ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈະຫຼວດ 2 ລູກຍິງຈາກ ເລບານອນ ຕົກໃສ່ອິສຣາແອລ (ວີດີໂອ/ສະໄລດ໌)


ບັນດາ​ເຈົ້າໜ້າ​ທີ່​ອີສຣາ​ແອ​ລ ​ເວົ້າ​ວ່າ ຈະຫຼວດສອງ​ລູກ ທີ່​ຍິງ​ມາ​ຈາກ​ ພາກ​ໃຕ້​ປະ​ເທດ​ເລ​ບາ​ນອນ ​ໄດ້​ຕົກ​ໃສ່ພາກເໜືອ​ຂອງ​ອິສຣາ​ແອ​ລ ​ແລະ​ລະ​ເບີດ​ຂຶ້ນ ​ແຕ່ບໍ່​ມີ​ຄົນ​ໄດ້​ຮັບ​ບາດ​ເຈັບ ຫຼືມີ​ການ​ເສຍ​ຫາຍໃດໆ.

ກອງທັບ​ອິສຣາ​ແອ​ລ ​ເວົ້າ​ວ່າ ຕົນ​ໄດ້​ຍິງຕອບ​ໂຕ້ຄືນດ້ວຍ​ປືນ​ໃຫຍ່ ​ໂດຍ​ແນ​ເປົ້າໝາຍ​ໃສ່​ ບ່ອນທີ່​ມາ​ຂອງຈະຫຼວດດັ່ງກ່າວ​ນັ້ນ.

​ເຂດ​ຊາຍ​ແດນ​ລະຫວ່າງ​ອິສຣາ​ແອ​ລກັບເລ​ບາ​ນອນ ​ໂດຍສ່ວນ​ໃຫຍ່​ແລ້ວແມ່ນສະຫງົບ ງຽບ​ ນັບ​ຕັ້ງ​ແຕ່ເກີດສົງຄາມເປັນ​ເວລາ​ນຶ່ງ​ເດືອນ ​ໃນ​ລະດູ​ຮ້ອນ ປີ 2006 ລະຫວ່າງ​ອິສ ຣາ​ແອ​ລ ​ແລະກຸ່ມ​ກອງ​ໂຈນ Hezbollah ຢູ່​ໃນ ປະ​ເທດ​ເລ​ບາ​ນອນ​.

​ໄດ້ມີ​ເຫດການ​ຮຸນ​ແຮງ​ເກີດ​ຂຶ້ນ​ເປັນ​ບາງ​ຄັ້ງບາງ​ຄາວ​ ​ໂຮມ​ທັງບັ້ນ​ນຶ່ງເມື່ອ​ຕົ້ນ​ເດືອນ​ນີ້ ​ເວລານັກ​ຍິງ​ແມ່ນ​ປືນ​ຂອງ​ກອງ​ທັບເລ​ບາ​ນອນ ​ໄດ້​ສັງຫານ​ທະຫານ​ອິສຣາ​ແອ​ລຄົນ​ນຶ່ງ.

Lebanon Israel
please wait
Embed

No media source currently available

0:00 0:00:36 0:00
XS
SM
MD
LG