ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສຫລ ວາງແຜນ ຕັດການຊ່ອຍເຫຼືອ ທາງທະຫານ ແກ່ອີຈິບ (ວີດີໂອ)


ພວກສະໜັບສະໜຸນກອງທັບ ປະທ້ວງ ຕໍການປົດ ປ.Mohamed Morsi ອອກຈາກຕຳແໜ່ງ .
ວັນທີ 6 ຕຸລາ , 2013.
ພວກສະໜັບສະໜຸນກອງທັບ ປະທ້ວງ ຕໍການປົດ ປ.Mohamed Morsi ອອກຈາກຕຳແໜ່ງ . ວັນທີ 6 ຕຸລາ , 2013.
ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ
ໂອ​ບາ​ມາ ກຳລັງ​ຢູ່​ໃນ​ທ່າ​ອຽງ​ໄປ​ສູ່ການ​ຕັດ​ການ​ຊ່ອຍ​ເຫຼືອ​
ທາງ​ທະຫານ​ໃນ​ຈຳນວນ​ຫຼາຍ​ສົມ​ຄວນ​ແກ່​ອີ​ຈິບ ຫຼັງ​ຈາກ​
ທົບ​ທວນເບິ່ງ​ໂຄງການ​ຊ່ອຍ​ເຫຼືອ​ມາ​ເປັນ​ເວລາ​ຫຼາຍ​ເດືອນ
ລຸນຫຼັງ​ທີ່​ມີ​ການ​ປົດ​ປະທານາທິບໍດີ Mohamed Morsi
ອອກ​ຈາກ​ຕຳ​ແໜ່​ງ​ແລະ​ການປາບ​ປາມ​ພວກ​ສະ​ໜັບສະ​
ໜຸນ​ທ່ານ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ ​ກ່າວ​ຕໍ່​ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ໂດຍບໍ່​ຂໍ​ອອກ​ຊື່ວ່າ ການ​ຕັດສິນ​ໃຈ​ດັ່ງ ກ່າວ​ຈະ​ບໍ່​ກະທົບກະ​ເທືອ​ນຕໍ່​ເງິນ​ຊ່ອຍ​ເຫຼືອ​ສຳລັບ​ການ​ຕໍ່ຕ້ານ​ພວກກໍ່​ການ​ຮ້າຍ ຫຼື ຄວາມ​ປອດ​ໄພ​ໃນແຫຼມ Sinai ຊຶ່ງ​ເປັນ​ເຂດ​ວຸ້ນວາຍ​ນັ້ນ.

ທ່ານ​ນາງ Caitlin Hayden ​ໂຄສົກ​ປະຈຳສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ປະຕິ​ເສດ​ຕໍ່ ລາຍ​ງານ​ຂ່າວ​ໃນ​ວັນ​ອັງຄານ​ວານ​ນີ້ທີ່​ວ່າ ສະຫະລັດ​ຈະ​ຕັດການ​ຊ່ອຍ​ເຫຼືອ​ທາງ​ທະຫານ ປະຈຳ​ປີ​ທັງ​ໝົດ​ຈຳນວນ 1300 ລ້ານ​ດອນ​ລາ ​ໂດຍ​ກ່າວ​ວ່າ ຄຳ​ປະກາດ​ກ່ຽວ​ກັບ​ການ​ຊ່ອຍ​ເຫຼືອ​ແກ່​ອີ​ຈິບ​ນັ້ນ ຈະ​ມີ​ຂຶ້ນ​ໃນເວລາ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ກ່າວ​ໃນ​ຄຳ​ປາ​ໄສຂອງ​ທ່ານ​ຕໍ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່
ສະຫະ​ປະຊາ​ຊາດ​ໃນ​ເດືອນ​ແລ້ວ​ນີ້​ວ່າ ລັດຖະບານ​ຊົ່ວຄາວ​ຂອງ​ອີ​ຈິບ ​ໄດ້​ທຳ​ການ​ຕັດສິນ
ໃຈ​ທີ່ບໍ່ຂັດ​ກັນກັບ​ລະບອບ​ປະຊາທິປະໄຕແບບເປີດ​ກວ້າງ ​ແລະ​ວ່າຄວາມ​ສະໜັບສະໜຸນ​
ຂອງ​ສະຫະລັດ​ ແມ່ນ​ຂຶ້ນ​ຢູ່​ກັບຫົນທາງໄ​ປສູ່ປະຊາທິປະ​ໄຕ​ຫຼາຍ​ຂຶ້ນ​.

ວີດີໂອກ່ຽວກັບອີຈິບ:

Egyptians Predict Escalating Security Backlash
please wait

No media source currently available

0:00 0:02:30 0:00
ລິງໂດຍກົງ
XS
SM
MD
LG