ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຜູ້ຕາງໜ້າຍີ່ປຸ່ນ ເດີນທາງໄປເກົາຫຼີເໜືອ ເພື່ອໂອ້ລົມກັນ ເລື້ອງການລັກພາໂຕ ຊາວຍີ່ປຸ່ນ


ທ່ານ Junichi Ihara, ຫົວໜ້າກະຊວງການຕ່າງປະເທດຍີ່ປຸ່ນ ດ້ານກິດຈະການເອເຊຍ ແລະ Oceania.
ທ່ານ Junichi Ihara, ຫົວໜ້າກະຊວງການຕ່າງປະເທດຍີ່ປຸ່ນ ດ້ານກິດຈະການເອເຊຍ ແລະ Oceania.

ເຈົ້າ​ໜ້າ​ທີ່​ຍີ່ປຸ່ນກຸ່ມ​ນຶ່ງ ​ເດີນທາງ​ໄປ​ຍັງພຽງ​ຢ້າງ​ໃນ​ວັນ​ຈັນ​ມື້​ນີ້
​ເພື່ອ​ໄປ​ຮັບ​ເອົາ​ຂ່າວ​ຫຼ້າ​ສຸດ ກ່ຽວ​ກັບ​ການ​ສືບສວນ​ສອບ​ສວນ​
ຂອງ​ເກົາຫຼີ​ເໜືອ ກ່ຽວ​ກັບ​ຊະ​ຕາ​ກຳ​ຂອງ​ພວກ​ພົນລະ​ເມືອງ​ຍີ່ປຸ່ນ
ທີ່​ຖືກ​ລັກ​ຈັບ​ໂຕ​ໄປ​ເມື່ອ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ.

​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ເປັນ​ເວລາ 4 ມື້ ຄະນະ​ຜູ້ຕາງໜ້າ​
ຍີ່ປຸ່ນຈະ​ທຳ​ການ​ພົບ​ປະ​ຫາລື​ ກັບຄະນະ​ກຳມະການ​ສືບສວນ
​ສອບ​ສວນພິ​ເສດ​ຂອງເກົາຫຼີ​ເໜືອ ກ່ຽວ​ກັບ​ເລື້ອ​ງການ​ລັກພາ​ໂຕ
ພົນລະ​ເມືອງ​ຍີ່ປຸ່ນ​ນີ້.

​ເກົາຫຼີ​ເໜືອ​ຍອມຮັບ ໃນ​ການ​ລັກພາ​ໂຕ​ພົນລະ​ເມືອງ​ຍີ່ປຸ່ນ​ໄປ ​ໃນ​
ລະຫວ່າງຊຸມ​ປີ 1970​ເພື່ອເອົາໄປ​ເຝິກ​ແອບ​ພວກ​ສາຍ​ລັບ​ຂອງ​ຕົນ. ​ເກົາຫຼີ​ເໜືອ​ໄດ້ສົ່ງ​ພົນ
ລະ​ເມືອງ​ຍີ່ປຸ່ນ 5 ຄົນ​ກັບ​ຄືນ​ປະ​ເທດ ​ແຕ່​ກ່າວ​ອ້າງ​ວ່າ ສິບ​ກວ່າ​ຄົນ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ. ຍີ່ປຸ່ນ​ໄດ້​ກົດ​ດັນ​ເພື່ອ​ຢາກ​ໄດ້​ຂໍ້​ມູນ​ຕື່ມ​ອີກ ກ່ຽວ​ກັບ​ຊະ​ຕາ​ກຳ​ຂອງພວກ​ທີ່​ຖືກ​ລັກ​ຈັບ​ໂຕ​ໄປ ​ແລະ​ບຸກຄົນ​ອື່ນໆ ທີ່​ທາງ​ໂຕ​ກຽວເຊື່ອ​ວ່າ ​ໄດ້​ຖືກ​ລັກ​ຈັບ​ໂຕ​ໄປ​ເຊັ່ນ​ກັນ​ນັ້ນ.

japannorthkorea27october14
please wait

No media source currently available

0:00 0:00:50 0:00

XS
SM
MD
LG