ່າວວ່າ ພວກນັກສັງເກດການທີ່ອາດຫຼາຍເຖິງ 500 ຄົນ ຈະເກັບກຳຂໍ້ມູນກ່ຽວກັບສະຖານະການ ດ້ານຄວາມໝັ້ນຄົງໃນຢູເຄຣນ ຮວມທັງການເຄົາລົບນັບຖືສິດທິມະນຸດນຳດ້ວຍ.

UKRAINE CNPK
please wait
Embed

No media source currently available

0:00 0:01:39 0:00


ສະຫະລັດກ່າວວ່າ ອົງການ OSCE ແມ່ນໄດ້ຮັບມອບໝາຍໜ້າທີ່ ໃຫ້ເຮັດວຽກ ໃນທົ່ວຢູ ເຄຣນ ຮວມທັງເຂດໄຄຣເມຍ.

ປະທານາທິບໍດີຣັດເຊຍທ່ານ Vladimir Putin ໄດ້ລົງນາມໃນກົດໝາຍສະບັບນຶ່ງ ໃນວັນ ສຸກວານນີ້ ເຮັດໃຫ້ການຜະໜວກ ຫຼືເຕົ້າໂຮມເອົາ ເຂດໄຄຣເມຍ ເຂົ້າເປັນສ່ວນນຶ່ງ ຂອງ ຣັດເຊຍສຳເລັດເສັດສິ້ນລົງ. ກົດໝາຍສະບັບນີ້ ຮັບຮູ້ການອະນຸມັດຂອງສະພາຕໍ່ການລົງ ປະຊາມະຕິຂອງຊາວໄຄຣເມຍ ໃນຕົ້ນອາທິດນີ້ ໃນການແຍກໂຕອອກຈາກຢູເຄຣນ.

ສະຫະລັດກ່າວວ່າ ບໍ່ມີປະເທດໃດໃນປະຊາຄົມນາໆຊາດ ຈະຮັບຮູ້ວ່າເຂດໄຄຣເມຍເປັນ ດິນແດນສ່ວນນຶ່ງຂອງຣັດເຊຍ.


G7 Leaders to Discuss Containing Russia's Expansion
please wait

No media source currently available

0:00 0:04:02 0:00
XS
SM
MD
LG